ກອງປະຊຸມອົງການປົກຄອງ ນະຄອນຫຼວງວຽງຈັນ ຄັ້ງທີ 6, ສະໄໝທີ VII ໄດ້ດໍາເນີນໃນວັນທີ 23 ພະຈິກ 2021 ທີ່ຫ້ອງປະຊຸມຊັ້ນ I ຕຶກສໍານັກງານປົກຄອງນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ໂດຍມີສະມາຊິກອົງການປົກຄອງ ແລະ ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ແລະ 9 ຕົວເມືອງ (ປະຊຸມຜ່ານລະບົບທາງໄກ) ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 3 ທ່ານ;
ກອງປະຊຸມໄດ້ພິຈາລະນາ ແລະ ໄດ້ຮັບຮອງເອົາ 4 ບັນຫາສໍາຄັນ ດັ່ງນີ້:
- ກອງປະຊຸມໄດ້ຮັບຮອງເອົາບົດລາຍງານສະພາບພົ້ນເດັ່ນປະຈໍາເດືອນ ພະຈິກ 2021 ຂອງນະຄອນຫຼວງວຽງຈັນ, ໂດຍຕີລາຄາວ່າ:
1.1. ການຈັດຕັ້ງປະຕິບັດວຽກງານ ໃນໄລຍະເດືອນ ພະຈິກ ຜ່ານມາ:
- ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2021 ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2022 ຂອງນະຄອນຫຼວງວຽງຈັນ; ໃນນັ້ນ ໄດ້ຄົ້ນຄວ້າ ແລະ ອອກນິຕິກໍາ ເພື່ອແກ້ໄຂບັນຫາທີ່ຕິດພັນກັບ ບັນດາໂຄງການລົງທຶນຕ່າງໆ ແລະ ໄດ້ຄົ້ນ ຄວ້າປຶກສາຫາລື ກ່ຽວກັບບັນດາໂຄງການພັດທະນາ ທີ່ມີຄວາມຊັກຊ້າແກ່ຍາວ ຢູ່ນະຄອນຫຼວງວຽງຈັນ.
- ໄດ້ຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງວຽກງານວັດທະນະທໍາ-ສັງຄົມ ໃຫ້ບັນລຸຄາດໝາຍທີ່ວາງໄວ້.
- ໄດ້ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂດຍໄດ້ແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ທົ່ວນະຄອນຫຼວງວຽງຈັນໃຫ້ຫຼຸດໜ່ອຍຖອຍລົງ.
- ໄດ້ຈັດຕັ້ງປະຕິບັດວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານການຕ່າງປະເທດ; ໃນນັ້ນ ໄດ້ສຸມໃສ່ການປ້ອງກັນ ແລະ ແກ້ໄຂພະຍາດລະບາດໂຄວິດ-19 ແລະ ໄດ້ອອກແຈ້ງການ ທີ່ເປັນມາດຕະການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ; ພ້ອມດຽວກັນນັ້ ກໍ່ໄດ້ມີການຄົ້ນຄວ້າ ກ່ຽວກັບມາດຕະການກະກຽມເປີດການຮຽນ-ການສອນແບບເຊິ່ງໜ້າ ຢູ່ບາງສະຖາບັນການສຶກສາ ທີ່ມີການຮັບປະກັນ; ລົງຊຸກຍູ້ບັນດາຂົງເຂດທ່ອງທ່ຽວ, ບໍລິການ ແລະ ວຽກງານປິ່ນອ້ອມໃນແຕ່ລະຂົງເຂດ.
- ຄະນະພັກ-ອົງການປົກຄອງ ນວ ໄດ້ສຸມໃສ່ກະກຽມບັນດາເງື່ອນໄຂ ແລະ ສິ່ງທີ່ເອື້ອອໍານວຍ ເພື່ອກະກຽມເປີດບໍລິການທາງລົດໄຟລາວ-ຈີນ.
- ພົ້ນເດັ່ນກວ່າໝູ່ ແມ່ນອົງການປົກຄອງ ນວ ໄດ້ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໂດຍໄດ້ມີການຜັນຂະຫຍາຍ ແລະ ມີການຈັດກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອລາຍງານການຈັດຕັ້ງປະຕິບັດໃນແຕ່ລະອາທິດ, ແຕ່ລະເດືອນ ໂດຍໄດ້ມີການສະຫຼູບສັງລວມ ເພື່ອລາຍງານຫາລັດຖະບານ ຢ່າງເປັນປົກກະຕິ.
