ເຊີດຊູຄວາມສາມາດນຳພາຂອງຄະນະພັກ ເພີ່ມທະວີຄວາມສັກສິດຂອງການບໍລິຫານລັດ ເສີມຂະຫຍາຍປະຊາທິປະໄຕປະຊາຊົນ ເສີມສ້າງສັງຄົມສາມັກຄີປອງດອງ ປຸກລະດົມກຳລັງແຮງທົ່ວສັງຄົມ ພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນນະຄອນທີ່ໜ້າຢູ່ ແລະ ຍືນຍົງ !

       69321c7899c5a3447f8bcbe714e2540f

       ການ​ຄັດ​ເລືອກ​ນາງ​ສາວນະຄອນຫຼວງ​ວຽງ​ຈັນ ປະຈຳ​ປີ 2017 ໄດ້​ເລີ່ມ​ມາ​ແຕ່​ເດືອນ​ທັນວາ 2016 ແລະ ເລີ່ມ​ເປີດ​ຮັບ​ສະໝັກໂດຍ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ (ຖວທນວ) ຮ່ວມ​ກັບບໍລິສັດ ກິດ​ຕະພົງ​ກຣຸບ ເປັນ​ຜູ້​ຈັດ ເຊິ່ງ​ມີ​ນາງສາວ​ມາ​ສະໝັກຈຳນວນ 200 ຄົນ ທີ່​ມາ​ຈາກ​ໂຮງຮຽນ ແລະສະ​ຖາ​ບັນ​ການ​ສຶກ​ສາ​ແຫ່ງຕ່າງໆ​ໃນ​ນະຄອນຫຼວງ

WhatsApp Image 2017 01 26 at 09.29.17

ໃນລະຫວ່າງວັນທີ 26-27 ມັງກອນ 2017 ຫ້ອງວ່າການນະຄອນຫລວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ປະກອບຄຳຄິດເຫັນ ໃສ່ຮ່າງຍຸດທະສາດ ການຫັນວຽກງານຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ເປັນທັນສະໄໝ ຢູ່ທີ່ສະໂມສອນໄຟຟ້າທ່າລາດ, ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ປອ. ນາງ ວຽງສະຫວັນ ດວງສະຫວັນ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ, ວິທະຍາກອນ ພ້ອມດ້ວຍສຳມະນາກອນ ຈາກບັນດາກົມທີ່ສັງກັດຂຶ້ນກັບ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີບັນດາກະຊວງ, ບັນດາຫ້ອງວ່າການແຂວງ 18 ແຂວງທົ່ວປະເທດເຂົ້າຮ່ວມຫຼາຍກວ່າ 88 ທ່ານ.

14517569 333477427000790 984404813507483080 n

ໂດຍ​ເຫັນ​ຄວາມ​ສຳຄັນ​ຂອງນະໂຍບາຍ 6 ສ ຂອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ສະເພາະແມ່ນ ສ ສີຂຽວ ທັງ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຄຳນັບ​ຮັບ​ຕ້ອນ ກອງ​ປະຊຸມ​ເຈົ້າ​ຄອງ​ນະຄອນຫຼວງ​ອາ​ຊຽນ ຄັ້ງ​ທີ 4 ທີ່​ນະຄອນຫຼວງ​ວຽງ​ຈັນ ຈະ​ເປັນ​ເຈົ້າພາບຈັດ​ຂຶ້ນ​ວັນ​ທີ 13-17 ພະຈິກ 2016 ແລະ ວັນ​ສຳຄັນ​ຕ່າງໆຂອງ​ຊາດ-ຂອງ​ພັກ ທີ່​ຈະ​ມີ​ຂຶ້ນໃນຕໍ່ໜ້າ​ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ​ທົ່ວ​ສັງຄົມ.

ວັນ​ທີ 30 ກັນຍາ 2016 ບໍ​ລິສັດ ພັນ​ຊະນະ​ຂົນສົ່ງ​ໂດຍສານ-ທ່ອງ​ທ່ຽວ ໄດ້​ໃຫ້ການ​ອຸປະຖຳຕົ້ນ​ໄຊ ຈຳນວນ 2 ຕົ້ນ ມູນ​ຄ່າ 3 ລ້ານ​ກີບ ໃຫ້​ຫ້ອງ​ວ່າການ​ນະຄອນ​ຫຼວງ​ວຽງ​ຈັນ ເພື່ອ​ນຳໄປປູກ​ໃສ່​ເດີ່ນ​ຕໍ່ໜ້າ​ສຳນັກງານ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ເປັນການ​ປະດັບ​ເຮັດ​ໃຫ້​ເດີ່ນ​ມີ​ຄວາມສວຍ​ງາມ ແລະ ຮົ່ມ​ເຢັນ ກ່າວມອບ​ໂດຍ​ທ່ານ ຊິນນະ​ກອນ ພົມມະ​ສິດ ປະທານ​ບໍລິສັດ ພັນ​ຊະນະ​ຂົນສົ່ງ​ໂດຍສານ-ທ່ອງ​ທ່ຽວ ຄະນະ​ປະຈຳ​ສະມາຄົມ​ນັກ​ທຸລະກິດ​ໜຸ່ມ ນວ ແລະ ກ່າວ​ຮັບ​ໂດຍທ່ານ ພູ​ວົງ ວົງ​ຄຳ​ຊາວ ຫົວໜ້າຫ້ອງ​ວ່າການ​ນະຄອນຫຼວງ​ວຽງຈັນ ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງສອງ​ຝ່າຍ​ເຂົ້າ​ຮ່ວມ.

