ໃນວັນທີ 28 ພະຈິກ 2019 ພະແນກກະສິກໍາ ແລະ ປ່າໄມ້, ພະແນກອຸດສາຫະກໍາ ແລະ ການຄ້າ, ຫ້ອງວ່າການ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງຂອງເມືອງຈັນທະບູລີ ໄດ້ລົງກວດກາສານປົນເປື້ອນໃນພືດຜັກ ທີ່ໄດ້ນໍາເຂົ້າຈາກ ສປ ຈີນ
ຢູ່ສາງເຢັນຈໍານວນ 2 ຈຸດ ຂອງບໍລິສັດ ລຸຍຄັງ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ຕັ້ງຢູ່ບ້ານທົ່ງຂັນຄໍາ, ເມືອງຂັນທະບູລີ, ນະຄອນຫຼວງວຽງຈັນ. ໃນການລົງກວດກາໃນຄັ້ງນີ້ໄດ້ເກັບຕົວຢ່າງພືດຜັກຈໍານວນ15 ຊະນິດໄປວິໃຈ, ເຊິ່ງຜ່ານການກວດກາແລ້ວ ໄດ້ຮັບຜົນການວິໄຈດັ່ງນີ້:
- ມີ 1 ລາຍການທີ່ມີສານພຶດຕົກຄ້າງໃນລະດັບບໍ່ປອດໄພ ຄື: ຫົວກະລົດ
- ມີ 3 ລາຍການທີ່ມີສານພຶດຕົກຄ້າງໃນລະດັບທີ່ບໍລິໂພກໄດ້ ຄື: ຜັກການດນາ, ຜັກສະນາລີ ແລະ ໝາກຖົ່ວລັນເຕົາ;
- ມີ 11 ລາຍການທີ່ປອດໄພ (ບໍ່ມີສານພຶດຕົກຄ້າງ) ຄື: ໃບຜັກບົ່ວ, ຜັກກາດຕີນໝີ, ຜັກາດຮ໋ອງເຕ້, ຜັກກາດຂາວ, ໜໍ່ໄມ້ຝຣັ່ງ, ໝາກເຜັດຫວານ, ໝາກເຜັດໃຫຍ່ຍາວ, ໝາກເຂືອຍາວ (ສີມ້ວງ), ໝາກແຕງຍີ່ປູ່ນ, ໝາກແອັບເປີ້ນ ແລະ ໝາກສີດາ.
ນະຄອນຫຼວງວຽງຈັນ ຈະໄດ້ສືບຕໍ່ເກັບກໍາຕົວຢ່າງພືດຜັກຊະນິດອື່ນໆ ມາກວດກາຕື່ມອີກ. ພ້ອມທັງ ຈະໄດ້ສືບຕໍ່ກວດກາພືດຜັກຢູ່ຕາມຕະຫຼາດ ແລະ ຮ້ານຄ້າ ຕ່າງໆ ຢູ່ນະຄອນຫຼວງວຽງຈັນ ເພື່ອປົກປ້ອງສິດ, ຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ຈໍາກັດ-ປ້ອງກັນການນໍາເຂົ້າສິນຄ້າປະເພດພືດຜັກ