ເຊີດຊູຄວາມສາມາດນຳພາຂອງຄະນະພັກ ເພີ່ມທະວີຄວາມສັກສິດຂອງການບໍລິຫານລັດ ເສີມຂະຫຍາຍປະຊາທິປະໄຕປະຊາຊົນ ເສີມສ້າງສັງຄົມສາມັກຄີປອງດອງ ປຸກລະດົມກຳລັງແຮງທົ່ວສັງຄົມ ພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນນະຄອນທີ່ໜ້າຢູ່ ແລະ ຍືນຍົງ !

 

em

 

ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ສັນຕິພາບເອກະລາດປະຊາທິປະ​​ໄຕເອກະພາບວັດທະນາຖາວອນ

ປາກງື່ມ

ຫ້ອງວ່າການ                                                                                                                       ເລກທີ :…767……./ຫກປ.ປງ  
                                                                                                                                                                                                                                                                                                                                                                                                                                                                                                 ລົງວັນທີ :......................

 

ມາດຕາ 01 : ແບ່ງວຽກລະຫ່ວາງຫົວໜ້າຫ້ອງວ່າການ ແລະ ບັນດາຮອງຫົວໜ້າຫ້ອງວ່າການປົກຄອງເມືອງປາກງື່ມ ນະຄອນຫູວງວຽງຈັນດັ່ງນີ້ :

1.1: ຫົວໜ້າຫ້ອງວ່າການປົກຄອງເມືອງ: ທ່ານພຸດທາ ຈັນທະວະລັງສີ

-          ຮັບຜິດຊອບໂດຍກົງ ຕໍ່ສະຫາຍເລຂາຄະນະພັກ,ເຈົ້າເມືອງປາກງື່ມ ກ່ຽວກັບຜົນໄດ້ ແລະ ຜົນເສຍ ໃນການເຄື່ອນໄຫວ ຈັດຕັ້ງປະຕິບັດ ພາລະບົດບາດ,ໜ້າທີ່,ຂອບເຂດ, ແລະ ຄວາມຮັບຜິດຊອບ ຂອງຫ້ອງວ່າການປົກຄອງເມືອງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງ ສະບັບເລກທີ 110/ຈມ.ປງ,ລົງວັນທີ 20/02/2012

-          ເປັນຜູ້ຊີ້ນຳ,ບັນຊາ,ຕິດຕາມ,ຊຸກຍູ້,ກວດກາຢ່າງລວມສູນ ເປັນເອກະພາບ ຕໍ່ການເຄື່ອນໄຫວວຽກງານລວມທັງໝົດ ຂອງຫ້ອງວ່າການປົກຄອງເມືອງ ແລະ ລົງເລິກຊີ້ນຳ-ນຳພາວຽກງານການເມືອງ-ແນວຄິດ,ວຽກງານປັບປຸງການຈັດຕັ້ງ,ວຽກງານການກໍ່ສ້າງພັກ-ພະນັກງານ ວຽກງານພົວພັນຕ່າງໆປະເທດ ແລະ ລະບອບແບແຜນວິທີເຮັດວຽກ ຂອງຫ້ອງວ່າການປົກຄອງເມືອງ

