ໃນລະຫວ່າງວັນທີ 26-27 ມັງກອນ 2017 ຫ້ອງວ່າການນະຄອນຫລວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ປະກອບຄຳຄິດເຫັນ ໃສ່ຮ່າງຍຸດທະສາດ ການຫັນວຽກງານຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ເປັນທັນສະໄໝ ຢູ່ທີ່ສະໂມສອນໄຟຟ້າທ່າລາດ, ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ປອ. ນາງ ວຽງສະຫວັນ ດວງສະຫວັນ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ, ວິທະຍາກອນ ພ້ອມດ້ວຍສຳມະນາກອນ ຈາກບັນດາກົມທີ່ສັງກັດຂຶ້ນກັບ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີບັນດາກະຊວງ, ບັນດາຫ້ອງວ່າການແຂວງ 18 ແຂວງທົ່ວປະເທດເຂົ້າຮ່ວມຫຼາຍກວ່າ 88 ທ່ານ.
ການສຳມະນາຄັ້ງນີ້ ໄດ້ຜ່ານຮ່າງຍຸດທະສາດກ່ຽວກັບການບໍລິຫານວຽກງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນທັນສະໄໝ,ວິໄສທັດ 2030, ແຜນງານຮອດປີ 2020, 2030; ນອກນັັ້ນ ກອງປະຊຸມຍັງໄດ້ລົງເລິກ ປຶກສາຫາລື ແລະ ປະກອບຄຳຄິດເຫັນໃສ່ ແຜນງານ ແລະ ແຜນໂຄງການດັ່ງກ່າວ. ທັງໝົດນີ້ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມສະດວກ, ວ່ອງໄວ, ຊັດເຈນ ແລະ ມີຄຸນນະພາບ.