ໂຮງແຮມຂຽວອາຊຽນ 5 ລາງວັນ ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) 5 ລາງວັນ ມາດຕະຖານເມືອງ ທ່ອງທ່ຽວສະອາດອາຊຽນ 1 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 2 ລາງວັນຈາກງານມະຫາກຳການທ່ອງທ່ຽວອາຊຽນ ປະຈຳປີ 2020 ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-16 ມັງກອນ 2020 ຢູ່ທີ່ປະເທດບຣູໄນ.
ພິທີເຊັນສັນຍາ ສະໜອງທຶນໃຫ້ໂຄງການປ້ອງກັນສະພາບນ້ຳຖ້ວມອັ່ງຂັງໃນຕົວເມືອງ ໂດຍການອະນາໄມລວງຮ່ອງລະບາຍນ້ຳແຄມທາງ ແລະ ຮ່ອງນ້ຳສາຍຫຼັກຕ່າງໆໃນນະຄອນຫຼວງວຽງຈັນ (ນວ)
ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດອິນຊີທອງມໍເຕີ ຂາ ອອກ-ຂາເຂົ້າຈຳກັດຜູ້ດຽວ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງ ໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ຂຶ້ນວັນທີ 3 ມັງກອນ 2020 ຢູ່ບ້ານສິມມະໂນ ໂດຍມີທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານ ຄຳແກ່ງ ດວງພະຈັນ ຮອງເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພິທີມອບ-ຮັບໂຄງການກໍ່ສ້າງເດີ່ນ ເສັ້ນທາງເບຕົງ ທາງປູຢາງ ແລະ ສວນດອກໄມ້ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 29 ພະຈິກ 2019 ຢູ່ກອງບັນຊາການດັ່ງກ່າວ ໂດຍມີທ່ານ ພົຈວ ສີພອນ ຈັນສົມວົງ ຫົວໜ້າກອງບັນຊາການທະຫານ ນວ ທ່ານ ພັອ ຫງວຽນ ດິງລີວ ຮອງຜູ້ບັນຊາການ ກອງບັນຊາການທະຫານ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທ່ານ ພົຈວ ຮາ ເຕີນຕ່ຽນ ຮອງຫົວໜ້າກອງບັນຊາການທະຫານ ເຂດ 4 ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນວັນທີ 28 ພະຈິກ 2019 ພະແນກກະສິກໍາ ແລະ ປ່າໄມ້, ພະແນກອຸດສາຫະກໍາ ແລະ ການຄ້າ, ຫ້ອງວ່າການ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງຂອງເມືອງຈັນທະບູລີ ໄດ້ລົງກວດກາສານປົນເປື້ອນໃນພືດຜັກ ທີ່ໄດ້ນໍາເຂົ້າຈາກ ສປ ຈີນ