ເມື່ອເຖິງລະດູເດືອນ 5 ເຮັດບຸນສົງນໍ້າ : ການຫົດນໍ້າພຣະພຸດທະຮູບ ພຣະສົງພໍ່ແມ່ ຜູ້ເຖົ້າຜູ້ແກ່ ເອີ້ນວ່າ: ສົງນໍ້າ ການເຮັດບຸນມີການໃຫ້ທານເປັນຕົ້ນກ່ຽວແກ່ການສົງນໍ້າ ເອີ້ນວ່າ ບຸນສົງນໍ້າ ອີກໜຶ່ງເອີ້ນວ່າ ຕຣຸສສົງກາຣນຕ໌ ຕຣຸສຄື ສິ້ນສົງກາຣນຕ໌ ຄື ການເຄື່ອນຍ້າຍໄດ້ແກ່ວັນທີ່ພຣະອາທິດເຄື່ອນຍ້າຍຈາກລະດູໜາວ ກ້າວຂື້ນໄປສູ່ລະດູຮ້ອນ ໃນລະຍະນີ້ເອີ້ນວ່າ:ຕຣຸສສົງກາຣນຕ໌ ກຳໜົດເອົາວັນຂື້ນ 15 ຄ່ຳເດືອນ 5 ເພາະມີກຳໜົດເຮັດໃນເດືອນ 5 ຈຶ່ງມີຊື່ເອີ້ນອີກຢ່າງໜຶ່ງວ່າບຸນເດືອນຫ້າ
ມູນເຫດແຫ່ງການເຮັດ:ເມື່ອລະດູເດືອນເຄື່ອນມາເຖິງເດືອນຫ້າອາກາດຮ້ອນອົບເອົ້າຜິດປົກກະຕິເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍ ການອາບນ້ຳຊຳຮະຮ່າງກາຍເປັນອຸບາຍວິທີແກ້ຮ້ອນຜ່ອນຄາຍເປັນເຢັນ ໃຫ້ໄດ້ຮັບຄວາມສຸຂກາຍສະບາຍໃຈມີເລື່ອງໜຶ່ງທ່ານກ່າວໄວ້ວ່າ :
ພິທີເປີດການນຳໃຊ້ສາລາບ່ອນນັ່ງລໍຖ້າລົດເມ ແລະ ງານສະໜັບສະໜູນປີທ່ອງທ່ຽວລາວ 2018, ຈັດຂື້ນວັນທີ 28 ມີນາ 2018 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ມີທ່ານແກ້ວພິລາວັນ ອາໄພລາດ ຮອງເຈົ້າຂອງນະຄອນຫຼວງວຽງຈັນ, ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕິກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຫວັ່ນຄອນ ຣາຊມຸນຕີ ຮອງລັດຖະມົນຕິກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຕອນເຊົ້າຂອງວັນທີ 1 ເມສາ 2018 ທີ່ຖະໜົນທາງເບຕົງຕັດໃໝ່ໜອງບຶກ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ເປີດສັບປະດາວຽງຈັນສະອາດ ວັນທີ 1-7 ເມສາ 2018
ຕອນແລງ ຂອງວັນທີ 5 ມີນາ 2018 ເວລາ 17:00 ໂມງ, ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໄດ້ລົງກວດກາສະໜາມຂີເຫຍື້ອຫຼັກ 32 ບ້ານ ນາຜາສຸກ, ເມືອງໄຊທານີ ນວ ທີ່ຖືກໄຟໄໝ້ ໃນຕອນບ່າຍຂອງວັນທີ 4 ມີນາ 2018 ທີ່ຜ່ານມາ. ເຊີ່ງສາຍເຫດເບື້ອງຕົ້ນສັນນິຖານວ່າຕົ້ນໄຟທີ່ແຜ່ລາມໃນຄັ້ງນີ້ ແມ່ນຍ້ອນສະເກັດໄຟໄໝ້ປ່າ ແລະ ຍ້ອນມື້ນັ້ນສະພາບອາກາດຮ້ອນຫຼາຍ ແລະ ມີລົມພັດແຮງ ຈື່ງເຮັດໃຫ້ພັດເອົາແປວໄຟເຂົ້າໄປໃນສະໜາມຂີ້ເຫຍື້ອ ແລະ ໄດ້ເກີດລຸກໄໝ້ແຜ່ລາມເປັນບໍລິເວນກ້ວາງ.
ຕອນເຊົ້າຂອງວັນທີ 6 ມັງກອນ 2018, ເວລາ 6 ໂມງເຊົ້າທີ່ເດີນສະໜາມຫຼວງແຫ່ງຊາດ (ເດີ່ນທາດຫຼວງ), ສະມະຊິກຊາວໜຸ່ມຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ເປິດຂະບວນການອອກແຮງງານລວມ ຮ່ວມກັບຊາວໜຸ່ມເມືອງໄຊເສດຖາ