1.2. ຮັບຮອງເອົາແຜນວຽກຈຸດສຸມປະຈໍາເດືອນ ທັນວາ 2021 ດັ່ງນີ້:
- ສຸມໃສ່ການຄົ້ນຄວ້າບັນດານະໂຍບາຍ ທີ່ມີສາຍກ່ຽວພັນກັບການແກ້ໄຂພະຍາດລະບາດ ໂຄວິດ-19 ຢູ່ໃນຂົງເຂດທີ່ໄດ້ຮັບຜົນກະທົບ ເປັນຕົ້ນ: ຂົງເຂດການທ່ອງທ່ຽວ, ການບໍລິການ, ການຜະລິດ...
- ເອົາໃຈໃສ່ ຊຸກຍູ້ວຽກງານການຜະລິດແບບຕ່ອງໂສ້ ແລະ ກະກຽມພັດທະນາໂຄງລ່າງ ທີ່ຕິດພັນກັບຂະແໜງການທ່ອງທ່ຽວ ໂດຍຕິດພັນກັບການກະກຽມເປີດບໍລິການທາງລົດໄຟລາວ-ຈີນ.
- ໃຫ້ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອກຽມປ້ອງກັນການເປີດນໍາໃຊ້ທາງລົດໄຟລາວ-ຈີນ, ໂດຍໃຫ້ມີການສົມທົບກັບພະແນກການກ່ຽວຂ້ອງ.
- ນອກນັ້ນ ໃຫ້ເອົາໃຈໃສ່ການຮັບຮອງນິຕິກໍາ ກ່ຽວກັບການຮັບຮອງເອົາການກໍານົດຫົວໜ່ວຍລາຄາທີ່ດິນ, ໂດຍມອບໃຫ້ພະແນກການເງິນ ແລະ ພະແນກຊັບພະຍາກອນທໍາມະຊາດ-ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ສ່ວນບັນຫາທີ່ຍັງເປັນຂໍ້ຄົງຄ້າງ ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນທີ່ວາງໄວ້.
- ມາດຕະການຈັດຕັ້ງປະຕິບັດ: ມອບໃຫ້ບັນດາຮອງເຈົ້າຄອງນະຄອນຫຼວງວຽງຈັນ ລົງຊຸກຍູ້ການຈັດເກັບລາຍຮັບປະຈໍາປີ ເຂົ້າງົບປະມານ (ທີ່ຍັງເຫຼືອອີກໜຶ່ງເດືອນໃນຂ້າງໜ້າ) ເພື່ອໃຫ້ໂຕເລກຄາດໝາຍນັ້ນໄດ້ໄກ້ເປົ້າທີ່ສຸດ, ພາຍໃຕ້ເງື່ອນໄຂທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ໃຫ້ນໍາໃຊ້ມາດຕະການ, ບົດແນະນໍາ ທີ່ເປັນການກະຕຸກຊຸກຍູ້ເຂົ້າໃນວຽກງານດັ່ງກ່າວ.
