ໃນວັນທີ 27 ເມາສາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ຮັບເງິນຊ່ວວຍເຫຼືອຕ້ານໂຄວິດ-19 ຈາກ 3 ບໍລິສັດ:
1.ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ໂດຍແມ່ນທ່ານ ວັດດານາ ສຸຄະບັນດິດ ຜູ້ອຳນວຍການໃຫຍ່ ບໍລິສັດ ພ້ອມດ້ວຍຄະນະ ມອບເງິນຈຳນວນ 120.000.000 ກີບ (ໜຶ່ງຮ້ອຍຊາວລ້ານ ກີບ) ເພື່ອຊຸກຍູ້ວຽກງານຕ້ານການລະບາດພະຍາດ ໂຄວິດ-19.
2.ກຸ່ມບໍລິສັດ ເອັສທີ ST Group, ໂດຍແມ່ນທ່ານ ຊານໄຊ ພົມສຸວັນ ຜູ້ອຳນວຍການໃຫຍ່ ພ້ອມດ້ວຍຄະນະ ມອບເງິນ ແລະ ນ້ຳດື່ມ, ລວມມູນຄ່າ 113.400.000 ກີບ (ໜຶ່ງຮ້ອຍສິບສາມລ້ານສີ່ແສນ ກີບ) ເພື່ອຊຸກຍູ້ວຽກງານຕ້ານການລະບາດພະຍາດ ໂຄວິດ-19.
3.ກຸ່ມ ບໍລິສັດ ໂຄລາວ, ໂດຍແມ່ນທ່ານ ປອ.ຄຳຂັນ ນະພາວົງ ຮອງປະທານ ກຸ່ມ ບໍລິສັດ ໂຄລາວ ໄດ້ໃຫ້ຢືມລົດໃຫຍ່ ພ້ອມດ້ວຍນ້ຳມັນລົດ ຈຳນວນ 10 ຄັນ ໃນໄລຍະ 14 ວັນ (ວັນທີ 28 ເມສາ ຫາ 11 ພຶດສະພາ ປີ 2021) ເພື່ອເຄື່ອນໄຫວວຽກງານຕ້ານການລະບາດພະຍາດ ໂຄວິດ-19.