ກອງປະຊຸມເຜີຍແຜ່ມະຕິຕົກລົງຂອງຄະນະປະຈຳພັກ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບວຽກງານ 3 ສ້າງ ຈັດຂຶ້ນວັນທີ 12 ມິຖຸນາ 2018 ທີ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາເຈົ້າເມືອງຫົວໜ້າພະແນກການ ຫ້ອງການພາຍໃນເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານເນື້ອໃນ ແລະ ຍົກໃຫ້ເຫັນຄວາມສຳຄັນຂອງມະຕິຕົກລົງດັ່ງກ່າວວ່າ: ວຽກງານ 3 ສ້າງແມ່ນຂະບວນປັບປຸງກົນໄກການບໍລິຫານການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ ເພື່ອຍົກສູງບົດບາດຄວາມສາມາດນຳພາຮອບດ້ານຂອງພັກ ຄື: ສ້າງນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດໜຶ່ງຂອງປະເທດ ຕາມມະຕິ VI ຂອງອົງຄະນະພັກ ນວ ແຕ່ນີ້ຮອດປີ 2020 ນະຄອນຫຼວງໄດ້ວາງເປົ້າໝາຍການພັດທະນາໃນແຕ່ລະດ້ານ ເຊິ່ງປະກອບມີ 6 ວິໄສທັດ 6 ຍຸດທະສາດ 18 ຄາດໝາຍ ແລະ 22 ໂຄງການບຸກທະລຸ ເມື່ອຢາກເຮັດໄດ້ຕາມແຜນການທີ່ວາງໄວ້ ຕ້ອງມອບສິດ ມອບຄວາມຮັບຜິດຊອບ ແລະ ຜົນປະໂຫຍດໃຫ້ແກ່ເມືອງ ບ້ານ ໃຫ້ຖືກຕ້ອງຕາມລະບຽບການຫຼາຍຂຶ້ນເສີມຂະຫຍາຍມູນເຊື້ອ ແລະ ທ່າແຮງບົ່ມຊ້ອນດ້ານເສດຖະກິດຂອງເມືອງ ບ້ານ ເຂົ້າໃນການຄຸ້ມຄອງ-ບໍລິຫານ ບົນຈິດໃຈເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັດດາເຜົ່າ ແລະ ມີລາຍຮັບລະດັບປານກາງຂຶ້ນໄປ ແນໃສ່ສ້າງນະຄອນຫຼວງ ມີພື້ນຖານເສດຖະກິດທີ່ເຂັ້ມແຂງ ເມືອງເຂັ້ມແຂງຮອບດ້ານ 2-4 ເມືອງ ແລະ ສ້າງບ້ານພັດທະນາໃຫ້ໄດ້ 2 ສ່ວນ 3 ຂອງຈຳນວນບ້ານທັງໝົດໃນປີ 2020 ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.
ທີ່ມາຂໍ້ມູນ: ໜັງສືພີມວຽງຈັນໃໝ່