- ໄດ້ຮັບຮອງ ກ່ຽວກັບຫົວຂໍ້ທີ່ຈະນໍາເຂົ້າພິຈາລະນາ ແລະ ຊີ້ແຈງຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II:
2.1. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2021 ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2022 ຂອງນະຄອນຫຼວງວຽງຈັນ;
2.2. ຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໂຄງການພັດທະນາ ທີ່ມີຄວາມຊັກຊ້າແກ່ຍາວ ຢູ່ນະຄອນຫຼວງວຽງຈັນ ຄື: ໂຄງການພັດທະນາທີ່ດິນໜອງແປນ, ໂຄງການໜອງບົວໃໝ່, ໂຄງການກໍ່ສ້າງເສັ້ນທາງຕັດ ໃໝ່ແຕ່ບ້ານດອນນົກຂຸ້ມ-ບ້ານດອນກອຍ-ບ້ານຊຽງດາ, ດົງໂພສີ ເຊື່ອມຕໍ່ໃສ່ເສັ້ນທາງ 450 ປີ ແລະ ການພັດທະນາໂຄງການເຂື່ອນໄຟຟ້າອະເນກປະສົງ 5 ເມກະວັດຢູ່ນໍ້າສັງ, ບ້ານວັງມ້າ ເມືອງສັງທອງ ແລະ ໂຄງການຂະຫຍາຍໂຮງງານນໍ້າປະປາຈີ່ນາຍໂມ້ ແລະ ລະບົບທໍ່ ຂອງນະຄອນຫຼວງວຽງຈັນ;
2.3. ການຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການພັດທະນາ ຄື: ໂຄງການພັດທະນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ, ໂຄງການທາງດ່ວນວຽງຈັນ ໝາຍເລກ 1 ແລະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ;
- ໄດ້ຮັບຮອງ ກ່ຽວກັບ ຮ່າງ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ;
- ໄດ້ຮັບຮອງ ກ່ຽວກັບ ຮ່າງ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຮູບແບບອາຄານ ສໍານັກງານຫ້ອງວ່າການປົກຄອງເມືອງ ແລະ ຮູບແບບເສັ້ນທາງເຂົ້າ-ອອກ ຫ້ອງວ່າການປົກຄອງເມືອງ ໃໝ່ ຂອງຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່;
ນອກນັ້ນ, ປະທານກອງປະຊຸມ ຍັງໄດ້ເນັ້ນໜັກໃສ່ແຜນວຽກຈຸດສຸມໃນຕໍ່ໜ້າ ດັ່ງນີ້:
- ສຸມໃສ່ວຽກງານ ປກຊ-ປກສ ທົ່ວນະຄອນຫຼວງວຽງຈັນ ໃຫ້ມີຄວາມສະຫງົບໂດຍພື້ນຖານ;
- ສືບຕໍ່ຍົກສູງຄວາມເປັນເຈົ້າການໃນການປະຕິບັດມາດຕະການ ໃນວຽກງານຕ້ານສະກັນກັ້ນຄວບຄຸມ ແລະ ແກ້ໄຂການແຜ່ລະບາດໂຄວິດ-19 ໃນຊຸມຊົນຢູ່ ນວ ໃຫ້ເຂັ້ມແຂງ ແລະ ໃຫ້ມີຈຳນວນຜູ້ຕິດເຊື້ອຕ້ອງຫລຸດລົງ ຢ່າງຊັດເຈນ ປົດຈໍານວນບ້ານແດງໃຫ້ເຫຼືອໜ້ອຍທີ່ສຸດ, ການຊັກວັກແຊງໃຫ້ຄົບຕາມແຜນການ;
- ສືບຕໍ່ດຳເນີນການຢ່າງແຂງແຮງ ແລະ ໃຫ້ສຳເລັດຂັ້ນພື້ນຖານ ໃນການແກ້ໄຂບັນດາຂໍ້ຂັດແຍ່ງ ທາງດ້ານທີ່ດີນ ໃນບັນດາໂຄງການຕ່າງໆ ໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ໂດຍສະເພາະ ໂຄງການທາງ ລົດໄຟລາວ-ຈີນ, ໂຄງການສາຍສົ່ງໄຟຟ້າ, ໂຄງການກໍ່ສ້າງເສັ້ນທາງຕ່າງໆ ແລະ ໂຄງການພັດທະນາອຶ່ນໆ, ຊຶ່ງບັນຫາດັ່ງກ່າວແມ່ນຄວາມຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງ.
- ການຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນໃນການເກັບກ່ຽວຜົນຜະລິດ ແລະ ກະກຽມປູກພຶດລະດູແລ້ງ ເຮັດແນວໃດໃຫ້ຮັບປະກັນສິນຄ້າສະບຽງອາຫານ ໃນ ນວ, ໂດຍສະເພາະ ຂະແໜງຊົນລະປະທານ ເພື່ອຮັບປະກັນການຕອບສະໜອງລະບົບນໍ້າ ໃຫ້ທົ່ວເຖິງ.
