ຕອນບ່າຍຂອງວັນທີ 3 ພະຈິກ 2017 ທີ່ເດີນສະໜາມຫຼວງໄດຈັດການແຂ່ງຂັນກິລາປະເພນີຕີຄີ ຂອງຊາວນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວໂດຍ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ, ບັນດາຄະນະປະຈຳພັກ, ຄະນະຮັບຜິດຊອບບຸນນະມັດສະການພະທາດຫຼວງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ມວນຊົນ ນວ ເຂົ້າຮ່ວມຢ່າງພ້ອມພຽງ. ຊຶ່ງກິລາດັ່ງກ່າວເປັນກິລາປະເພດຫນຶ່ງທີ່ມີມາແຕ່ບູຮານ ຊຶ່ງຈະຖືກຈັດຂຶ້ນໃນມື້ສຸດທ້າຍຂອງບຸນນະມັດສະການພະທາດຫລວງ ໃນແຕ່ລະປີ, ສໍາລັບການແຂ່ງຂັນໃນປີນີ້ ຜົນແມ່ນທີມປະຊາຊົນ ຊະນະທີມຂ້າລາດຊະການ 5 ຕໍ່ 2, ຊຶ່ງຫມາຍຄວາມວ່າ ບ້ານເມືອງມີຄວາມສາມັກຄີປອງດອງ ປະຊາຊົນມີເຂົ້າ ເຫລືອຢູ່ ເຫລືອກິນ.
#ວຽງຈັນວັນໃໝ່ຂ່າວສານທັນສະໄໝເພື່ອຊາວວຽງ.
Facebook Social Comments