ໃນວັນທີ14ກັນຍາທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຢຽ້ມຢາມ ແລະ ພົບປະກັບການນໍາ ແຂວງເບັນແຈ ສສ ຫວຽດນາມ ເພື່ອປືກສາຫາລືບັນຫາຂົງເຂດການກະສິກຳ, ສີນຄ້າກະສິກຳ ແລະ ການປຸກຝັງເພາະພັນເບ້ຍພັນໄມ້ພຶດຜັກ, ຫຼັງຈາກນັ້ນທາງຄະນະໄດ້ເດີນທາງລົງຢ້ຽມຢາມ ແລະ ຖອດຖອນບົດຮຽນຕົວຈີງໃນງານການວີໄຈ ຢູ່ສູນຄົ້ນຄວ້າກະສິກໍາ ຂອງແຂວງເບັນແຈ ສສ ຫວຽດນາມ, ເພື່ອເບີ່ງແນວພັນເບ້ຍໄມ້ເບ້ຍພັນພຶດຜັກ, ວີທີການເພາະພັນເບ້ຍໄມ້ພຶດຜັກ ແລະ ວີທີການຄັດສັນເບ້ຍພັນກະສິກຳທີ່ດີໃຫ້ເແກ່ປະຊາຊົນໄປປຸກຝັງ ແລະ ວີທີຈັດສັນຮັບຊື້ຜົນຜະລິດການປຸກຝັັງກະສິ ກຳຂອງປະຊາຊົນໃຫ້ກ່າຍເປັນສີນຄ້າຂອງແຂວງ.
ເນື່ອງໃນໂອກາດອັນດີງາມອັນເປັນກຽດ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ເດີນໄປຢ້ຽມຢາມ ນະຄອນໂຮ່ຈີມິນ, ແຂວງເບນແຈ ແລະ ແຂວງບິງເຍືອງ ເພື່ອເສີມສ້າງສາຍສຳພັນອັນດີງາມລະຫວ່າງນະຄອນຫຼວງວຽງຈັນກັບບັນດາແຂວງຕ່າງໆຂອງ ສສຫວຽດນາມ ແລະ ໃນວັນທີ 12 ກັນຍາ 2016 ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ພົບປະ ແລະ ໂອ້ລົມ ນັກສຶກສາລາວທີ່ສຶກສາຢູ່ ນະຄອນໂຮ່ຈີມິນ ເພື່ອແນະນຳວີໃສທັດໃນການຮ່ຳຮຽນ ແລະ ສ້າງແນວຄິດຕ່າງໆໃນການຮ່ຳຮຽນຖອນທອດເອົາບົດຮຽນ ເພື່ອນຳມາພັດທະນາສ້າງສາບ້ານເມືອງ.
ຕອນເຊົ້າຂອງວັນທີ 8 ກັນຍາ 2016. ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍ ທ່ານ ເຈົ້າເມືອງໄຊທານີ ພ້ອມດ້ວຍຄະນະ ໄດ້ລົງກວດກາຕາມສາຍທາງຖະຫນົນເລກທີ 10, ບໍລິເວນບ້ານດົງບັງ, ບ້ານນາພອກ ແລະ ບໍລິເວນຕະຄອງ ຮ່ອງນ້ຳ ພາຍໃນຕົວເມືອງ ເນື່ອງຈາກກ່ອນຫນ້ານີ້ ພາຍຫລັງທີ່ມີຝົນຕົກແຮງລຽນຕິດ ເຮັດໃຫ້ມີລະດັບນ້ຳເພີ່ມຂື້ນ ແລະ ໄດ້ໄຫລລົ້ນຈົນຖ້ວມຖະຫນົນ ແລະ ບ້ານເຮືອນຂອງປະຊາຊົນບາງຄອບຄົວ. ສາເຫດກໍຍ້ອນວ່າ ມີການຖົມດິນ, ຖົມຫນອງ ເພື່ອປຸກສ້າງທີ່ຢູ່ອາໄສ, ສຳນັກງານເພີ່ມຂື້ນ ເຮັດໃຫ້ເເອ່ງນ້ຳ, ຫນອງນ້ຳ ທີ່ເຄີຍກັກເກັບນ້ຳໄວ້ ບໍ່ມີຄືດັ່ງເກົ່າ ແລະ ປັດໃຈຫລັກກໍແມ່ນຍ້ອນ ທໍ່ລະບາຍນ້ຳ ແມ່ນມີຂະຫນາດນ້ອຍ ບໍ່ສາມາດຮອງຮັບການລະບາຍນ້ຳ ກໍລະນີມີນ້ຳເພີ່ມຂື້ນໄວໃຫ້ທ່ວງທັນໄດ້.
