ການຄັດເລືອກນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2017 ໄດ້ເລີ່ມມາແຕ່ເດືອນທັນວາ 2016 ແລະ ເລີ່ມເປີດຮັບສະໝັກໂດຍພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທນວ) ຮ່ວມກັບບໍລິສັດ ກິດຕະພົງກຣຸບ ເປັນຜູ້ຈັດ ເຊິ່ງມີນາງສາວມາສະໝັກຈຳນວນ 200 ຄົນ ທີ່ມາຈາກໂຮງຮຽນ ແລະສະຖາບັນການສຶກສາແຫ່ງຕ່າງໆໃນນະຄອນຫຼວງ
ຈາກນັ້ນມີການຄັດເລືອກຈາກຮອບ 100 ຄົນ 50 ຄົນ ແລະ ເຫຼືອພຽງ 20 ຄົນເຊິ່ງຮອບນີ້ໃຫ້ຄະແນນຜ່ານເຄືອຂ່າຍອີທີແອວ ແລະ ເຟສ ນາງສາວ ນວທີ່ມີຄະແນນຫຼາຍ ໄດ້ເຂົ້າຮອບ 20 ຄົນແບບອັດຕະໂນມັດ ແລະຜ່ານການຄັດເລືອກຈາກທາງຄະນະກຳມະການ ເພື່ອເຂົ້າຮອບຕັດສິນ ແລະປະກາດຜົນຮອບ 7 ຄົນສຸດທ້າຍແມ່ນນາງ ວານິພອນ ພູມີໄຊ ໄດ້ຮັບ 4 ລາງວັນຂວັນໃຈສື່ມວນຊົນ ສາວທັນສະໄໝ ໜ້າໃສ ແລະ ນາງສາວຜີວງາມພ້ອມທັງຕຳແໜ່ງນາງສາວນະຄອນຫຼວງວຽງຈັນ 2017 ໄດ້ຮັບສາຍສະພາຍພ້ອມມຸງກຸດປະດັບເພັດ ມູນຄ່າ 35 ລ້ານກີບ ເງິນສົດ 20 ລ້ານກີບ ຄຳໜັກ 1 ບາດ ແລະ ຂອງຂວັນລາງວັນອື່ນໆອີກເປັນຈຳນວນຫຼາຍ.
ສ່ວນຮອງອັນດັບ 1 MVT 04 ນາງ ຫຍິງງາມ ໜໍ່ຄຳ ໄດ້ຮັບສາຍສະພາຍເງິນສົດ 10 ລ້ານກີບ ຄຳໜັກ 2 ສະຫຼຶງ ພ້ອມຂອງຂວັນລາງວັນອື່ນໆຮອງອັນດັບ 2 MVT 19 ນາງ ສຸດາ ສັງວິບຸດ ໄດ້ຮັບສາຍສະພາຍ ເງິນສົດ 5 ລ້ານກີບ ຄຳໜັກ 2 ສະຫຼຶງ ແລະ ລາງວັນອື່ນໆອີກ ສ່ວນຮອງອັນ 3 ທັງ 4 ຄົນກໍ່ຈະໄດ້ຮັບສາຍສະພາຍພ້ອມເງິນສົດຜູ້ລະ 3 ລ້ານກີບພ້ອມດ້ວຍຂອງລາງວັນອີກຫຼາຍຢ່າງ.
ຮອບຕັດສິນການຄັດເລືອກນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2017 ພາຍໃຕ້ຫົວຂໍ້: ສົ່ງເສີມມໍລະດົກ ວັດທະນະທຳ ນຳຄຸນຄ່າສູ່ແມ່ຍິງລາວຈັດໃນຄ່ຳຄືນວັນທີ 8 ເມສາ 2017 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ວາດສະໜາ ຄຸດໄພທູນພັນລະຍາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ເປັນປະທານກິດຕິມະສັກມີທ່ານປະທານສູນກາງສະຫະພັນແມ່ຍິງນະຄອນຫຼວງທ່ານຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພາກສ່ວນກ່ຽວແຂກຖືກເຊີນ ແລະ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.