ເພື່ອເປັນການສ້າງຂະບວນການຂໍ່ານັບຊົມເຊີຍ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ທີ່ຈະບັນຈົບຄົບຮອບມາອີກວາລະໜື່ງໃຫ້ເປັນຂະບວນຟົດຟື້ນ.
ໃນຕອນເຊົ້າຂອງວັນທີ 14 ທັນວາ 2019 ຜ່ານມາ ໄດ້ມີພິທີຮັບມະຫາຊົນຜູ້ກ້າວໜ້າ ແລະ ເລື່ອນສະມາ ຊິກເຍົາວະຊົນທັນວາຜູ້ທີ່ພົ້ນກະສຽນ ເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ທົ່ວນະຄອນຫຼວງວຽງຈັນປະຈໍາປີ 2019 ເຊິ່ງຈັດຂຶ້ນທີ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ ໂດຍການເປັນປະທານຂອງສະຫາຍ ນາງ ສຸມາລີ ທໍາມະວົງ ກໍາມະການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງສະຫາຍ ອາລຸນໄຊ ສູນນາລາດ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ສະຫາຍ ພຈົວ ສີພອນ ຈັນສົມວົງ ຄະນະປະຈໍາພັກນະຄອນຫຼວງ ຫົວໜ້າກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເລຂາຊາວໜຸ່ມເມືອງ ພະແນກການ ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ຕໍ່ການສ້າງຄົນລຸ້ນສືບທອດພາລະກິດຂອງພັກກໍ່ຄືການກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ການພັດທະນາປະເທດຊາດ ສະນັ້ນ ຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຄັດເລືອກ ແລະ ຮັບເອົານ້ອງນັກຮຽນຜູ້ທີ່ມີຄວາມກ້າວໜ້າບຸກບືນດ້ານການ ຮໍ່າຮຽນ ມີຄຸນສົມບັດດີ ມີລະບຽບວິໃນ ພ້ອມທັງປະຕິບັດຕາມເນື້ອໃນຄໍາສອນ 6 ຮັກ 3 ຊັງຂອງທ່ານຜູ້ນໍາ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ແລະ ກົດລະບຽບຂອງຄະນະຊາວໜຸ່ມ ປປລ ວາງອອກ ເພື່ອເຂົ້າມາເປັນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວໃໝ່ ຈໍານວນ 8.323 ສະຫາຍ ຍິງ 3.720 ສະຫາຍ ເຊິ່ງມາຈາກ 9 ເມືອງ ແລະ 3 ໂຮງຮຽນເອກະລາດ ໃນທົ່ວນະຄອນຫຼວງວຽງຈັນ.
ພ້ອມດຽວກັນນີ້ ຄະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ຍັງໄດ້ຈັດກິດຈະກໍາທັດສະນະສຶກສາມູນເຊື້ອ ແລະ ຖາມ-ຕອບຄວາມຮູ້ຮອບຕົວ ກອງປະຊຸມສໍາມະນາວິທະຍາສາດ ພາຍໄຕ້ຫົວຂໍ້ ຊາວໜຸ່ມກັບການປົກປັກຮັກສາ ແລະ ຮ່ວມພັດທະນານະຄອນຫຼວງວຽງຈັນ ງານແຂ່ງຂັນຕີກອງດຸລິຍາງແປຕົວອັກສອນ ແລະ ແຂ່ງຂັນກິລາບານເຕະ ປະຈໍາປີ 2019 ເຊິ່ງມີສະມາຊິກຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມທັງໝົດ 10.887 ສະຫາຍ ເປັນຍິງ 7.690ສະຫາຍ.