ເຊີດຊູຄວາມສາມາດນຳພາຂອງຄະນະພັກ ເພີ່ມທະວີຄວາມສັກສິດຂອງການບໍລິຫານລັດ ເສີມຂະຫຍາຍປະຊາທິປະໄຕປະຊາຊົນ ເສີມສ້າງສັງຄົມສາມັກຄີປອງດອງ ປຸກລະດົມກຳລັງແຮງທົ່ວສັງຄົມ ພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນນະຄອນທີ່ໜ້າຢູ່ ແລະ ຍືນຍົງ !

  5fed153e5aa3b4423237d896e694d84d

     ພິ­ທີ​ສະ­ຫຼຸບ​ຜົນ­ສຳ­ເລັດ​ໂຄງ­ການ​ປະ­ຕິ­ສັງ­ຂອນ​ພິ​ພິ​ທະ​ພັນ​ພະ​ທາດ­ຫຼວງ​ວຽງ​ຈັນ​ ຄັ້ງ​ທີ IV ເປີດ​ງານ​ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງ ແລະ ວາງ­ສະ­ແດງ​ສິນ­ຄ້າ ປະ­ຈຳ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 5 ພະ­ຈິກ 2019 ທີ່​ເດີ່ນ​ກົມ​ມະ​ລຽນ​ພະ​ທາດ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນຫົວ­ໜ້າ​ຄະ­ນະ​ຮັບ­ຜິດ­ຊອບ​ລະ­ດັບ​ຊາດເພື່ອ​ປະ­ຕິ­ສັງ­ຂອນ​ພະ​ທາດ­ຫຼວງ​ວຽງ​ຈັນ ຄັ້ງ​ທີ IV ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ທອງ ຈິດ​ມະ­ນີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີພ້ອມ​ດ້ວຍ​ທູ­ຕາ­ນຸ­ທູດ ບັນ­ດາ​ລັດ­ຖະ­ມົນ­ຕີ ຄອບ­ຄົວ​ການ​ນຳການ​ນຳ​ຂັ້ນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຫົວ­ໜ່ວຍ​ທຸ­ລະ​ກິດ ແຂກ​ຖືກ​ເຊີນ ແລະຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ.

dce8d22976b1ff407eacad41caea6553

     ພິ­ທີ​ວາງ​ສີ​ລາ​ລຶກ​ໂຄງ­ການ​ກໍ່­ສ້າງ​ສູນ​ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ເຂດ​ບຶງ​ທາດ­ຫຼວງໂຄງ­ການ​ວຽງ​ຈັນ​ນະ­ຄອນ​ສີ­ຂຽວ ແລະ ພິ­ທີ​ເປີດ​ໂຮງ­ແຮມ ໂປ​ລີ ວຽງ​ຈັນໃນ​ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບຶງ​ທາດ­ຫຼວງ ຈັດ​ຂຶ້ນ​ວັນ​ທີ 5 ພະ­ຈິກ 2019 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ​ທ່ານ ສິນ​ລະ​ວົງຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ ທ່ານ​ນາງ ຄຳ​ຈັນ ວົງ​ແສນ​ບູນຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນມີ​ບັນ­ດາ​ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ທ່ານ ຮວງ ກົວ​ຜິງປະ­ທານ​ເຂດ​ເສດ­ຖະ­ກິດ​ສະ­ເພາະ ບຶງ​ທາດ­ຫຼວງ ທ່ານ ຈ້າວ ເຜີຍ​ຈົ່ງປະ­ທານ​ຄະ­ນະ​ກຳ­ມະ­ການ​ບໍ­ລິ­ສັດ ລາວ​ລົງ­ທຶນ​ທາດ­ຫຼວງ​ພັດ­ທະ­ນາ ຈຳ­ກັດທ່ານ ຫຼິນ​ຈຽງ ຜູ້​ຈັດ­ການ​ທົ່ວ​ໄປ ກຸ່ມ​ບໍ­ລິ­ສັດໂຮງ­ແຮມ​ການ­ທ່ອງ­ທ່ຽວ​ສີ­ຂຽວພ້ອມ​ດ້ວຍ​ບັນ­ດາ​ແຂກ​ຮັບ​ເຊີນ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ.