ໂດຍ: ວຽງຈັນໃໝ່

14494611 329264730755393 8427894674667326209 n

ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ໂຄງການ​ຄູ​ປ້ອງ​ກັນ​ນ້ຳ​ຖ້ວມ ນະຄອນຫຼວງ​ວຽງ​ຈັນ (ນວ) ພາຍ​ໃຕ້​ໂຄງການ​ຄຸ້ມ​ຄອງ ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ນ້ຳຖ້ວມ ແລະ ແຫ້ງແລ້ງ (​ຄຖລ) ເມືອງ​ຫາດ​ຊາຍ​ຟອງ ນວ ຈຳນວນ 197 ຄອບຄົວ ໃນ 15 ບ້ານ ໄດ້​ມີ​ຄວາມ​ເປັນ​ເອກະ​ພາບ ແລະ ຮັບ​ເອົາ​ຄ່າ​ຊົດ​ເຊີຍ​ດ້ວຍ​ຄວາມ​ພໍໃຈ​ ເພື່ອ​ໃຫ້​ໂຄງການ​ດຳເນີນ​ການ ກໍ່ສ້າງ​ສຳເລັດ​ຕາມ​ຄາດໝາຍ ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ​ໂຄງການ​ນີ້ ຈະ​ຊ່ວຍ​ຍົກ​ລະດັບ​ການ​ຄຸ້ມ​ຄອງ ຄວາມ​ສ່ຽງ​ຈາກ​ນ້ຳ​ຖ້ວມ ແລະ ແຫ້ງແລ້ງ​ທີ່​ອາດ​ເກີດ​ຂຶ້ນ ກໍ່​ຄືຫຼຸດຜ່ອນ​ຜົນ​ເສຍ​ຫາຍ ແລະ ຈະຂະຫຍາຍ​ເນື້ອທີ່​ສະໜອງ​ນ້ຳ​ຊົນລະ​ປະທານ​ຕື່ມ​ອີກ ​ໃນ​ເຂດ ນວ ຕອນ​ໃຕ້​ໃຫ້​ຫຼາຍ​ຂຶ້ນ.

07787983203def9e66b2543e09d110f9

ໂຄງການ​ປະຕິສັງຂອນ​ພະທາດຫຼວງ ​ຄັ້ງ​ທີ IV ໄດ້​ເລີ່ມ​ລົງມື​ຈັດ​ຕັ້ງ​ປະຕິບັດ ພາຍຫຼັງ​ທີ່​ເປີດໂຄງການ​ຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 4 ກັນຍາ 2016 ຜ່ານ​ມາ ຄະນະ​ກຳມະການ​ລະດັບ​ຊາດ ເພື່ອ​ປະຕິສັງຂອນ​ພິ​ພິ​ທະ​ພັນ​ພະທາດຫຼວງ ​ໄດ້​ຕົກລົງ​ເປັນ​ເອກະພາບ​ກັນ​ໃຫ້​ບໍລິສັດ ພູນ​ມີ​ຊັບ ຈຳກັດ ເປັນ​ຜູ້​ຮັບຜິດຊອບ​ການ​ບູ​ລະນະ​ຄັ້ງ​ນີ້ ເນື່ອງ​ຈາ​ກວ່າ​ບໍລິສັດດັ່ງກ່າວ​ມີ​ເງື່ອນໄຂ ແລະ ມີ​ຜົນງານ​ຈາກ​ການ​ປະຕິສັງຂອນ​ພິ​ພິທະ​ພັນ​ຫໍພະແກ້ວ​ໄລຍະ 3.

ຄົ້ນຫາ

ປະຕິທິນ

June 2023
S M T W T F S
28 29 30 31 1 2 3
4 5 6 7 8 9 10
11 12 13 14 15 16 17
18 19 20 21 22 23 24
25 26 27 28 29 30 1

ສະຖານທີ່ທ່ອງທ່ຽວ

ພະທາດຫຼວງ
ປະຕູໄຊ
ຫໍພະເແກ້ວ
ວັດຊຽງຄວນ
ວັດສີສະເກດ

ຜູ້ເຂົ້າຢ້ຽມຊົມ

ຈຳນວນຜູ້ເຂົ້າຊົມມື້ນີ 58

ຈຳນວນຜູ້ເຂົ້າຊົມວານນີ້ 46

ຈຳນວນຜູ້ເຂົ້າຊົມອາທິດນີ້ 180

ຈຳນວນຜູ້ເຂົ້າຊົມເດືອນນີ້ 182

ຈຳນວນຜູ້ເຂົ້າຊົມທັງໝົດ 116580

Currently are 7 guests and no members online