- ຄົ້ນຄ້ວາສຳຫລວດ ຜົນກະທົບທາງດ້ານເສດທະກິດ ແລະ ແກ້ໄຂຄວາມທຸກຍາກໃຫ້ບຸກທະລຸ ແລະ ເພື່ອຊຸກຍູ້ໃຫ້ມີການເໜັງຕີງ ກະຕຸ້ນເສດຖະກິດ, ຊຶ່ງໄດ້ກຳນົດເປັນໜ້າວຽກລະອຽດຢູ່ໃນວາລະແຫ່ງຊາດ ໂດຍມີການຄົ້ນຄວ້າໂຄງປະກອບເສດຖະກິດ, ໂຄງປະກອບຂອງລາຄາສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຊາວນະຄອນຫຼວງວຽງຈັນ.
- ສ້າງກົນໄກ ໃນການສຳຫລວດປະເມີນຜົນມາດຖານພົ້ນທຸກ ເພື່ອຕີລາຄາບ້ານພັດທະນາ ຕາມດຳລັດ 348 ແລະ ກະກຽມເປີດບັ້ນດຳເນີນການປະເມີນຜົນ ປະຈໍາປີ 2021 ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້;
- ໃນເດືອນ ທັນວາ ທີ່ຈະມາເຖິງນີ້, ແມ່ນຈະໄດ້ກະກຽມສະເຫຼີມສະຫຼອງວັນບຸນສໍາຄັນຂອງພັກ-ຂອງຊາດຄື: ໂດຍສະເພາະ ແມ່ນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ, ການເປີດນຳໃຊ້ທາງລົດໄຟລາວ-ຈີນ, ວັນຄ້າຍວັນເກີດຂອງອາດີດປະທານ ໄກສອນ ພົມວິຫານ, ຊຶ່ງມັນໄດ້ຕິດພັນກັບວຽກງານຂອງອົງການປົກຄອງ ນວ ແລະ ມັນຮຽກຮ້ອງໃຫ້ມີການປ້ອງກັນຄວາມສະຫງົບຄວາມປອດໄພ ໃຫ້ໄດ້ໂດຍພື້ນຖານ; ພ້ອມດຽວກັນນັ້ນ ອົງການປົກຄອງ ນວ ກໍ່ຈະໄດ້ອອກນິຕິກໍາ, ແຈ້ງການຫາບັນດາເມືອງ, ພະແນກການ ເພື່ອກະກຽມປະດັບປະດາ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ໃຫ້ເປັນຂະບວນການຝົດຟື້ນທົ່ວນະຄອນຫຼວງວຽງຈັນ, ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 24 ພະຈິກ ເປັນຕົ້ນໄປ.
- ກະກຽມກົນໄກ ທາງດ້ານວຽງານການສຶກສາ, ວຽກງານບຸກຄະລາກອນ ເພື່ອຮັບມືກັບສະພາບໄພຫວ່າງງານ ຢູ່ໃນນະຄອນຫຼວງວຽງຈັນ, ພ້ອມດຽວກັນນັ້ນ ກໍ່ຕ້ອງກະກຽມຮັບມືກັບພະຍາດລະບາດຕາມລະດູ ໃຫ້ທ່ວງທັນກັບສະພາບການຕົວຈິງ.
ໃນຕອນທ້າຍນີ້ ບັນດາທ່ານສະມາຊິກອົງການປົກຄອງ ຕ້ອງໄດ້ພ້ອມກັນສືບຕໍ່ຄົ້ນຄ້ວາຜັນຂະຫຍາຍ ບັນ ດາແຜນວຽກຂອງແຕ່ລະຂະແໜງການໃນຄວາມຮັບຜິດຊອບຕົນ ສ້າງບາດກ້າວບຸກທະລຸໃໝ່ ສຸມກຳລັງເຫື່ອແຮງ ຂຸດຄົ້ນໝູນໃຊ້ກາລະໂອກາດທ່າແຮງ ໃຫ້ບັນດາຄາດໝາຍ ແລະ ຕົວຊີ້ວັດ ທີ່ໄດ້ກຳນົດໄວ້ໃນແຜນ ປີ 2021 ນີ້ ໃຫ້ບັນລຸຕາມລະດັບຄາດໝາຍ.
(ຂອບໃຈ)