ສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ສັນຕິພາບເອກະລາດປະຊາທິປະໄຕເອກະພາບວັດທະນາຖາວອນ
ນະຄອນຫຼວງວຽງຈັນ
ນາຍົກລັດທະມົນຕີ ເລກທີ:…14……./ຫກນຊ ລົງວັນທີ :......................
ດຳລັດ
ວ່າດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ
ຂອງອົງການພັດທະນາ ແລະ ບໍລິຫານຕົວເມືອງ
- ອີງໃສ່ລັດຖະທຳມະນູນແຫ່ງ ສ.ປ.ປ.ລາວ
- ອີງໃສ່ການຄົ້ນຄ້ວາ ແລະ ນຳສະເໜີ ຂອງກຳແພງນະຄອນ ແລະ ຄະນະຈັດຕັ້ງສູນກາງພັກ
ນາຍົກລັດທະມົນຕີອອກດຳລັດ
ໝວດທີ່ I
ຫຼັກການທົ່ວໄປ
ມາດຕາ 1 : ສ້າງຕັ້ງອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ ຊຶງກວມເອົາເຂດຊຸມຊົນເມືອງໃນ 4 ຕົວເມືອງ ຄື : ເມືອງສີໂຄດຕະບອງ,ເມືອງຈັນທະບູລີ,ເມືອງໄຊເສດຖາ ແລະ ເມືອງສັດຕະນາກ ທີ່ມີພື້ນຖານເສດຖະກິດສັງຄົມລັກສະນະຕົວເມືອງລະດັບສູງ,ເປັນອົງການບໍລິຫານວິຊາການທີ່ມີລັກສະນະນິຕິບຸກຄົນ.
ໝວດທີ II
ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 2: ອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ ຊຶງມີຊື່ຫຍໍ້ວ່າ (ອພບ) ສັງກັດຢູ່ໂຄງປະກອບການຈັດຕັ້ງຂອງກຳແພງນະຄອນຫຼວງວຽງຈັນ,ມີພາລະບົດບາດໃນການວາງແຜນ,ຈັດຕັ້ງປະຕິບັດ ກ່ຽວກັບວຽກງານ ຄຸ້ມຄອງຕົວເມືອງໃນຂອບເຂດພື້ນທີ່ ຂອງ 4 ຕົວເມືອງ ຊຶ່ງ ອພບ ເປັນຜູ້ກຳນົດ
ໝວດທີ III
ວ່າດ້ວຍໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3 : ອພບ ມີໜ້າທີ່ດັ່ງນີ້ :
1 : ວາງແຜນ, ຈັດຕັ້ງປະຕິບັດ, ຄຸ້ມຄອງ ແລະ ກວດກາວຽກງານພັດທະນາຕົວເມືອງ
2 : ກໍ່ສ້າງ,ປັບປຸງ,ບູລະນະບັນດາໂຄງລ່າງ ແລະ ການບໍລິການຂອງຕົວເມືອງເຊິ່ງມີ
- ຖະໜົນຫົນທາງ
- ຮ່ອງລະບາຍນໍ້າ
- ເກັບມ້ຽນ ແລະ ກຳຈັດຂີ້ເຫຍື້ອຍ
- ປ້ອງກັນຕາຝັ່ງເຈືອນ,ປ້ອງກັນນໍ້າຖ້ວມ
- ອານາໄມ ແລະ ຮັກສາສິ່ງແວດລ້ອມ
- ແສງສະຫ່ວາງສາທາລະນະ
- ສວນສາທາລະນະ
3 : ຄຸ້ມຄອງ ແລະ ຄອບຄົວການຈັດຕັ້ງປະຕິບັດວຽກງານການປຸກສ້າງ ແລະ ພັດທະນາອື່ນໆ ໃນຂອບເຂດທີ່ ອພບ ກຳນົດໄວ້ ໂດຍມີການສົມທົບກັບບັນດາພາກສ່ວນກ່ຽວຂ້ອງ.
