ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 18 ປີ (12/10/2001-12/10/2019) ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ( ປກສ ນວ)ໄດ້ຈັດພິທີຈູດທຳລາຍຢາເສບຕິດທີ່ຢຶດໄດ້ຈາກຜູ້ຄ້າຂາຍໃນຜ່ານມາຂຶ້ນວັນທີ 12 ຕຸລາ 2019 ທີ່ເດີ່ນສຳນັກງານປົກຄອງເມືອງໄຊທານີ (ຫຼັງໃໝ່)ເຂດດົງໝາກຄາຍ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ທ່ານ ພົນຕີ ສົມຫວັງທຳມະສິດ ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານກວດກາ ແລະຄວບຄຸມຢາເສບຕິດກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍທູຕານຸທູດອົງການຈັດຕັ້ງສາກົນ ການນຳ ນວ ເຈົ້າໜ້າທີ່ຕຳຫຼວດ ພະນັກງານຊາວໜຸ່ມ-ເຍົາວະຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພິທີມອບ-ໂອນວຽກງານສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 13 ຕຸລາ 2017 ທີ່ສູນດັ່ງກ່າວ (ບ້ານສົມສະຫງ່າ) ໂດຍຕາງໜ້າມອບຂອງທ່ານນາງ ບົວວອນ ສຸກລາແສງ ຮອງຫົວໜ້າຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ແລະ ຕາງໜ້າຮັບຂອງທ່ານພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ແລະ ທ່ານ ຖະໜອມ ທຳທອງ ເຈົ້າເມືອງໄຊເຊດຖາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການ ນະຄອນຫຼວງວຽງຈັນ (ນວ) ແລະ ທ່ານພັນໂທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບ ນວ ໄດ້ໃຫ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 18 ກໍລະກົດ 2017 ທີ່ຫ້ອງວ່າການປົກຄອງ ນວ ວ່າ: ໃນເວລາປະມານ 17:30 ໂມງຂອງວັນທີ 14 ກໍລະກົດ 2017 ໄດ້ເກີດໄຟໄໝ້ສູນການຄ້າສາກົນຊັ່ງຈ່ຽງພາຍຫຼັງທີ່ໄດ້ຮັບແຈ້ງເຫດເຈົ້າໜ້າທີ່ມອດໄຟ ນວໄດ້ສົ່ງລົດມອດໄຟໄປມອດ ໃນເວລາ 10 ນາທີຕໍ່ມາແຕ່ໄຟໄດ້ລຸກລາມຢ່າງໄວວາຍ້ອນມີສິນຄ້າທີ່ເປັນວັດຖຸໄວໄຟຢ່າງຫຼວງຫຼາຍ ແລະ ການມອດໄຟຄັ້ງນີ້ເຈົ້າໜ້າທີ່ໄດ້ໃຊ້ລົດ 16 ຄັນ ໃນນີ້ ລວມທັງລົດມອດໄຟຈາກກະຊວງ ປກສກອງບັນຊາການທະຫານ ນວ ລົດມອດໄຟສະໜາມບິນສາກົນວັດໄຕ ແລະລົດນ້ຳຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ໜ່ວຍກູ້ໄພ 07 ໃຊ້ເວລາປະມານ 4 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟໄດ້.
ນະຄອນຫຼວງວຽງຈັນ ເປັນໃຈກາງທາງດ້ານການເມືອງເສດຖະກິດ-ວັດທະນະທຳ-ສັງຄົມ ນະຄອນຫຼວງວຽງຈັນ ມີຊາຍແດນຕິດກັບຣາຊະອານາຈັກໄທ 187 ກິໂລແມັດ ມີ 6 ເມືອງ 84 ບ້ານ 4 ດ່ານປະເພນີ ແລະ 2 ດ່ານສາກົນ ເຊິ່ງຈາກສະພາບພູມສັນຖານດັ່ງກ່າວ ມັນໄດ້ສ້າງຄວາມສະດວກສະບາຍ ໃນການຕິດຕໍ່ພົວພັນຄ້າຂາຍກັບປະເທດເພື່ອນບ້ານ ແຕ່ກໍ່ປາສະຈາກບໍ່ໄດ້ ການເກີດບັນຫາປາກົດການຫຍໍ້ທໍ້ທີ່ມັກຈະເກີດຂຶ້ນໃນເຂດຊາຍແດນ ທີ່ອຳນາດການປົກຄອງ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດປະຊາຊົນ ຕ້ອງເປັນເຈົ້າການຕິດຕາມ ກວດກາ ແລະ ເພີ່ມຄວາມຮັບຜິດຊອບໃນການປ້ອງກັນບັນຫາຕ່າງໆ ດ້ວຍຄວາມຮັບຜິດຊອບສູງ.
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ: ໃນລະຫວ່າງວັນທີ 12-17 ເມສາ 2016 ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2559 ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 49 ກໍລະນີ ມີບາດເຈັບເລັກນ້ອຍ 24ຄົນ, ບາດເຈັບສົມຄວນ 38ຄົນ, ສາຫັດ 17ຄົນ,ເສຍຊີວິດ 8 ຄົນ, ພາຫະນະເປ່ເພເລັກນ້ອຍ 37ຄົນ, ສົມຄວນ 58ຄັນ ແລະ ໃຊ້ການບໍ່ໄດ້ 1ຄັນ.ຖ້າທຽບໃສ່ປີທີ່ຜ່ານມາຂອງງານດັ່ງກ່າວ ການເກີດອຸບັດຕິເຫດແມ່ນເພີ່ມຂຶ້ນ 17 ກໍລະນີ ແລະ ຜູ້ເສຍຊີວິດກໍ່ເພີ່ມຂຶ້ນເຊັ່ນດຽວກັນເຖິງ 3 ຄົນ.
ສາເຫດຫຼັກຂອງການເກີດອຸບັດຕິເຫດ ກໍ່ຍ້ອນຜູ້ຂັບຂີ່ຍັງລະເມີດຕໍ່ກົດລະບຽບການສັນຈອນ ຂັບຂີ່ໃນຂະນະທີ່ມຶນເມົາ ຂັບຂີ່ບໍ່ໃສ່ໝວກກັນກະທົບ ຂັບຂີ່ໄວເກີນກຳນົດ ປ່ຽນທິດທາງເດີນແຊງບໍ່ຮັບປະກັນ ລ່ວງປ້າຍຫ້າມ ຈອດລົດຊະຊາຍ ຂັບຂີ່ລົດເປັນພຶງເປັນແພ ແລະ ອື່ນໆ.