ຕອນເຊົ້າຂອງວັນທີ 25 ຕຸລາ 2018 ເຈົ້າຍິງ ບີທຣີດ ເອລີດສະເບັດ ແມຣີ ອ໊ອຟ ຢອກແຫ່ງຣາຊາອານາຈັກອັງກິດ ( Princess Beatrice Elizabeth Mary of York) ໄດ້ເປັນກຽດເຂົ້າຮ່ວມຊົມການແຂ່ງຂັນຊ່ວງເຮືອປະຈຳປີ 2018 ທີ່ນ່ານນ້ຳ ແມ່ນ້ຳຂອງຕໍ່ໜ້າໂຮງແຮມແລນມາກ ຣີເວີໄຊ ເຊີ່ງປີ 2018 ແມ່ນໄດ້ຈັດຢູ່ສອງຈຸດ ຄື:ຈຸດທ່າວັດຈັນ ແມ່ນຈະຈັດຊ່ວງເຮືອປະເພດ 12 ສີພາຍ ສ່ວນເຮືອສູດປະເພດ 55 ສີພາຍຈະຈັດຢູ່ຕໍ່ໜ້າໂຮງແຮມແລນມາກແມ່ຂອງຣີເວີໄຊເມືອງສີສັດຕະນາກ.
ບັນຫາຢາເສບຕິດເປັນໄພອັນຕະລາຍຮ້າຍແຮງຕໍ່ສັງຄົມໃນປັດຈຸບັນ ແລະມີທ່າອ່ຽງແຜ່ລະບາດ ແລະ ຂະຫຍາຍສູງຂຶ້ນໃນຫຼາຍທ້ອງຖິ່ນລວມທັງນະຄອນຫຼວງວຽງຈັນ (ນວ) ເຊິ່ງກາຍເປັນສິ່ງທ້າທາຍ ແລະໜ້າເປັນຫ່ວງທີ່ທຸກຄົນທຸກພາກສ່ວນໃນສັງຄົມຕ້ອງເປັນເຈົ້າການປະກອບສ່ວນແກ້ໄຂບັນຫາດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ.
ແຈ້ງການ: ອີງຕາມແຈ້ງການ ເລກທີ 0357/ຫວນວ, ລົງວັນທີ 25 ກໍລະກົດ 2018.
ລະດົມທຶນຊ່ວຍເຫຼືອຜູ້ປະສົມໄພ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຮ້າຍແຮງ ຍ້ອນເຫດການອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື.
ກອງປະຊຸມເຜີຍແຜ່ມະຕິຕົກລົງຂອງຄະນະປະຈຳພັກ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບວຽກງານ 3 ສ້າງ ຈັດຂຶ້ນວັນທີ 12 ມິຖຸນາ 2018 ທີ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາເຈົ້າເມືອງຫົວໜ້າພະແນກການ ຫ້ອງການພາຍໃນເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບເມືອງນາຊາຍທອງ ຈັດຂະບວນລົດທ່ອງທ່ຽວສູ່ສະຖານທີ່ທ່ອງທ່ຽວທຳມະຊາດຕາດຊອນ ສາຍພູພະນັງ ໄດຈັດຂຶ້ນວັນທີ 30 ພຶດສະພາ2018 ມີທ່ານ ອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຫົວໜ້າໂຮງຮຽນການເມືອງການປົກຄອງນະຄອນຫຼວງ ທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນພະນັກງານ ແລະ ນັກທຸລະກິດ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງຂະບວນໄດ້ເລີ່ມແຕ່ຫ້ອງວ່າການປົກຄອງເມືອງນາຊາຍທອງ ໄປສູ່ສະຖານທີ່ທ່ອງທ່ຽວທຳມະຊາດຕາດຊອນ.