ເຊີດຊູຄວາມສາມາດນຳພາຂອງຄະນະພັກ ເພີ່ມທະວີຄວາມສັກສິດຂອງການບໍລິຫານລັດ ເສີມຂະຫຍາຍປະຊາທິປະໄຕປະຊາຊົນ ເສີມສ້າງສັງຄົມສາມັກຄີປອງດອງ ປຸກລະດົມກຳລັງແຮງທົ່ວສັງຄົມ ພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນນະຄອນທີ່ໜ້າຢູ່ ແລະ ຍືນຍົງ !

WhatsApp Image 2019 10 l10 at 9.06.43 PM

ໃນເວລາ 14:00 ໂມງ ຂອງວັນທີ 10 ຕຸລາ 2019, ຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕາມດໍາລັດ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ໄດ້ຈັດພິທີປະກາດການຈັດຕັ້ງຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ຢູ່ຫ້ອງການຂອງຄຸ້ມຄອງ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາມູນ ວິພົງໄຊ, ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ປອ. ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ພົຕ ວັນທອງ ກອງມະນີ, ຫົວໜ້າກົມກົມໃຫຍ່ການເມືອງ, ກະຊວງປ້ອງກັນຄວາມສະຫງົບ ເຊິ່ງມີຂະແໜງການອ້ອມຂ້າງຂອງສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມໜ້າ.

IMG 3536    ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ​ນາງ ຣີ​ຄາ​ດາ ເຣ​ເຈີ ຜູ້­ຕາງ­ໜ້າ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ເພື່ອ​ການ​ພັດ­ທະ­ນາ (UNDP) ປະ­ຈຳ​ລາວ ວັນ​ທີ 20 ສິງ­ຫາ 2019 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໃນ​ໂອ­ກາດ​ທີ່​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ຜູ້­ຕາງ­ໜ້າ​ອົງ­ການ UNDP ປະ­ຈຳ​ລາວ ຄົນ​ໃໝ່.

ມະຕິຕົກລົງ ສະບັບເລກທີ 353/ຄຈພ.ນວ, ລົງວັນທີ 7 ມິຖຸນາ 2019 ຂອງຄະນະປະຈຳພັກ ນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບງານຊາປະນະກິດສົບ
ສະຫາຍ ແກ້ວພິລາວັນ ອາໄພລາດ ອະດີດຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ
...................................
#ວຽງຈັນວັນໃໝ່ຂ່າວສານທັນສະໄໝເພື່ອຊາວວຽງ

 

C979B0FC 4305 4FCF B070 8441FD62DC9F

ຄະນະບໍລິຫານງານພັກ-ອົງການປົກຄອງນະຄອນຫຼວງວຽງຈັນ, ສະພາປະຊາຊົນ ນວ ແລະ ອົງການຈັດຕັ້ງພັກ-ລັດ ນະຄອນຫຼວງວຽງຈັນ ວາງພວງມາລາ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການຈາກໄປຂອງທ່ານ ແກ້ວພິລາວັນ ອາໄພລາດ ອະດີດຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ...!!
#ວຽງຈັນວັນໃໝ່ຂ່າວສານທັນສະໄໝເພື່ອຊາວວຽງ

b8ee1ced3deb6f45911a266a433a7f92

  ກອງ​ປະ­ຊຸມ​ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ 24 ຈັດ​ຂຶ້ນ​ວັນ​ທີ 21-22 ພຶດ­ສະ­ພາ 2019 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ບັນ­ດາ​ຮອງ​ເຈົ້າ​ຄອງ ຫົວ­ໜ້າ​ພະ​ແນກ ແລະພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຄົ້ນຫາ

ປະຕິທິນ

June 2023
S M T W T F S
28 29 30 31 1 2 3
4 5 6 7 8 9 10
11 12 13 14 15 16 17
18 19 20 21 22 23 24
25 26 27 28 29 30 1

ສະຖານທີ່ທ່ອງທ່ຽວ

ພະທາດຫຼວງ
ປະຕູໄຊ
ຫໍພະເແກ້ວ
ວັດຊຽງຄວນ
ວັດສີສະເກດ

ຜູ້ເຂົ້າຢ້ຽມຊົມ

ຈຳນວນຜູ້ເຂົ້າຊົມມື້ນີ 58

ຈຳນວນຜູ້ເຂົ້າຊົມວານນີ້ 46

ຈຳນວນຜູ້ເຂົ້າຊົມອາທິດນີ້ 180

ຈຳນວນຜູ້ເຂົ້າຊົມເດືອນນີ້ 182

ຈຳນວນຜູ້ເຂົ້າຊົມທັງໝົດ 116580

Currently are 13 guests and no members online