-          ຮັບຜິດຊອບຊິ້ນຳ-ນຳພາ ການຄົ້ນຄ້ວາ-ສັງລວມ,ການສະນອງຂໍ້ມູນຂ່າວສານ,ການບັນນາທິການກວດແກ້ນິຕິກຳ,ບົດລາຍງານ,ບົດຄຳເຫັນ,ບົດໂອ້ລົມ ແລະ ເອກະສານທາງລັດຖະການ ແລະ ອື່ນໆ ໃນຂົງເຂດວຽກງານຄວາມໝັ່ນຄົງ,ວຽກງານຂອງອົງການພັກ,ວຽກງານຕຸລາການ ແລະ ຍຸຕິທຳ ວຽກງານພາຍໃນ,ວຽກງານກໍ່ສ້າງຮາກຖານການເມືອງ ເພື່ອລາຍງານ ແລະ ນຳສະເໜີຂັ້ນເທິງພິຈາລະນາຕົກລົງຊີ້ນຳ ແລະ ລົງລາຍເຊັນ,ເປັນຕົ້ນຕໍເອກະສານລາຍງານ ແລະສະເໜີວຽກງານຂອງກອງບັນຊາການ ປກຊ-ປກສ,ຫ້ອງການ ປກຊ-ປກສ,ຫ້ອງການຄະນະຈັດຕັ້ງ,ຫ້ອງການກວດກາພັກ-ລັດ,ຫ້ອງການໂຄສະນາອົບຮົມ,ຫ້ອງການຍຸຕິທຳ,ຫ້ອງການພາຍໃນ,ຫ້ອງການກໍ່ສ້າງຮາກຖານການເມືອງ,ວຽກພົວພັນການຕ່າງປະເທດ,ວຽກການຄຸ້ມຄອງ-ບໍລິຫານພາຍໃນຫ້ອງວ່າການປົກຄອງເມືອງ (ວຽກງານການເງີນ,ການບັນຊີ,ວຽກງານບໍລິຫານ-ພີທີການ) ພ້ອມກັນນັ້ນກໍ່ຕິດຕາມ,ຊຸກຍູ້,ກວດກາ ແລະ ລາຍງານຜົນການຈັດຕັ້ງປະຕິບັດບັນດານິຕິກຳ,ມະຕິ,ຄຳສັ່ງ ແລະ ທິດຊີ້ນຳຂອງຂັ້ນເທິງ,

-          ມີສິດເຊັນ ແລະ ສັ່ງຈ່າຍງົບປະມານ ຂອງຫ້ອງວ່າການປົກຄອງເມືອງ ໃນວົງເງີນ 500 000ກີບ(ຫ້າແສນກີບ) ລົງມາທີ່ນອນຢູ່ໃນແຜນໃຊ້ຈ່າຍປະຈຳເດືອນ ຖ້າກາຍກວ່ານັ້ນຕ້ອງໄດ້ຂໍອະນຸມັດຈາກທ່ານເຈົ້າເມືອງ

-          ຮັບຜິດຊອບສ້າງ ແລະ ເຮັດບົດສະຫຼຸບ ຫຼື ບົດລາຍງານສັງລວມການຈັດຕັ້ງປະຕິບັດໂຄງການດຳເນີນງານ,ແຜນວຽກຈຸດສຸມ,ແຜນຂາດຄະເນຫົວຂໍ້ກອງປະຊຸມ ແລະ ກະກຽມເນື້ອໃນ,ເຂົ້າຮ່ວມຮ່າງບົດບັນທຶກ,ຮ່າງມະຕິຕົກລົງ ແລະ ຮ່າງແຈ້ງການກ່ຽວກັບ ຜົນຂອງກອງປະຊຸມຄະນະບໍລິຫານງານພັກ,ຄະນະປະຈຳພັກເມືອງ

-          ຮັບຜິດຊອບສ້າງ,ຕິດຕາມ,ກວດກາ ແລະ ສະຫຼຸບແຜນການລົງທຶນ ແລະ ແຜນງົບປະມານ ຮັບໃຊ້ການນຳເມືອງ ແລະ ຫ້ອງວ່າການປົກຄອງເມືອງ ສຳລັບ 5 ປີ,ປະຈຳປີ ແລະ ປະຈຳເດືອນ,ສະຫຼຸບລາຍງານລາຍຮັບ-ລາຍຈ່າຍເງີນຕ່າງໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ

-          ຮັບຜິດຊອບຊີ້ນຳ-ນຳພາວຽກງານຈັດຕັ້ງ,ວຽກງານນະໂຍບາຍ-ດູແລຊີວິດການເປັນຢູ່,ການຄິດໄລ່ຊັ້ນ,ຂັ້ນເງີນເດືອນ ແລະ ເບີກຈ່າຍເງີນເດືອນໃຫ້ພະນັກງານ-ລັດຖະກອນ ໃນຄວາມຮັບຜິດຊອບ ຂອງຫ້ອງວ່າການປົກຄອງເມືອງໃຫ້ຖືກຕ້ອງ ແລະ ທ່ວງທັນເວລາ,ຂຶ້ນບັນຊີ ແລະ ຄຸ້ມຄອງຊັບສົມບັດທັງໝົດ ຂອງຫ້ອງວ່າການປົກຄອງ ແລະ ຂອງເມືອງທີ່ມອບໃຫ້ຫ້ອງວ່າການປົກຄອງເມືອງປາກງື່ມຄຸ້ມຄອງ.