ໂອກາດນີ້: ທ່ານເຈົ້າຄອງໄດ້ຊີ້ນຳບາງບົດຮຽນກ່ຽວກັບວິທີແກ້ໄຂຄື ໃຫ້ພະແນກ ຍທຂ ອອກແບບ ຮ່ອງລະບາຍນ້ຳ ເຊີ່ງໃຫ້ເບີ່ງບໍລິເວນໃດທີ່ມັກເກີດເຫດນ້ຳລົ້ນຖ້ວມ ກໍໃຫ້ຂະຫຍາຍຮ່ອງນ້ຳໃຫ້ກ້ວາງອອກ, ແປງແລວນ້ຳໃຫ້ຮ່ອງນ້ຳນ້ອຍສາມາດໄຫລປ່ອງໃສຮ່ອງນ້ຳໃຫຍ່ ແລະ ໄຫລລົງສູ່ແມ່ນ້ຳສາຍຫລັກ ຫລື ສາຂາ, ປູກຕົ້ນໄມ້ຕາມແຄມຮ່ອງນ້ຳເພື່ອໃຫ້ສາມາດກັກເກັບນ້ຳ ແລະ ປ້ອງກັນບໍ່ໃຫ້ຄັນຄູທຳມະຊາດຖືກເຊາະເຈື່ອນເວລານ້ຳໄຫລຫລາກ. ສ່ວນບັນຫາການຖົມດິນ ຖົມຫນອງ ແມ່ນມອບໃຫ້ ພະແນກ ຍທຂ, ເມືອງໄຊທານີ ແລະ ນາຍບ້ານ ປະສານສົມທົບກັນ ໃນການຫາວິທີ ແລະ ການຈັດຕັ້ງປະຕິບັດຕື່ມອີກ.
ໂດຍ: ວຽງຈັນວັນໃຫມ່ ຂ່າວສານທັນສະໄຫມເພື່ອຊາວວຽງ.
ເພື່ອເປັນການປະກອບສ່ວນ ການບູລະນະປະຕິສັງຂອນພະທາດຫຼວງວຽງຈັນ ຄັ້ງທີ IV ໄລຍະຜ່ານມາ ໄດ້ຮັບການສົມທົບທຶນຈາກບຸກຄົນ ນິຕິບຸກຄົນ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ໃນການບູລະນະປະຕິສັງຂອນ ມີຄຳ 10 ກິໂລ 45 ບາດ 1 ສະຫຼຶງ ແລະ 2 ຫຸນ ແລະ ມີສະກຸນເງິນ 30.020.000 ກີບ 2.036.240 ບາດໄທ 245 ໂດລາ ສະຫະລັດ ແລະ 500 ຢວນຈີນ ແຕ່ຄວາມຕ້ອງການນຳໃຊ້ງົບປະມານການປະຕິສັງຂອນ ຄັ້ງທີ IV ນີ້ປະມານ 10 ຕື້ກວ່າກີບ ພາຍຫຼັງທີ່ປະຕິສັງຂອນແລ້ວ ທ້າຍປີນີ້ຈະໄດ້ຈັດງານສະເຫຼີມສະຫຼອງພະທາດຫຼວງ ຄົບຮອບ 450 ປີ ຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່.
ໃນຕອນເຊົ້າຂອງວັນທີ 23 ເດືອນ ສິງຫາ, ເວລາ 8ໂມງ 30 ນາທີ, ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ, ໄດ້ຮັບຕ້ອນ ສະມາຄົມນັກຮົບເກົ່ານະຄອນຫຼວງຮ່າໂນ້ຍ, ສ.ສ.ຫວຽກນາມ ນຳໂດຍສະຫາຍ ຫງວຽນ ວັນງິ່ງ, ຮອງປະທານສະມາຄົມນັກຮົບເກົ່ານະຄອນຫຼວງຮ່າໂນ້ຍ, ໂດຍແມ່ນ ທ່ານ ແກ້ວພິລາວັນ ອາໄພລາດ, ຮອງເຈົ້າຮອງນະຄອນຫຼວງວຽງຈັນເປັນປະທານຕ້ອນຮັບ, ເນື່ອງໃນໂອກາດການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ.