ໃນຕອນເຊົ້າ ຂອງວັນທີ 17 ສິງຫາ 2016 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ຈັດການຖະແຫລງຂ່າວຄວາມພ້ອມໃນດ້ານຕ່າງໆໂດຍມີພາກສ່ວນ ຫ້ອງວ່າການນະຄອນຫຼວງ ວຽງຈັນ, ພະແນກ ສຶກສາທິການ ແລະ ກິລາ, ພະແນກຖະແຫລງຂ່າວ, ວັດທະນາທຳ ແລະ ການທ່ອງທ່ຽວ, ສະໂມສອນລວມສິນລະປິນລາວ ກ່ຽວກັບການກຽມ ຄວາມພ້ອມໃນການຈັດ ງານການແຂ່ງຂັນ ກິລາບານແຕະ ນັດພິເສດ
ໃນວັນທີ 12 ສິງຫາ 2016 ຫ້ອງວ່າການນະຄອນຫຼວງວຽງຈັນ ຮ່ວມກັບ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ25ປີ( 15 ສິງຫາ 1991 – 15 ສິງຫາ 2016) ແລະ ວັນຍຶດອໍານາດ 23 ສິງຫາ ຄົບຮອບ 41ປີ. ອີກດ້ານໜື່ງກໍ່ເພື່ອສ້າງຄວາມສາມະຄີຮັກແພງລະຫວ່າງ ພະນັກງານລັດຖະກອນ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ກັບ ຫ້ອງວ່າການນະຄອນຫຼວງວຽງຈັນ ສຳລັບການຈັດກິດຈະກຳແມ່ນໄດ້ຈັດການແຂ່ງຂັນບານເຕະ ແບ່ງອອກເປັນສອງປະເພດຄື: ທີມບານເຕະຍິງ ສຳລັບຜົນຂອງການແຂ່ງຂັນທີມສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊະນະ ທີມຫ້ອງວ່າການນະຄອນຫຼວງວຽງຈັນ 4-3, ສ່ວນປະເພດທີມບານເຕະຊາຍ ຜົົນການແຂ່ງຂັນແມ່ນທີມຫ້ອງວ່າການນະຄອນຫຼວງວຽງຈັນ ຊະນະ ທີມສະພາປະຊາຊົນ ນະຄອນຫຼວງວຽງຈັນ ດ້ວຍຄະແນນ 7 – 6.
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ພຊສ.ນວ) ຈັດກິດຈະກຳປ່ອຍສັດນ້ຳ-ສັດປ່າ ແລະ ປູກຕົ້ນໄມ້ຄືນສູ່ທຳມະຊາດ ຂຶ້ນວັນທີ 26 ກໍລະກົດ 2016 ທີ່ໜອງປ່າສະຫງວນຫ້ວຍຍາງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນໂຮມ ເຮືອງສະຫວັດ ຫົວໜ້າ ພຊສ.ນວ ມີຮອງຫົວໜ້າພະແນກ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ອຳນາດການປົກຄອງອ້ອມຂ້າງເຂົ້າຮ່ວມ.
ວັນທີ 25 ກໍລະກົດ 2016 ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບຜົນການສອບເສັງ ຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ແລະ ມັດທະຍົມສຶກສາຕອນປາຍ ມ7 ສົກຮຽນ 2015-2016 ຂຶ້ນ ທີ່ໂຮງຮຽນ ມສ ວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສີນະຄອນ ທຸມມະລັດ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາເຈົ້າເມືອງ ຮອງເຈົ້າເມືອງ 9 ຕົວເມືອງ ຜູ້ອຳນວຍການ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ພິທີຖະແຫຼງຂ່າວກ່ຽວກັບການຍົກຍ້າຍຊາວຄ້າຂາຍ ອອກຈາກຕະຫຼາດທາດຫຼວງຊົ່ວຄາວ ຈຳນວນ 500 ກວ່າຮ້ານ ໄປຢູ່ສະຖານທີ່ແຫ່ງໃໝ່ ໄດ້ມີຂຶ້ນວັນທີ 18 ກໍລະກົດ 2016 ທີ່ສຳນັກງານປົກຄອງເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການຖະແຫຼງຂ່າວຂອງທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໄຊເຊດຖາ ທັງເປັນຫົວໜ້າຄະນະກຳມະການສະເພາະກິດຍົກຍ້າຍ ຕະຫຼາດທາດຫຼວງຊົ່ວຄາວ ມີພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.