ບັນຫາຢາເສບຕິດເປັນໄພອັນຕະລາຍຮ້າຍແຮງຕໍ່ສັງຄົມໃນປັດຈຸບັນ ແລະມີທ່າອ່ຽງແຜ່ລະບາດ ແລະ ຂະຫຍາຍສູງຂຶ້ນໃນຫຼາຍທ້ອງຖິ່ນລວມທັງນະຄອນຫຼວງວຽງຈັນ (ນວ) ເຊິ່ງກາຍເປັນສິ່ງທ້າທາຍ ແລະໜ້າເປັນຫ່ວງທີ່ທຸກຄົນທຸກພາກສ່ວນໃນສັງຄົມຕ້ອງເປັນເຈົ້າການປະກອບສ່ວນແກ້ໄຂບັນຫາດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ.
ກອງບັນຊາການປ້ອງກັນຄວາມສະຫງົບ ນວຈັດພິທີທຳລາຍຢາເສບຕິດໃນໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 17 ປີ (12 ຕຸລາ 2001-12 ຕຸລາ 2018) ຂຶ້ນວັນທີ 10 ຕຸລາ ນີ້ຢູ່ຫ້ອງວ່າການປົກຄອງເມືອງໄຊທານີ (ຫຼັງໃໝ່) ໂດຍມີທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ພ້ອມດ້ວຍທູຕານຸທູດອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ບຸບຜາ ສີພົມມາຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ກ່າວວ່າ: ປັດຈຸບັນ ນວສາມາດສ້າງບ້ານປອດຢາເສບຕິດໄດ້ 348 ບ້ານ ໃນ 481 ບ້ານໂຮງຮຽນປອດຢາເສບຕິດ 136 ແຫ່ງ ໃນ 162 ໂຮງຮຽນມັດທະຍົມເປົ້າໝາຍສຳລັບວຽກງານຕ້ານ ແລະສະກັດກັ້ນບັນຫາຢາເສບຕິດ 1 ປີຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ 759 ຄັ້ງ ກັກຕົວຜູ້ກະທຳຜິດ 1.062 ຄົນ ຍິງ 123 ຄົນ ໃນນີ້ ຄົນຕ່າງປະເທດ 12 ຄົນ ຍິງ 2 ຄົນຢຶດສານເສບຕິດປະເພດຢາບ້າ 398.930 ເມັດ ຢາບ້າເປື່ອຍ 0,3 ກິໂລເຮໂລອິນ 4 ແທ່ງ 381,49 ກິໂລ ແລະ 1 ຖົງນ້ອຍ ຢາໄອ 199 ກິໂລ 844,13 ກຣາມແລະ 12 ຖົງນ້ອຍ ໂຄເຄນ 2 ຖົງນ້ອຍ ກັນຊາ 11 ແທ່ງຝຸ່ນປະສົມຢາບ້າສີແດງ 34 ກຣາມ ຝຸ່ນປະສົມຢາບ້າສີຂາວ 15,9 ກຣາມລົດໃຫຍ່ 13 ຄັນ ລົດຈັກ 17 ຄັນ ປືນ 8 ກະບອກ ໝາກແຕກ 1 ໜ່ວຍ ແລະເຄື່ອງອື່ນໆອີກຈຳນວນໜຶ່ງ ການທຳລາຍຄັ້ງນີ້ປະກອບມີຢາເສບຕິດທີ່ຖືກຕັດສິນແລ້ວ 388,4 ກິໂລ ໃນນີ້ ຢາບ້າ 50 ກິໂລ ກັນຊາ 308 ກິໂລ ຢາໄອ 5,9 ກິໂລ ແປ້ງເຮັດຢາບ້າ 1,5 ກິໂລ ແລະຄາເຟອິນ 23 ກິໂລ.
ທີ່ມາຂໍ້ມູນ: ໜັງສືພີມວຽງຈັນໃໝ່