ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຮ່ວມກັບ ສະພາການຄ້າແລະອຸດສາຫະກໍານະຄອນຫຼວງວຽງຈັນ ແລະ ສູນການຄ້າລາວ -ໄອເຕັກ ກຽມຈັດງານວາງສະແດງສິນຄ້າໂອດ໊ອບ ຫຼື ສິນຄ້ານຶ່ງເມືອງນຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວໂຕແບບພາຍໃນນະຄອນຫຼວງວຽງຈັນ ເປັນຄັ້ງທີ 3 ປະຈໍາປີ 2016 ຂຶ້ນໃນວັນທີ 27 ພຶດສະພາ 2016 ຫາ ວັນທີ 01 ມິຖຸນາ2016 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.
ພາຍຫຼັງກະກຽມ ແລະ ລົງມືກໍ່ສ້າງ ໂຄງການເວັບໄຊ ນະຄອນຫຼວງວຽງຈັນ ປັດຈຸບັນ ເວັບໄຊ ນະຄອນຫຼວງວຽງຈັນ ໄດ້ຖືກສ້າງສໍາເລັດສົມບູນ ແລະ ຖືກຮັບຮອງເອົາຈາກກອງປະຊຸມຄະນະພັກນະຄອນຫຼວງວຽງຈັນ ເມື່ອຄັ້ງວັນທີ 22 ມີນາ 2016 ເຊິ່ງຜົນສໍາເລັດດັ່ງກ່າວແມ່ນການສະໜັບສະໜູນຊ່ອຍເຫຼືອຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງຄະນະພັກ ອົງການປົກຄອງນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນການທຸ້ມເທເຫື່ອແຮງ ສະຕິປັນຍາຂອງຊ່ຽວຊານ ແລະ ນັກວິຊາການ ຈາກຄະນະຮັບຜິດຊອບໂຄງການເປັນຕົ້ນ ພະແນກເຕັກໂນໂລຊີນະຄອນຫຼວງ ພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຈິ່ງນໍາສູ່ພິທີໄຂນໍາໃຊ້ເວັບໄຊ ທີ່ມີຊື່ວ່າ www.vientianecity.gov.la