ເນື່ອງໃນໂອກາດວັນສາກົນ ຕ້ານຢາເສບຕິດ ຄົບຮອບ 29 ປີ ກະຊວງປ້ອງກັນຄວາມສະຫງົບ ຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແລະ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຈັດພິທີຈູດທຳລາຍຢາເສບຕິດຂຶ້ນ ໃນວັນທີ 25 ມິຖຸນາ 2016 ທີ່ເດີ່ນພະທາດຫຼວງ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍລັດຖະມົນຕີ ແລະ ຮອງລັດຖະມົນຕີ ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໄດ້ສືບຕໍ່ຈັດພິທີປູກຕົ້ນໄມ້ ຢູ່ລຽບແຄມຖະໜົນ 450 ປີ ເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ເພື່ອສືບຕໍ່ຜັນຂະຫຍາຍນະໂຍບາຍ “ສ ສີຂຽວ” ຂອງ ນວ ໃຫ້ປາກົດຜົນເປັນຈິງ ທັງເປັນການສ້າງໃຫ້ ນວ ເປັນເມືອງຕົວຢ່າງໃນການອະນຸຮັກສິ່ງແວດລ້ອມ ເປັນຕົວເມືອງທຳມະຊາດ ທັງຊ່ວຍຫຼຸດຜ່ອນຄວາມຮ້ອນ ແລະ ແຫ້ງແລ້ງ ໂດຍມີເນື້ອທີ່ສີຂຽວປົກຫຸ້ມ 75%.
ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບອົງການປົກຄອງເມືອງຈັນທະບູລີ ສ້າງຂະບວນການເຝົ້າລະວັງ ແລະ ຕອບໂຕ້ການລະບາດຂອງພະຍາດໄຂ້ຍຸງລາຍ ບໍ່ໃຫ້ເກີດລະບາດຢູ່ໃນນະຄອນຫຼວງວຽງຈັນ ກໍ່ຄືຢູ່ເມືອງຈັນທະບູລີ ໃນປີ 2016 ນີ້ ໃນວັນທີ 13 ມິຖຸນາ 2016 ເມືອງຈັນທະບູລີ ຈຶ່ງໄດ້ຈັດວັນສັບປະດາປ່ອຍປາຫາງນົກຍຸງ ເພື່ອຕ້ານໄຂ້ຍຸງລາຍຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ທ່ານ ດຣ. ຄຳມາ ປັນຍາຈັກ ຄະນະພະແນກສາທາລະນະສຸກ ນວ ພ້ອມດ້ວຍບັນດານາຍບ້ານ ແລະ ອາສາສະໝັກບ້ານເຂົ້າຮ່ວມ.
ຕອນເຊົ້າຂອງວັນອາທິດ ວັນທີ 8 ພຶດສະພາ 2016 ທີ່ວັດອົງຕື້ ມະຫາວິຫານ ທ່ານ ດຣ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ພັນລະຍາທ່ານປະທານປະເທດ, ພັນລະຍາທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະການນຳຂອງ ນະຄອນຫລວງວຽງຈັນ ແລະ ອອກຕົນຍາດໂຍມ ຊາວນະຄອນຫລວງ ຮ່ວມຕັກບາດ ຄົບຮອບ 100 ວັນ ແກ່ພະອາຈານໃຫຍ່ ດຣ ມະຫາຜ່ອງ ສະມະເລິກ.
ກອງປະຊຸມສຳມະນາວິທະຍາສາດເພື່ອລະດົມແນວຄິດໃສ່ວາລະສານນະຄອນຫຼວງວຽງຈັນ ເພື່ອຫັນຈາກສະບັບລາຍໄຕມາດ ເປັນສະບັບລາຍເດືອນ ໄດ້ເປີດຂື້ນທີ່ຫ້ອງວ່າການປົກຕອງນະຄອນຫຼວງວຽງຈັນ.
ກອງປະຊຸມໄດ້ຮັບກຽດເປັນປະທານໂດຍທ່ານ ສີຫູນ ສີດທີລຶໄຊ ຮອງເລຂາພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີພາກສ່ວນຕ່າງໜ້າຈາກວາລະສານນັກບໍລິຫານ, ວາລະສານອາລຸນໃໝ່ ແລະ ພາກສ່ວນວາລະສານຂົງເຂດ ທຸລະກິດ ແລະ ອື່ນໆ. ນອກ ຈາກນັ້ນຍັງມີບັນດາທ່ານເຈົ້າເມືອງ, ຫົວໜ້າພະແນກການອ້ອມຂ້າງນະອນຫຼວງວຽງຈັນ. ພິເສດກອງປະຂຸມຍັງໄດ້ຮັບກຽດເຂົ້າຮ່ວມປະກອບຄຳຄິດເຫັນຈາກບັນດານັກຂຽນ, ນັກປະພັນ, ສື່ສີ່ງພີມ ແລະ ພາກສ່ວນທູລະກີດຕ່າງໆ. ກອງປະຊຸມສຳມະນາ ແມ່ນໄດ້ສູມໃສລະ ດົມແນວຄວາມຄິດເຫັນດ້ານຕ່າງໆ.