-          ປະຕິບັດວຽກງານອື່ນໆ ຕາມການຊີ້ນຳ ແລະ ມອບໝາຍຂອງຂັ້ນເທິງ

-          ເປັນຜູ້ຊ່ວຍຫົວໜ້າຫ້ອງວ່າການປົກຄອງເມືອງ,ລົງເລິກຮັບຜິດຊອບການຄົ້ນຄ້ວາ-ສັງລວມ,ການສະໜອງຂໍ້ ມູນຂ່າວສານ,ການບັນນາທິການກວດແກ້ນິຕິກຳ,ບົດລາຍງານ,ບົດຄຳເຫັນ,ບົດໂອ້ລົມ ແລະ ເອກະສານທາງລັດຖະການອື່ນໆ ໃນຂົງເຂດວຽກວັດຖະນະທຳ-ສັງຄົມ,ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ,ວຽກງານຈັດຕັ້ງປະຕິບັດນະໂຍບາຍ ແລະ ສັງຄົມສົງເຄາະຂອງພັກ-ລັດ ຕໍ່ພະນັກງານ-ລັດຖະກອນຢູ່ເມືອງປາກງື່ມ ເພື່ອລາຍງານ ແລະ ສະເໜີຂັ້ນເທິງພິຈາລະນາຕົກລົງຊີ້ນຳຫຼືລົງລາຍເຊັນປະກາດໃຊ້,ເປັນຕົ້ນຕໍເອກະສານລາຍງານ ແລະນຳສະເໜີຂອງຫ້ອງການສຶກສາ-ກິລາ ຫ້ອງການສາທາລະນະສຸກ,ຫ້ອງການແຮງງານສະຫັວດດີການ-ສັງຄົມ ຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ,ວຽກງານຫໍສະໝຸດ ຂອງຫ້ອງວ່າການ,ຄຸ້ມຄອງ ແລະ ກວດກາວຽກງານ ICT,ຫ້ອງການໂຍທາທິການ-ຂົນສົ່ງ,ໜ່ວຍງານວິທະຍາສາດ ແລະ ເຕັກໂນໂລຊີ,ໜ່ວຍງານໄປສະນີໂທລະຄົມມະນາຄົມ-ການສື່ສານ,ວຽກງານສະກັດກັ້ນ ແລະ ຄວບຄຸມຢາເສບຕິດ,ດ່ານປະເພນີບ້ານໄດນ,ອົງການຈັດຕັ້ງມະຫາຊົນ,ອົງການແນວລາວສ້າງຊາດ,ຫ້ອງການສະຫະພັນນັກຮົບເກົ່າ,ກອງເລຂາຄະນະກຳມາທິການເພື່ອຄວາມກ້າວໜ້າແມ່ຍິງ,ວຽກແມ່ ແລະ ເດັກ,ລັດວິສະຫະກິດໄຟຟ້າສາຂາເມືອງປາກງື່ມ ພ້ອມກັນນັ້ນກໍ່ຕິດຕາມ ຊຸກຍູ້,ກວດກາ ແລະ ລາຍງານຜົນການຈັດຕັ້ງ ປະຕິບັດບັນດານິຕິກຳ ມະຕິ,ຄຳສັ່ງ ແລະ ທິດຊີ້ນຳ ຂອງຂັ້ນເທິງຢູ່ຂົງເຂດວຽກງານທີ່ຕົນຮັບຜິດຂ້າງເທິງນີ້

-          ຮັບຜິດຊອບສ້າງ ແລະ ເຮັດບົດສະຫຼຸບ ຫຼື ບົດລາຍງານສັງລວມການຈັດຕັ້ງປະຕິບັດໂຄງການດຳເນີນງານ,ແຜນວຽກຈຸດສຸມ,ແຜນຂາດຄະເນຫົວຂໍ້ກອງປະຊຸມ ກະກຽມເນື້ອໃນ ວຽກງານກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາຕົວເມືອງ ແລະ ໜ່ວຍພັກຫ້ອງວ່າການປົກຄອງເມືອງປາກງື່ມ ໃນຂົງເຂດທີ່ຕົນຮັບຜິດຊອບ,ສຳລັບໝົດສະໄໝ,ກາງສະໄໝ,ປະຈຳປີ, 6 ເດືອນ, 3 ເດືອນ, ປະຈຳເດືອນ ແລະ ປະຈຳອາທິດ

