ທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພູວົງ ວົງຄຳຊາວຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນຜູ້ເກົ່າ ແລະ ທ່ານ ນາງ ບົວວອນສຸກລາແສງ ວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນຈັດຂຶ້ນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊຮອງເຈົ້າຄອງນະຄອນຫຼວງ ພ້ອມດ້ວຍບັນດາຫົວໜ້າພະແນກການ ແລະອົງການທຽບເທົ່າ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງ.
ໃນວັນພຸດ, ທີ 10 ມິຖຸນາ 2020 ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກກະສິກໍາ ແລະ ປ່າໄມ້ ນວ ແລະ ເມືອງປາກງື່ມ ໄດ້ລົງຊຸກຍູ້ວຽກງານການຜະລິດກະສິກໍາ ຢູ່ກຸ່ມຜະລິດກະສິກໍາອິນຊີ ບ້ານທ່າຂ້າງ ແລະ ສວນໝາກມັງກອນຢູ່ບ້ານຊຽງແລ, ເມືອງປາກງື່ມ
ອຳນາດການປົກຄອງແຂວງກວາງຕຸ້ງ ໄດ້ຊ່ວຍເຫຼືອເຄື່ອງອຸປະກອນການແພດ ຜ້າອັດປາກ N95 ຈຳນວນ 2000 ອັນ, ຜ້າອັດປາກແພດນຳໃຊ້ພະແນກເຂດນອກ ຈຳນວນ10.000 ອັນ, ຜ້າອັດປາກແພດນຳໃຊ້ທົ່ວໄປ ຈຳນວນ 50.000 ອັນ, ຊຸດປ້ອງກັນພະຍາດ ຈຳນວນ 1000 ຊຸດ, ເຄື່ອງວັດແທກອຸນຫະພູມ ຈຳນວນ 100 ເຄື່ອງ ແລະ ຖົງມືຢາງ ຈຳນວນ 20.000 ຄູ່, ລວມມູນຄ່າ 199,000 ຢວນ ໃຫ້ແກ່ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19.
ໃນວັນຄານ, ທີ 09 ມິຖຸນາ 2020 ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະອໍານວຍຄວາມສະດວກທາງການຄ້າຂັ້ນນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຢູູ່ໂຮງງານແວັດໂຊລາວ