ພິທີມອບ-ຮັບໂຄງການ ການກໍ່ສ້າງຊົນລະປະທານຈັກສູບນ້ຳບ້ານຄົກເພີງ ແລະ ບ້ານອ່າງນ້ອຍ ເມືອງສັງທອງ ນະຄອນຫຼວງວຽງຈັນຈັດຂຶ້ນວັນທີ 15 ພະຈິກ 2019 ກ່າວມອບໂດຍທ່ານ ສີທາດ ແສງພະຈັນປະທານບໍລິສັດ ແກ້ວທະວີຊັບ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ແລະກ່າວຮັບໂດຍທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ນະຄອນຫຼວງວຽງຈັນ ມີທ່ານ ສີຫຸນ ສິດທິລືໄຊຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ດາວເພັດ ອາລຸນເຈົ້າເມືອງສັງທອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຕອນບ່າຍ ຂອງວັນທີ 22 ພຶດສະພາ 2019 ທີ່ຫ້ອງປະຊຸມໃຫຍ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ. ໄດ້ຈັດກອງປະຊຸມທົບທວນ ແລະວາງແຜນເພີ່ມເຕີມຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ"ຕິດພັນກັບຮັກນະຄອນຫຼວງໄລຍະຮອດທ້າຍປີ 2020 ໂດຍການເປັນປະທານ ຂອງທ່ານ ປອສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ-ເຈົ້າຄອງນະຄອນຫຼວງວຽງຈັນເຂົ້າຮ່ວມມີ ບັນດາພະນັກງານ, ສະມາຊິກພັກ ຈາກພາກສ່ວນ ສະພາປະຊາຊົນ ນວ, ຄະນະພັກ-ອົງການປົກ ຄອງ ນວ, ຈາກບັນດາພະແນກການ-ອົງການອ້ອມຂ້າງ ນວ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 13 ກໍລະກົດ 2018 ທ່ານ ສິນລະວົງ ຄຸດໄພທູນເຈົ້າຄອງນະຄອນຫຼວງວຽງຈັນພ້ອມການນຳນະຄອນຫຼວງວຽງຈັນໄດ້ເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ການພັດທະນາຢູ່ເຂດເສດຖະກິດສະເພາະບຶງທາດຫຼວງໂດຍການຕ້ອນຮັບຂອງທ່ານ ຄຳລຽນ ພົນເສນາຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຜູ້ຊີ້ນຳວຽກງານເຂດເສດຖະກິດພິເສດ ພ້ອມດ້ວຍຄະນະ ແລະຜູ້ພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ.
ເພື່ອປ້ອງກັນນໍ້າບໍ່ໃຫ້ຖ້ວມຂັງຕົວເມືອງວຽງຈັນ ໃນວັນທີ 14 ພຶດສະພາ 2018 ທີ່ຜ່ານມາ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ພ້ອມດ້ວຍຄະນະລົງຕິດຕາມກວດກາການລວງຄອງລະບາຍນ້ຳບຶງທາດຫຼວງ ບໍລິເວນສູນການຄ້າອາຊຽນມໍ ໃນໂອກາດລົງຕິດຕາມຄັ້ງນີ້ ໜ່ວຍງານຮັບຜິດຊອບ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດບັນດາໜ້າວຽກໃນໄລຍະຜ່ານມາ ໃຫ້ແກ່ຄະນະຊາບ.
ພະແນກຕຳຫຼວດຈາລະຈອນນະຄອນຫຼວງວຽງຈັນ ແຈ້ງໃຫ້ຊາບວ່າ: ລະຫວ່າງວັນທີ 14-16 ເມສາ 2018 ທີ່ຜ່ານມາໃນເທດສະການສະ:ຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2561 ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂື້ນທັງໝົ້ດ 24 ກໍລະນີມີຜູ້ເສຍຊີວິດຈຳນວນ 6 ຄົນ ຍິງ 0.