-          ຮັບຜິດຊອບຕິດຕາມ,ຊຸກຍູ້ ແລະ ກວດກາ ພາກສ່ວນເຮັດອານາໄມ,ປະດັບປະດາ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍສວຍງາມ ພາຍໃນຫ້ອງປະຊຸມລວມ ແລະ ຢູ່ອ້ອມຮອບດ້ານໃນຕຶກສຳນັກງານອົງການປົກຄອງເມືອງ

-          ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຫົວໜ້າຫ້ອງວ່າການ ແລະ ຂັ້ນເທິງ

-          ເປັນຜູ້ຊ່ວຍຫົວໜ້າຫ້ອງວ່າການປົກຄອງເມືອງປາກງື່ມ,ລົງເລິກຮັບຜິດຊອບການຄົ້ນຄ້ວາ-ສັງລວມ,ການສະ ໜອງຂໍ້ມູນຂ່າວສານ,ການບັນນາທິການກວດແກ້ນິຕິກຳ,ບົດລາຍງານ,ບົດຄຳເຫັນ,ບົດໂອ້ລົມ ແລະ ເດກະສານທາງລັດຖະການອື່ນໆ ໃນຂົງເຂດເສດຖະກິດມະຫາພາກ ແລະ ການບໍລິການ,ເພື່ອລາຍງານ ແລະ ນຳສະເໜີ ຂອງຫ້ອງການແຜນການ-ການລົງທຶນ,ຫ້ອງການ ການເງີນ,ຫ້ອງການອຸດສະຫະກຳ-ການຄ້າ,ຫ້ອງການຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ,ຫ້ອງການກະສິກຳ-ປ່າໄມ້,ຫ້ອງການພະລັງງານ ແລະ ບໍແຮ່,ພ້ອມກັນນັ້ນກໍ່ຕິດຕາມ,ຊຸກຍູ້,ກວດກາ ແລະ ລາຍງານຜົນການຈັດຕັ້ງປະຕິບັດບັນດານິຕິກຳ,ມະຕິ ຄຳສັ່ງ ແລະ ທິດຊີ້ນຳ ຂອງຂັ້ນເທິງຢູ່ໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບ,ຮັບຜິດຊອບໂດຍກົງ ຕໍ່ຫົວໜ້າຫ້ອງວ່າການປົກຄອງເມືອງປາກງື່ມ ກ່ຽວກັບຜົນໄດ້ ແລະ ຜົນເສຍ ໃນການຊີ້ນຳ,ບັນຊາ ຕິດຕາມ ຊຸກຍູ້ ກວດກາ ແລະ ລາຍງານການເຄື່ອນໄຫວ ຈັດຕັ້ງປະຕີບັດວຽກງານວຽກງານທີ່ຕົນເອງຮັບຜິດຊອບຂ້າງເທິງນີ້:

