ພິທີເຊັນສັນຍາໂຄງ ການກໍ່ສ້າງວາງທໍ່ຂະຫຍາຍ ນ້ຳປະປາ DIP DN 300 ແລະ ສັນຍາສະໜອງນ້ຳປະປາ ເຂົ້າ ເຂດພັດທະນາກວມລວມໄຊ ເສດຖາ ນະຄອນຫຼວງວຽງຈັນ ລະຫວ່າງລັດວິສາຫະກິດນ້ຳ ປະປາ ນະຄອນຫຼວງ ແລະ ບໍລິສັດຮ່ວມມືລາວ-ຈີນ ໄດ້ ຈັດຂຶ້ນໃນວັນທີ 15 ກັນຍາ ຜ່ານມານີ້ ທີ່ລັດວິສາຫະກິດ ນ້ຳປະປານະຄອນຫຼວງ.
ວັນທີ 13 ກັນຍາ 2016 ທ່ານ ພຸດທະກອນ ບຸຜາສວັນ ພ້ອມດ້ວຍຄອບຄົວ ໄດ້ນຳຄຳ 5 ບາດ ມູນຄ່າ 27,37 ລ້ານກີບ ແລະ ທ່ານ ສິລິລາດທົງສິນ ທອງເພັງ ພ້ອມດ້ວຍຄອບຄົວ ນຳຄຳ 4 ບາດ ມູນຄ່າ 21,89 ລ້ານກີບ ໄປມອບໃຫ້ຄະນະຮັບຜິດຊອບໂຄງການປະຕິສັງຂອນພະທາດຫຼວງ ຄັ້ງທີ IV ເພື່ອປະກອບສ່ວນເປັນເຈົ້າສັດທາໃນໂຄງການດັ່ງກ່າວ ຂຶ້ນທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ກ່າວຮັບໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ຜູ້ຮັບຜິດຊອບວຽກງານວັດທະນະທຳ-ສັງຄົມ ທັງເປັນຜູ້ປະຈຳການ ມີທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການ ນວ ທ່ານ ໂຄຈອນ ແກ້ວມະນີວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ພ້ອມກັບບັນດາກອງປະຊຸມປິ່ນອ້ອມ ໃນປີ 2016 ເຊິ່ງກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ ຖືເປັນເວທີແຫ່ງການແລກປ່ຽນ ແລະ ເຊື່ອມໂຍງ 10 ປະເທດສະມາຊິກອາຊຽນດ້ວຍກັນ ໃຫ້ມີຄວາມໃກ້ຊິດທາງດ້ານການເມືອງ-ຄວາມໝັ້ນຄົງ ເສດຖະກິດ ວັດທະນະທຳ-ສັງຄົມ ຄຽງຄູ່ກັບການເສີມສ້າງສາຍພົວພັນຮ່ວມມືກັບ ບັນດາປະເທດມະຫາອຳນາດ ແລະ ຄູ່ຮ່ວມເຈລະຈາ ເພື່ອນຳມາຜົນປະໂຫຍດສູງສຸດ ໃນການພັດທະນາທີ່ເຂັ້ມແຂງ-ຍືນຍົງຂອງພາກພື້ນ ແລະ ສາກົນ.
ໃນຍຸກປະຊາຄົມເສດຖະກິດອາຊຽນ 10 ປະເທດສະມາຊິກ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການປັບປຸງ ແລະ ຍົກລະດັບຂີດຄວາມສາມາດການບໍລິການ-ຂົນສົ່ງ ໃຫ້ມີຄວາມວ່ອງໄວ ຮັບປະກັນໄດ້ຄວາມປອດໄພຮອບດ້ານ ສຳລັບລັດຖະບານລາວ ກໍ່ໄດ້ຊຸກຍູ້ບັນດາຫົວໜ່ວຍທຸລະກິດພາກເອກະຊົນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງສະຖານີຂົນສົ່ງ ໃຫ້ມີຄຸນະພາບ ຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ- ສັງຄົມ ໃນຍຸກປະຊາຄົມເສດຖະກິດອາຊຽນ AEC ຊຶ່ງໃນປີ 2013 ຜູ້ປະກອບການທຸລະກິດສະຖານີຂົນສົ່ງໂດຍສານສາຍໃຕ້ ໄດ້ໃຊ້ງົບປະມານກວ່າ 40 ຕື້ກີບ ສ້າງສະຖານີຂົນສົ່ງແຫ່ງໃໝ່ຂຶ້ນ ເພື່ອອຳນວຍຄວາມສະດວກ ກໍ່ຄືກັນຫຼຸດຜ່ອນຄວາມແອອັດຂອງລົດໂດຍສານ ໃນເສັ້ນທາງຫຼັກໃຫ້ນະຄອນຫຼວງວຽງຈັນ.
ການແຂ່ງຂັນກີລາກ໊ອຟ ການກຸສົນ ເພື່ອລະດົມທຶນສ້າງຕຶກປິ່ນປົວ ແລະບຳບັດຜູ້ຕິດຢາເສບຕິດ ສົມສະຫງ່ານະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 20 ສິງຫາ 2016 ທີ່ສະໜາມກີລາກ໊ອຟລ່ອງແທງ (ຫຼັກ 18 ທ່າເດື່ອ) ໂດຍການເປັນປະທານຂອງທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ສອນໄຊ ສີພັນດອນຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດານັກກີລາມາຈາກຂະແໜງການຕ່າງໆ ແລະ ນັກກີລາສະໜັກຫຼິ້ນ ເຂົ້າຮ່ວມ 170 ກວ່າທ່ານ.