ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນຈັດກອງປະຊຸມສະຫຼຸບວຽກງານທົ່ວນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2019 ແລະ ທິດທາງແຜນການປີ 2020 ຈັດຂຶ້ນວັນທີ 8 ມັງກອນ 2020 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ເຂັມເພັດ ແພງດວງຈັນຫົວໜ້າຄະນະໂຄສະນາອົບຮົມ ນວ ມີທ່ານ ຄຳພັນ ພົມມະທັດຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ອານຸພາບ ຕຸນາລົມປະທານສະພາປະຊາຊົນ ນວ ພ້ອມດ້ວຍຮອງເລຂາ ຄະນະບໍລິຫານງານພັກເລຂາຄະນະບໍລິຫານງານເມືອງ ເຈົ້າເມືອງ ເລຂາຄະນະພັກຮາກຖານຫົວໜ້າພະແນກການອ້ອມຂ້າງ ແລະ ໂຄສະນາອົບຮົມ 9 ຕົວເມືອງ ແລະພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເພື່ອເປັນການສ້າງຂະບວນການຂໍ່ານັບຊົມເຊີຍ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ທີ່ຈະບັນຈົບຄົບຮອບມາອີກວາລະໜື່ງໃຫ້ເປັນຂະບວນຟົດຟື້ນ.
ໃນຕອນບ່າຍວັນທີ 30 ພຶດສະພາ 2019 ເວລາ 11:30 , ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ, ທາງບໍລິສັດ ລາວອາຣມີເດຍຮ່ວມກັບບໍລິສັດ ພາກພູມກະເສດ 003 ຈຳກັດ ໄດ້ມອບປຸ້ຍໃຫ້ຫ້ອງວ່າການນະຄອນຫຼວງວຽງຈັນ ຈຳນວນ 30 ຊຸດ ຮັບເອົາໂດຍທ່ານພູວົງ ວົງຄຳຊາວ ຫົວໜ້າຫ້ອງ ວ່າການ ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2019).
ໃນເວລາ 16:30 ໂມງ ຂອງວັນທີ 22 ພຶດສະພາ 2019, ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ, ນຳໂດຍແມ່ນທ່ານ ປອ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ພ້ອມດ້ວຍຄະນະ, ໄດ້ມອບເບ້ຍໄມ້ ຕົ້ນມ່ວງ 100 ເບ້ຍ ຕົ້ນສີດາ 50 ເບ້ຍ ຕົ້ນມີ່ 50 ເບ້ຍ ລວມທັງໝົດຈໍານວນ 200 ເບ້ຍ ໃຫ້ແກ່ຫ້ອງວ່າການ ນວ, ໂດຍແມ່ນທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການ ນວ ແລະ ຄະນະ ຮັບເອົາເບ້ຍໄມ້ນັ້ນ ເພື່ອນຳມາປູກຢູ່ສໍານັກງານປົກຄອງ ນວ, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2019) ທີ່ໃກ້ຈະມາເຖິງນີ້.