-          ຮັບຜິດຊອບຈັດວາງ,ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານປ້ອງກັນພາຍໃນ,ວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍ,ການປ້ອງກັນເວນຍາມ,ການກຳນົດຂອບເຂດ ຫຼື ສະຖານທີ່ບ່ອນອານຸຍາດ ຫຼື ຫ້າມຄົນ ແລະ ລົດ ຢູ່ພາຍໃນ ແລະ ມາຈາກທທາງນອກ ເຂົ້າ-ອອກ ສຳນັກງານປົກຄອງເມືອງປາກງື່ມ,ຈັດສັນບ່ອນຈອດລົດໃຫຍ່ລົດຈັກ ວຽກງານຄຸ້ມຄອງ,ນຳໃຊ້,ຮັກສາ,ຊ້ອມແປງ ແລະ ຈັດຊື້ລົດຮັບໃຊ້ວຽກງານຫ້ອງການປົກຄອງ ແລະ ບູລະນະສ້ອມແປງຕຶກ,ອຸປະກອນໄຟຟ້າ,ນໍ້າປະປາ ຢູ່ໃນຕຶກສຳນັກງານປົກຄອງເມືອງ,ວຽກງານບົວລະບັດຮັກສາເດີນ,ອານຸສາວະລີ ປະທານໄກສອນ ພົມວິຫານ,ຕົ້ນໄມ້,ເດີ່ນຫຍ້າ,ສວນດອກໄມ້ ແລະ ຄວາມເປັນລະບຽບ ຄະນະຫ້ອງວ່າການປົກຄອງເມືອງ ຮ່ວມກັບຫົວໜ້າໜ່ວຍງານ,ວິຊາການ,ພາຍໃນຫ້ອງວ່າການ ປະຊຸມນຳກັນເດືອນລະຄັ້ງ,ໜ່ວຍງານຄົ້ນຄວ້າ-ສັງລວມວຽກພັກ ເປັນຜູ້ເຮັດບົດບັນທຶກກອງປະຊຸມທີ່ກ່າວມາຂ້າງເທິງທຸກໆຄັ້ງ ແລະ ໃຫ້ຮອງຫົວໜ້າຫ້ອງວ່າການປົກຄອງເມືອງເຊັນໃສ່ບົດບັນທຶກດັ່ງກ່າວ ແລ້ວນຳສົ່ງໃຫ້ຄະນະຫ້ອງວ່າການ ແລະ ແຕ່ລະໜ່ວຍງານເພື່ອຮັບຊາບ, ປະຕິບັດ ແລະ ກວດກາການປະຕິບັດຕາມການຕົກລົງ ຂອງກອງປະຊຸມມມແຕ່ລະຄັ້ງ ໃຫ້ໜ່ວຍງານຄົ້ນຄ້ວາ-ສັງລວມວຽກລັດ ລາຍງານຄວາມຄືບໜ້າ ຫຼື ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຕົກລົງໃນກອງປະຊຸມຄັ້ງຜ່ານໆມາ

ມາດຕາ 03 :ລະບອບການແຈກຢາຍເອກະສານໃຫ້ຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ແມ່ນໃຫ້ປະຕິດັ່ງນີ້

-             ເອກະສານຂາເຂົ້າ ແມ່ນໃຫ້ພະນັກງານຂາ-ຂາອອກ ແຈກຢາຍຕົງໄປໃຫ້ຫົວໜ້າ ທີ່ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ຕາມການແບ່ງວຽກແບ່ງຄວາມຮັບຜິດຊອບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 01 ຂອງຂໍ້ຕົກລົງສະບັບນີ້ ແລະ ສົ່ງໃບລາຍງານຕິດຕາມເອກະສານໃຫ້ຫົວໜ້າຫ້ອງວ່າການປົກຄອງເມືອງຊາບທຸກໆວັນ,ຫຼັງຈາກໄດ້ຮັບເອກະສານແລ້ວໃຫ້ພິຈາລະນາເຄິ່ງວັນຫາ 1 ວັນຄື: ຖ້າເປັນເອກະສານຍາວ ຕ້ອງໄດ້ຄົ້ນຄ້ວາ-ສັງລວມ ແມ່ນສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຄົ້ນຄ້ວາ-ສັງລວມຫຼືບັນນາທິການກວດແກ້ຊ່ວຍ,ຖ້າເປັນເອກະສານສັ້ນບໍ່ຫຍຸ້ງຍາກສັບສົນຫຼາຍ ແມ່ນໃຫ້ລົງຄຳເຫັນສະເໜີຂັ້ນເທິງພິຈາລະນາຊີ້ນຳ ຫຼື ຕົກລົງເລີຍໂລດ,ຍົກເວັ້ນບັນຫາທີ່ສັບສົນ ແລະ ອ່ອນໄຫວຫຼາຍແມ່ນໃຫ້ລາຍງານຫົວໜ້າຫ້ອງວ່າການປົກຄອງເມືອງກ່ອນ ຈິງລາຍງານຂັ້ນເທິງ.