c0cdfdcc812bc43ed9c2cb5ed88603e4

  ງານ​ບຸນ­ມະ­ໂຫ­ລານ​ສົ່ງ­ເສີມ​ການ​ອ່ານ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ)ຄັ້ງ​ທີ 2 ຈັດ​ຂຶ້ນ​ວັນ​ທີ 21 ຕຸ­ລາ 2019 ຢູ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີໂດຍ​ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ທ່ານ ບົວ​ລານສີ​ລິ​ປັນ­ຍາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ທ່ານຊົມ​ພູ ແກ້ວ​ປັນ­ຍາ ຫົວ­ໜ້າ​ພະ​ແນກ ສສກ ນວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງເຂົ້າ​ຮ່ວມ.

           WhatsApp Image 2019 08 29 at 10.17.05WhatsApp Image 2019 08 29 at 11.12.12

           WhatsApp Image 2019 08 29 at 11.06.49WhatsApp Image 2019 08 29 at 16.07.29

    ນຳໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ນອກນັ້ນທ່ານກໍໄດ້ຕາງໜ້າອົງການປົກຄອງນະຄອນຫຼວງວຽງຈັນ ມອບເງິນຈຳນວນ 30 ລ້ານກີບ ເພື່ອປະກອບສ່ວນໃນການຊຸກຍູ້, ສົ່ງເສີມຮີດຄອງປະເພນີ, ວັດທະນາທຳອັນດີງາມ ຂອງຊາດລາວໃຫ້ຄົງຢູ່ຄູ່ສັງຄົມລາວຕະຫຼອດໄປ.

       ງານ​ບຸນມະໂຫລານ​ສົ່ງເສີມ​ການ​ອ່ານ ນະຄອນຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ I ຈະ​ໄດ້​ຈັດ​ຂຶ້ນ​ວັນ​ທີ 7-17 ມີນາ 2019 ທີ່​ສູນ​ການ​ຄ້າ​ສາກົນ (World Trade Centre) ໃກ້​ກັບ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ນວ ພາຍ​ໃນ​ງານ​ມີ​ການວາງສະແດງ​ສື່​ສິ່ງ​ພິມ​ຕ່າງໆ ເປັນຕົ້ນ ປຶ້ມ​ອ່ານ ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ​ສຳລັບ​ນັກຮຽນ ກີລາ​ຕ່າງໆ ແຈກ​ຢາຍ​ປຶ້ມ​ໃຫ້ການ​ນຳ​ພັກ-ລັດ ແລະ ໂຮງຮຽນ​ທົ່ວ ນວ ພ້ອມ​ທັງ​ຈະ​ໄດ້​ພົບ​ກັບ​ນັກ​ຂຽນ ນັກ​ແຕ່ງ ແລະ ນັກ​ເວົ້າ​ທີ່​ມີ​ປະສົບ​ການ​ສູງ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ.

ຄົ້ນຫາ

ປະຕິທິນ

March 2023
S M T W T F S
26 27 28 1 2 3 4
5 6 7 8 9 10 11
12 13 14 15 16 17 18
19 20 21 22 23 24 25
26 27 28 29 30 31 1

ສະຖານທີ່ທ່ອງທ່ຽວ

ພະທາດຫຼວງ
ປະຕູໄຊ
ຫໍພະເແກ້ວ
ວັດຊຽງຄວນ
ວັດສີສະເກດ

ຜູ້ເຂົ້າຢ້ຽມຊົມ

ຈຳນວນຜູ້ເຂົ້າຊົມມື້ນີ 13

ຈຳນວນຜູ້ເຂົ້າຊົມວານນີ້ 77

ຈຳນວນຜູ້ເຂົ້າຊົມອາທິດນີ້ 502

ຈຳນວນຜູ້ເຂົ້າຊົມເດືອນນີ້ 1518

ຈຳນວນຜູ້ເຂົ້າຊົມທັງໝົດ 115283

Currently are 7 guests and no members online