4 : ສະໜອງຂໍ້ມູນຂ່າວສານ ແລະ ເອກະສານເຕັກນິກອັນຈຳເປັນຕ່າງໆທີ່ກ່ຽວພັນກັບການພັດທະນາຕົວເມືອງໃນຂອບເຂດ ອພບ ໃຫ້ແກ່ອຳນາດການປົກຄອງກຳແພງນະຄອນຫຼວງວຽງຈັນ ແລະ ອົງການຈັດຕັ້ງມະຫາຊົນເພື່ອປຸກລະດົມຂົນຂວາຍປະຊາຊົນໃຫ້ເຂົ້າຮ່ວມໃນການພັດທະນາ ແລະ ບູລະນະປົວແປງ ຕາມແຜນການພັດທະນາຕົວເມືອງວຽງຈັນ
5 : ມີໜ້າທີ່ສ້າງແຫຼ່ງລາຍຮັບຕາມທີ່ລະບຸໄວ້ໃນໝວດທີ່ V ແລະ ນຳໃຊ້ທຶນດັ່ງກ່າວຕາມເປົ້າໝາຍທີ່ໄດ້ກຳນົດໄວ້ຕາມມາດຕາ 3 ຂອງດຳລັດສະບັບນີ້
6 : ໜ້າທີ່ອື່ນໆ ທີ່ເຫັນວ່າຈຳເປັນ ຊຶ່ງຖືກອະນຸມັດ ແລະ ມອບໝາຍໃຫ້ໂດຍເຈົ້າຄອງກຳແພງນະຄອນ
ມາດຕາ 4 : ອພບ ມີສິດດັ່ງຕໍ່ໄປນີ້
1 : ພົວພັນ ຮ່ວມມື ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອຈາກຕ່າງປະເທດ ບົນພື້ນຖານລະບຽບການ ທີ່ລັດຖະບານກຳນົດອອກ
2 : ເປັນເຈົ້າຂອງ ແລະ ນຳໃຊ້ພາຫະນະກົນຈັກ ແລະ ວັດຖຸອຸປະກອນຕ່າງໆພ້ອມທັງສັບສົມບັດອື່ນໆ ລວມທັງສິດນຳໃຊ້ທີ່ດິນຕາມການມອບໝາຍຂອງຂະແໜງການເງີນ
3 : ມີສິດຖືບັນຊີ, ເກັບລາຍຮັບທີ່ໄດ້ລະບຸໄວ້ໃນໝວດທີ V ຂອອງດຳລັດສະບັບນີ້ ແລະ ນຳໃຊ້ທຶນຈາກພາຍໃນ ແລະ ຕ່າງປະເທດ ຕາມການອະນຸມັດຂອງລັດຖະບານ
ໝວດທີ V
ວ່າດ້ວຍແຫຼ່ງລາຍຮັບ ແລະ ການທົດແທນຄືນ
ມາດຕາ 7 : ລາຍຮັບຂອງ ອພບ ມາຈາກແຫຼ່ງຕ່າງໆດັ່ງນີ້
1 : ການເກັບຄ່າຊົມໃຊ້ ແລະ ບໍລິການຕໍ່ບັນດາໂຄງລ່າງຂອງຕົວເມືອງ ແລະ ລາຍຮັບຈາກອະສັງຫາລິມາຊັບ ແລະ ສັງຫາລິມາສັບ ໃນຂອບເຂດທີ່ກຳນົດໄວ້
2 : ສ່ວນແບ່ງພາສີ,ຄ່າທຳນຽມຕ່າງໆຕາມການຕົກລົງຂອງກະຊວງການເງີນ
3 : ການກູ້ຢືມ,ຊ່ວຍເຫຼືອ ແລະ ການບໍລິຈາກ ຈາກພາຍ ແລະ ຕ່າງປະເທດ
4 : ງົບປະມານຂອງລັດຖະບານ
ມາດຕາ 8 : ອພບ ມີຄວາມເປັນເຈົ້າຕົນເອງທາງດ້ານການເງິນຕາມລະບຽບການ ແລະ ເປັນຜູ້ຮັບຜິດຊອບທົດແທນຄືນກ່ຽວກັບໜີ້ສິນຕາມສັນຍາ
ໝວດທີ VI
ວ່າດ້ວຍລະບອບວິທີເຮັດວຽກຂອງ ອພບ
ມາດຕາ 9 : ອພບ ເຮັດວຽກຕາມຫັລກການດັ່ງລຸ່ມນີ້:
1 : ເຮັດວຽກຕາມລວມສູນປະຊາທິປະໄຕ,ຕົກລົງເປັນໝູ່ຄະນະ ບຸກຄົນຮັບຜິດຊອບ,ການດຮັດວຽກຢ່າງ ມີການແບ່ງຂັ້ນຄຸ້ມຄອງ,ແບ່ງງານໃຫ້ແຕ່ລະຄົນຢ່າງລະອຽດ,ມີການມອບວຽກຕິດພັນກັບການມອບສິດມີນະໂຍບາຍຢ່າງຈະແຈ້ງ.
