ເພື່ອສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຮັກນະຄອນຫລວງວຽງຈັນ , ໃນວັນທີ 12 ພຶດສະພາ 2018 ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນໄດ້ສົມທົບກັບຫ້ອງວ່າການເມືອງໄຊເສດຖາ; ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງສີໂຄດຕະບອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມໄດ້ນຳພາພໍ່ແມ່ປະຊາຊົນ,ນັກຮຽນນັກສຶກສາ ເຮັດອານາໄມຕາມເສັ້ນທາງສາຍຫລັກ ແລະອານາໄມຄ່ອງນໍ້າ ພາຍໃນເມືອງ ຢ່າງເປັນຂະບວນຟົດຟື້ນ
ພ້ອມນີ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທີ່ຢູ່ນະຄອນຫຼວງວຽງຈັນຈົ່ງຊ່ວຍກັນຮັກສາຄວາມສະອາດພາຍໃນເຂດບ້ານຂອງຕົນ ເພື່ອຄວາມສະອາດ ຈົບງາມຂອງບ້ານເມືອງ ແລະ ຮ່ວມເປັນເຈົ້າພາບທີ່ດີໃນປີທ່ອງທ່ຽວລາວ.
ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຄບຕ
Facebook Social Comments