ໂຮງແຮມຂຽວອາຊຽນ 5 ລາງວັນ ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) 5 ລາງວັນ ມາດຕະຖານເມືອງ ທ່ອງທ່ຽວສະອາດອາຊຽນ 1 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 2 ລາງວັນຈາກງານມະຫາກຳການທ່ອງທ່ຽວອາຊຽນ ປະຈຳປີ 2020 ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-16 ມັງກອນ 2020 ຢູ່ທີ່ປະເທດບຣູໄນ.
ລາງວັນມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard) ຊຶ່ງເປັນມາດຕະຖານທຳອິດທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນອາຊຽນຊຶ່ງເລີ່ມມີການມອບລາງວັນ ແຕ່ປີ 2008 ໂດຍຈັດຂຶ້ນໃນທຸກໆ 2 ປີຊຶ່ງປີນີ້ເປັນຄັ້ງທີ 7 ໂດຍມີຈຸດປະສົງເພື່ອຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດໂຮງແຮມ ແລະ ຣີສອດມີການປົກປັກຮັກສາສິ່ງແວດລ້ອມ ລວມເຖິງການນຳໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ນຳໃຊ້ພະລັງງານໄຟຟ້າ ແລະນ້ຳຢ່າງມີປະສິດທິພາບສົ່ງເສີມໃຫ້ມີການສ້າງວຽກເຮັດງານທຳພາຍໃນປະເທດ ແລະສົ່ງເສີມໃຫ້ນຳໃຊ້ຜະລິດຕະພັນພາຍໃນປະເທດ ຊຶ່ງປີນີ້ຢູ່ໃນອາຊຽນມີບັນດາໂຮງແຮມ ແລະ ຣີສອດ ທີ່ໄດ້ຮັບລາງວັນທັງໝົດ 46 ລາງວັນ.
ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນຄື: ໂຮງແຮມພູແມນແຂວງຫຼວງພະບາງ ໂຮງແຮມອິນທິຣາ ແຂວງວຽງຈັນຣີສອດນ້ຳກັດຢໍລະປ່າແຂວງອຸດົມໄຊ ຣີສອດພູວິວລ່າແຂວງຫຼວງນ້ຳທາ ແລະ ໂຮງແຮມປາກຊ່ອງແດນງາມ ແຂວງຈຳປາສັກ.
ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) (ASEAN MICE Venue Standard) ຊຶ່ງມາດຕະຖານດັ່ງກ່າວນີ້ໄດ້ມີການມອບລາງວັນ ເປັນຄັ້ງທີ 2 ເພື່ອແນໃສ່ເພື່ອສົ່ງເສີມໃຫ້ພາກພື້ນອາຊຽນມີຫ້ອງປະຊຸມທີ່ມີມາດຕະຖານຄຸນນະພາບສູງ ແລະສາມາດແຂ່ງຂັນກັບສາກົນໄດ້ເພື່ອດຶງດູດນັກທ່ອງທ່ຽວ ແລະສ້າງລາຍຮັບໃຫ້ພາກພື້ນອາຊຽນໃຫ້ຫຼາຍຂຶ້ນ ຊຶ່ງປີນີ້ ຢູ່ໃນອາຊຽນມີຫ້ອງປະຊຸມທີ່ໄດ້ຮັບລາງວັນທັງໝົດ 41 ລາງວັນ.
ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນຄື:ຫ້ອງປະຊຸມຂອງໂຮງແຮມພູແມນ ແຂວງຫຼວງພະບາງຫ້ອງປະຊຸມຂອງໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຫ້ອງປະຊຸມຂອງໂຮງແຮມຈຳປາສັກແກຣນ ແຂວງຈຳປາສັກ ແລະ ຫໍວັດທະນະທຳ ແຂວງສະຫວັນນະເຂດ.
ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard) ຊຶ່ງມາດ ຕະຖານດັ່ງກ່າວນີ້ໄດ້ມີການມອບລາງວັນ ເປັນຄັ້ງ ທີ 2 ເພື່ອສົ່ງເສີມໃຫ້ເມືອງທ່ອງທ່ຽວຂອງອາຊຽນມີການຮັກສາສິ່ງແວດລ້ອມປ້ອງກັນບໍ່ໃຫ້ມີຜົນກະທົບຈາກການປ່ຽນແປງຂອງສະພາບອາກາດແລະເປັນການປະກອບສ່ວນພັດທະນາບັນດາເມືອງຕ່າງໆໃນປະເທດສະມາຊິກອາຊຽນໃຫ້ມີຄວາມຢືນຍົງຊຶ່ງປີນີ້ຢູ່ໃນບັນດາປະເທດສະມາຊິກອາຊຽນມີເມືອງທ່ອງທ່ຽວທີ່ໄດ້ຮັບລາງວັນທັງໝົດ 21 ລາງວັນ.
ສຳລັບ ສປປ ລາວ ໄດ້ຮັບ 1 ລາງວັນ ຄື:ເມືອງທ່ອງທ່ຽວນະຄອນຫຼວງວຽງຈັນລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ASEAN Sustainable Tourism Award) ລາງວັນດັ່ງກ່າວແມ່ນການລິເລີ່ມຂອງ ສປປ ລາວ ໃນໄລຍະ ສປປ ລາວເປັນປະທານອາຊຽນໃນປີ 2016 ໃນປີນີ້ແມ່ນມອບລາງວັນເປັນຄັ້ງທີ 2 ຊຶ່ງມີຈຸດປະສົງເພື່ອເປັນການສ້າງແຮງຈູງໃຈໃຫ້ແກ່ຈຸດໝາຍປາຍທາງການທ່ອງທ່ຽວອາຊຽນແລະ ພາກສ່ວນທີ່ກ່ຽວຂ້ອງ ທັງເພື່ອຮ່ວມກັນພັດທະນາການທ່ອງທ່ຽວແລະ ເພື່ອຫຼຸດຜ່ອນບັນຫາດ້ານສິ່ງແວດລ້ອມ ວັດທະນະທຳ-ສັງຄົມ ແລະເສດຖະກິດ ທີ່ເກີດຈາກຂະຫຍາຍຕົວຂອງການທ່ອງທ່ຽວຢ່າງວ່ອງໄວຂະນະດຽວກັນກໍ່ໃຫ້ຄຳແນະນຳ ແລະແຮງຈູງໃຈທີ່ເປັນປະໂຫຍດໃຫ້ແກ່ພາກລັດ ແລະ ພາກທຸລະກິດເພື່ອປັບປຸງຜະລິດຕະພັນ ແລະການບໍລິການຂອງຕົນໃຫ້ໄດ້ຕາມກັບມາດຕະຖານທີ່ມີຢູ່ ຊຶ່ງປີນີ້ຢູ່ໃນອາຊຽນມີຜະລິດຕະພັນການທ່ອງທ່ຽວທີ່ໄດ້ຮັບລາງວັນທັງໝົດ 18 ລາງວັນ ສຳລັບ ສປປ ລາວ ໄດ້ຮັບ 2 ລາງວັນ ຄື:ສະຖານທີ່ທ່ອງທ່ຽວ ວັດຊຽງທອງ ແຂວງຫລວງພະບາງ (ຜະລິດຕະພັນການທ່ອງທ່ຽວ ໃນຕົວເມືອງ) ສະຖານທີ່ທ່ອງທ່ຽວວັດພູຈຳປາສັກ,ແຂວງຈຳປາສັກ (ຜະລິດຕະພັນການທ່ອງທ່ຽວໃນຊົນນະບົດ).
ງານມະຫາກຳທ່ອງທ່ຽວອາຊຽນ ປະຈຳປີ 2021 ຈະຈັດຂຶ້ນໃນເດືອນມັງກອນ ປີ 2021 ທີ່ປະເທດກຳປູເຈຍ.
ໜັງສືພິມວຽງຈັນໃໝ່