ເຊີດຊູຄວາມສາມາດນຳພາຂອງຄະນະພັກ ເພີ່ມທະວີຄວາມສັກສິດຂອງການບໍລິຫານລັດ ເສີມຂະຫຍາຍປະຊາທິປະໄຕປະຊາຊົນ ເສີມສ້າງສັງຄົມສາມັກຄີປອງດອງ ປຸກລະດົມກຳລັງແຮງທົ່ວສັງຄົມ ພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນນະຄອນທີ່ໜ້າຢູ່ ແລະ ຍືນຍົງ !

23380359 492134221166541 5400308590124914166 n

    ຕາມການລາຍງານຂອງໜ່ວຍງານກວດກາຄວາມເປັນລະບຽບຮຽບຮ້ອຍຕົວເມືອງ ຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ນວ ລາຍງານໃຫ້ຊາບວ່າ ສຳລັບເມືອງຈັນທະບູລີ ມື້ນີ້ແມ່ນພວກເຮົາລົງກວດກາບໍລິເວນແຕ່ເສັ້ນທາງສະຫວ່າງ-ໂພນຕ້ອງ-ທາງຄ້ອຍ ໄຟຟ້າ. ຈາກການຕິດຕາມສະພາບຂະບວນການຊົ່ວໂມງວຽງຈັນສະອາດ ຂອງເສັ້ນທາງດັ່ງກ່າວເຫັນວ່າ ມີປະຊາຊົນອອກມາປັດກວດໜ້າບ້ານຂອງຕົນປະມານ 60 ເປີເຊັນ ມັນສະແດງອອກຢູ່ບອນວ່າ ເວລາ ພະນັກງານພວກເຮົາລົງກວດກາເຫັນວ່າໜ້າເຮືອນຂອງປະຊາຊົນສະອາດດີ ແລະ ເປັນລະບຽບຮຽບຮ້ອຍດີ.

22405811 483172458729384 5016751596327308505 n

    ໃນ​ວັນ​ທີ 12 ຕຸລາ 2017 ທີ່ຜ່ານມາ ທີ່​ຫ້ອງ​ວ່າການ​ປົກຄອງ ນວ ໄດ້ຈັດພິທີ​ລົງ​ນາມ​ການ​ຮ່ວມ​ມືໂຄງການ​ພັດທະນາ​ວຽງ​ຈັນເອ​ເລັກໂຕຣ​ນິກ (E-Vientiane) ຕາງໜ້າ​ໃຫ້​ອົງການ​ປົກຄອງ ນວ ໂດຍ​ທ່ານ ຄຳ​ພັນ ມາລາ​ບັນດິດ ຫົວໜ້າ​ພະແນກການເງິນ ນວ ແລະ ທ່ານ ນິ​ໂກ​ລາຍ ອຸ​ສະຕິ​ນົບ ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ ເອັມ​ເຄ-ແອສ​ພີ ຈຳກັດ ເຂົ້າ​ຮ່ວມ​ເປັນ​ກຽດ​ມີ​ທ່ານ ສິນລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ແລະ ພາກສ່ວນ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ເຂົ້າຮ່ວມ.

WhatsApp Image 2017 10 11 at 9.32.11 AM

     ໃນຕອນເຊົ້າຂອງວັນທີ 11 ເດືອນ ຕຸລາ ປີ 2017 ທີຫ້ອງປະຊຸມທັນສະໄໝຂອງຫ້ອງວ່າການ ນວ ໄດ້ຈັດກອງປະຊຸມປືກສາຫາລື 3 ພາກສ່ວນ ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ) ວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍ, ການແກ້ໄຂອຸປະຕິເຫດ ແລະການແກ້ໄຂການຈາລະຈອນແອອັດ ໃນ ນວ, ໂດຍເປັນປະທານຂອງ 3ທ່ານຄື: 1. ທ່ານ ດຣ ອານຸພາບ ຕຸນາລົມ, ຮອງເລຂາຄະນະພັກ, ກຳມະການສູນການພັກ, ປະທານສະພາປະຊາຊົນ ນວ, 2. ທ່ານ ນາງ ວິໄລຄຳ ໂພສາລາດ, ຮອງລັດຖະມົນຕີກະຊວງ ຍທຂ, 3. ທ່ານ ພົຕ ສິນທະວົງ ໄຊຍະກອນ, ຮອງລັດຖະມົນຕີ ກະຊວງ ປກສ.

     ໃນວັນທີ 10 ຕຸລາ, ທີ່ຫ້ອງປະຊຸມຊັ້ນ 4 ຂອງຫ້ອງວ່າການນະຄອນຫຼວງ ໄດ້ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ສຳມະນາກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນ ນວ, ພ້ອມຖືໂອກາດນີ້ເປັນການສະເຫຼີມສະຫຼອງວັນສັບປະດາເຄກາສະຖານໂລກ ຄົບຮອບ 32 ປີ, ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ, ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະ ຊວງໂຍທາທິການ ແລະ ຂົນສົ່ງ.

21768217 477632132616750 2335171265694870224 n

     ກອງ​ປະຊຸມ​ອົງການ​ປົກຄອງນະຄອນຫຼວງ​ວຽງ​ຈັນ ຄັ້ງ​ທີ 12 ວັນ​ທີ 25-26 ກັນຍາ 2017 ຢູ່ຫ້ອງ​ວ່າການປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ມີ​ບັນດາ​ຄະນະ​ນຳ​ອ້ອມ​ຂ້າງອົງການ​ປົກຄອງນະຄອນຫຼວງວຽງ​ຈັນ ເຂົ້າ​ຮ່ວມ.

ຄົ້ນຫາ

ປະຕິທິນ

June 2023
S M T W T F S
28 29 30 31 1 2 3
4 5 6 7 8 9 10
11 12 13 14 15 16 17
18 19 20 21 22 23 24
25 26 27 28 29 30 1

ສະຖານທີ່ທ່ອງທ່ຽວ

ພະທາດຫຼວງ
ປະຕູໄຊ
ຫໍພະເແກ້ວ
ວັດຊຽງຄວນ
ວັດສີສະເກດ

ຜູ້ເຂົ້າຢ້ຽມຊົມ

ຈຳນວນຜູ້ເຂົ້າຊົມມື້ນີ 54

ຈຳນວນຜູ້ເຂົ້າຊົມວານນີ້ 46

ຈຳນວນຜູ້ເຂົ້າຊົມອາທິດນີ້ 176

ຈຳນວນຜູ້ເຂົ້າຊົມເດືອນນີ້ 178

ຈຳນວນຜູ້ເຂົ້າຊົມທັງໝົດ 116576

Currently are 7 guests and no members online