ໃນມື້ຂຶ້ນ 1 ຄໍ່າເດືອນ 11 ຖືເປັນມື້ງາມຍາມດີ ວັນແຫ່ງຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າ ໂດຍພະເຖລານຸເຖລະ ແລະ ການນໍາພັກ-ລັດ ໄດ້ເຕົ້າໂຮມເອົາວັດຖຸປັດໄຈທີ່ມວນຊົນລາວນ້ອມຖວາຍໃຫ້ເປັນກຸສົນແກ່ການປະຕິສັງຂອນ ພິພິທະພັນພະທາດຫຼວງວຽງຈັນ ຄັ້ງທີ IV ເຊິ່ງວາລະສໍາຄັນກໍແມ່ນພິທີຫຼອມຄໍາໂອບຍອດອົງພະທາດ ໂດຍພະເຖລານຸເຖລະ ໄດ້ດໍາເນີນພິທີທີ່ເປັນມຸງຄຸນຍິ່ງໃນວັນທີ 02 ຕຸລາ 2016 ເຊິ່ງກົງກັບມື້ຂຶ້ນ 1 ຄໍ່າ ເດືອນ 11 ພສ 2559 ຢູ່ທີ່ພະທາດຫຼວງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມນໍາພາພິທີຫຼອມຄໍາ ໂດຍທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະຮັບຜິດຊອບລະດັບຊາດເພື່ອປະຕິສັງຂອນ ພິພິທະພັນພະທາດຫຼວງ ຄັ້ງທີ IV ມີການນໍາພັກ-ລັດ ຄອບຄົວການນໍາຂັ້ນສູງ ຜູ້ຊົງຄຸນວຸດທິ ບັນດາແຂກຖືກເຊີນ ພ້ອມດ້ວຍປະຊາຊົນຊາວນະຄອນຫຼວງວຽງຈັນ ໂຮມທັງພໍ່ແມ່ພີ່ນ້ອງທີ່ມາຈາກບັນດາແຂວງອ້ອມຂ້າງເຂົ້າຮ່ວມຢ່າງຫຼວງຫຼາຍ.
ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ບັນດາທ່ານຜຸ້ທີ່ມີຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການ ເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕາງໜ້າ ໃຫ້ການນຳພັກ-ລັດເຂົ້າຮ່ວມ ພົບປະ ແລະ ບາສີສູ່ຂວັນ ເພື່ອເປັນການສົ່ງ ທ້າຍປີເກົ່າ- ຕ້ອນຮັບປີໃໝ່ ພສ 2559 ຂອງສະມາຄົມຜູ້ອາຍຸສູງ ຊຶ່ງ ຈັດຂຶ້ນໃນວັນທີ 23 ເມສາ ຜ່ານມານີ້ ທີ່ພັດຕະຄານແມ່ຂອງ, ນະຄອນຫຼວງວຽງຈັນໂດຍມີທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງ, ແຂກຖືກເຊີນ ພ້ອມດ້ວຍ ແລະ ສະມາຊິກສະມາຄົມຜຸ້ສູງອາຍຸເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຈະເລີນ ສຸວົງ ຮອງປະທານສະມາຄົມ ໄດ້ກ່າວໃນ ພິທີວ່າ: ເພື່ອຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ບໍ່ໃຫ້ລະຮີດໝອງຄອງເສົ້າ ສະມາຄົມຜູ້ອາຍຸສູງ ຈຶ່ງໄດ້ຈັດພິທີບາສີສູ່ຂວັນ ເພື່ອສົ່ງທ້າຍປີເກົ່າ - ຕ້ອນ ຮັບປີໃໝ່ຂຶ້ນ ເພື່ອໃຫ້ຜູ້ອາຍຸສູງມີສຸຂະພາບຈິດໃຈທີ່ມ່ວນຊື່ນ ແຂງແຮງປາສະຈາກຄວາມຫງ່ວມເຫງົາ; ປັດຈຸບັນສະມາ ຄົມມີສະມາຊິກເປັນຈຳນວນ ຫຼວງຫຼາຍ ຊຶ່ງໃນແຕ່ລະເດືອນ ແມ່ນໄດ້ພົບປະສັງສັນກັນ 1 ຄັ້ງ ໂດຍຖືເອົາວັນ ສຸກເປັນ ມື້ທີ່ນັດໝາຍ, ສ່ວນກິດຈະກຳທີ່ ໄດ້ປະຕິບັດຜ່ານມາແມ່ນການ ສະຫຼອງວັນເກີດ, ການນັດກິນ ເຂົ້າສາມັກຄີ, ການ ມ່ວນຊື່ນ, ການທ່ອງທ່ຽວ ແລະ ອື່ນໆ.
ໃນວັນທີ 11 ເມສາ 2016 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີບາສີ ແລະ ອວຍພອນເຊິ່ງກັນ ແລະ ກັນຂຶ້ນເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2559 ໂດຍເປັນປະທານຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ມີບັນດາການນຳນະຄອນຫຼວງ ພ້ອມດ້ວຍພັນລະຍາ ອະດີດການນຳນະຄອນຫຼວງວຽງຈັນ ພະນັກງານອາວຸໂສ ບຳນານ ພະນັກງານຫຼັກແຫຼ່ງ ນັກທຸລະກິດ ແລະ ນາງສາວນະຄອນຫຼວງເຂົ້າຮ່ວມ.
ງານປະຕິມາກຳຊາຍທີ່ຫາດດອນຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນໜຶ່ງໃນກິດຈະກຳໃນການສະເຫຼີມສະຫຼອງ ບຸນປີໃໝ່ລາວຢ່າງມີຄວາມເບີກບານມ່ວນຊື່ນ ທີ່ຈະມີຂຶ້ນລະຫວ່າງວັນທີ 13-16 ເມສາ 2016 ກິດຈະກຳດັ່ງກ່າວປີນີ້ເປັນຄັ້ງທີ 2 ເພື່ອເປັນການໂຄສະນາເຜີຍແຜ່ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດ ຕໍ່ກັບພາກພື້ນ ແລະ ສາກົນ ເຊິ່ງຈະສົ່ງຜົນດີຕໍ່ການທ່ອງທ່ຽວຂອງລາວອີກດ້ວຍ.