2 : ເຮັດວຽກຢ່າງມີແຜນການ,ມີຂໍ້ກຳນົດ,ມີການຈັດຕັ້ງ,ປະສານສົມທົບ,ຕິດຕາມການກວດກາ ເປັນປົກກະຕິ,ມີການສະຫລຸບຕີລາຄາ ຖອດຖອນບົດຮຽນລາຍງານໃຫ້ເຈົ້າຄອງກຳແພງນະຄອນ ແລະ ສ່ວນວຽກດ້ານວິຊາສະເພາະດ້ານການເງີນ ແລະ ດ້ານກໍ່ສ້າງພື້ນຖານ ໂຄງລ່າງຂອງຕົວເມືອງລາຍງານໃຫ້ກະຊວງຄົມມະນາຄົມ ຂົນສົ່ງໄປສະນີ ແລະ ກໍ່ສ້າງ
ມາດຕາ 10 : ການແບ່ງວຽກງານ ແລະ ຄວາມຮັບຜິດຊອບລະຫ່ວາງ ອພບ ແລະ ພະແນກການທີ່ກ່ຽວຂ້ອງແມ່ນປະຕິບັດບົນພື້ນຖານຄວາມເປັນເອກະພາບກັບບັນດາພະແນກການພາຍໃຕ້ການຊີ້ນຳຂອງເຈົ້າຄອງກຳແພງນະຄອນ.
ມາດຕາ 11 : ຫົວໜ້າ ອພບ ມີໜ້າທີ່ຊີ້ນຳ ນຳພາລວມ ແລະ ຈັດຕັ້ງປະຕິບັດໜ້າທີ່ໄດ້ກຳນົດໄວ້ໃນໝວດ ທີ 3 ຂອງດຳລັດສະບັບນີ້,ມີຄວາມຮັບຜິດຊອບໂດຍກົງ ຕໍ່ເຈົ້າຄອງກຳແພງນະຄອນ ແລະ ຕໍ່ລັດຖະບານໃນການປະຕິບັດໜ້າທີ່ຂອງ ອພບ
ມາດຕາ 12 : ຮອງຫົວໜ້າ ອພບ ທີ່ເປັນຜູ້ປະຈຳການ ທັງເປັນຫົວໜ້າຫ້ອງການ ຂອງ ອພບ ມີໜ້າທີ່ຊີ້ນຳ ແລະ ຈັດຕັ້ງປະຕິບັດຕົວຈິງ ບັນດາວຽກງານຂອງ ອພບ ແລະ ມີຄວາມຮັບຜິດຊອບຕໍ່ຄະນະຊີ້ນຳ ຂອງ ອພບ
ມາດຕາ 13 : ບັນດາກຳມະການ ອພບ ມີໜ້າທີ່ຊ່ວຍຫົວໜ້າ ແລະ ຮອງຫົວໜ້າໃນການຊີ້ນຳ ແລະ ຮັບຜິດຊອບວຽກງານໃນຂອບເຂດເມືອງຂອງຕົນ
ມາດຕາ 14 : ພາລະບົດບາດ ແລະໜ້າທີ່ຂອງແຕ່ລະຂະແໜງວຽກງານຂອງຫົວການ ອພບ ແມ່ນຄະນະຮັບຜິດຊອບ ອພບ ເປັນຜູ້ກຳນົດ.
ໝວດທີ VII
ວ່າດ້ວຍບົດບັນຍັດສຸດທ້າຍ
ມາດຕາ 15 : ອພບ ມີກາປະທັບຂອງຕົນ ສຳລັບໃຊ້ວຽກງານທາງລັດຖະການ
ມາດຕາ 16 : ບັນດາກະຊວງ,ອົງການ,ບັນດາແຂວງ,ກຳແພງນະຄອນ ແລະ ພາກສ່ວນຕ່າງໆທີ່ມີສ່ວນກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດຳລັດສະບັບນີ້ຕາມໜ້າທີ່ໃຜລາວຢ່າງເຂັ້ມງວດ
ມາດຕາ 17 : ດຳລັດສະບັບນີ້ມີຜົນບັງຄັບໃຊ້ ນັບແຕ່ມື້ລົງລາຍເຊັນນີ້ເປັນຕົ້ນໄປ ພ້ອມທັງລົບລ້າງຂໍ້ຕົກລົງເລກທີ 40/ຄຄຊ ລົງວັນທີ 4/4/1995 ແລະ ຂໍ້ຕົກລົງອື່ນໆ ທີ່ຂັດກັບດຳລັດສະບັບນີ້.