-             ເອກະສານທີ່ມີຄຳເຫັນຊີ້ນຳ ຫຼື ຕົກລົງ ລົງມາຈາກຂັ້ນເທິງ ແມ່ນເລຂາການນຳ ໃຫ້ສົ່ງຕົງລົງໄປໃຫ້ໜ່ວຍງານທີ່ກ່ຽວຂ້ອງເພື່ອຮ່າງຄຳສັ່ງ,ຂໍ້ຕົກລົງ,ແຈ້ງການ ຫຼື ໜັງສືທາງລັດທະການອື່ນໆ ຕາມການຊີ້ນຳ-ຕົກລົງ ຂອງຂັ້ນເທິງ ແລະ ສົ່ງໃບລາຍງານການສົ່ງເອກະສານດັ່ງກ່າວໃຫ້ຫົວໜ້າຫ້ອງວ່າການປົກຄອງເມືອງ ເພື່ອລົງລາຍເຊັນ ຫຼື ສະເໜີຂັ້ນເທິງລົງລາຍເຊັນປະກາດໃຊ້,ໄລຍະເວລາ ຂອງການຮ່າງ ແລະ ກວດແກ້ຮ່າງເອກະສານທັງໝົດດັ່ງກ່າວ ແມ່ນບໍ່ໃຫ້ກາຍ 2 ວັນ,ຖ້າເປັນແຈ້ງການ ແລະ ໜັງສືທາງລັດຖະການ ແມ່ນບໍ່ໃຫ້ກາຍ 1 ວັນ,ຖ້າເປັນເອກະສານດ່ວນແມ່ນໃຫ້ເຮັດທັນທີໂລດ.ທຸກໆເອກະສານທາງລັດຖະການ ທີ່ຈະເຊັນປະກາດໃຊ້ອອກໄປຕ້ອງລວມສູນຢູ່ຫົວໜ້າຫ້ອງວ່າການປົກຄອງເມືອງ ຫຼື ຂັ້ນເທິງ ຕາມຂອບເຂດສິດຂອງເພິ່ນ,ຍົກເວັ້ນອັນທີ່ເພິ່ນມອບໝາຍໃຫ້ເຊັນແທນ.ສວຍງາມອື່ນໆ ຢູ່ອ້ອມຮອບດ້ານນອກ,ດ້ານໃນກຳແພງ ແລະ ຄວາມປອດໄພຮອບດ້ານຢູ່ສຳນັກງານປົກຄອງ ເມືອງປາກງື່ມ.

-             ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຫົວໜ້າຫ້ອງວ່າການ ແລະ ຂັ້ນເທິງ.

ມາດຕາ 02 : ຫຼັກການແບ່ງວຽກ ລະຫ່ວາງຫົວໜ້າຫ້ອງວ່າການ ແລະ ບັນດາຮອງຫົວໜ້າຫ້ອງວ່າການປົກຄອງເມືອງປາກງື່ມ ມີດັ່ງນີ້:

ມາດຕາ 04 : ກົງຈັກຊ່ວຍວຽກຫົວໜ້າ-ຮອງຫົວໜ້າຫ້ອງວ່າການປົກຄອງເມືອງປາກງື່ມ ນະຄອນຫຼວງວຽງຈັນມີດັ່ງນີ້:

-             ກົງຈັກ ແລະ ຜູ້ຊ່ວຍວຽກຫົວໜ້າຫ້ອງວ່າການປົກຄອງເມືອງປະກອບມີ:ຮອງຫົວໜ້າຫ້ອງວ່າການ,ຫົວໜ້າໜ່ວຍງານ,ວິຊາການ ທີ່ມີພາລະບົດບາດ,ໜ້າທີ່ມີຄວາມຮັບຜິດຊອບຕໍ່ວຽກງານໃນຂົງເຂດວຽກງານທີ່ຫົວໜ້າຫ້ອງວ່າການປົກຄອງເມືອງ ຮັບຜິດຊອບຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 01,ຂໍ້1.1 ມາດຕາ 02,ຂໍ້ 2.4 ແລະ ມາດຕາ 03 ຂອງຂໍ້ຕົກລົງສະບັບນີ້

-             ກົງຈັກ ແລະ ຜູ້ຊ່ວຍວຽກຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ປະກອບມີຫົວໜ້າໜ່ວຍງານ ແລະ ວິຊາການ ທີ່ມີພາພລະບົດບາດ,ໜ້າທີ່ ແລະ ມີຄວາມຮັບຜິດຊອບຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 01,ຂໍ້ 1.2 ຫາ 1.3,ຂອງຂໍ້ຕົກລົງສະບັບນິ້.

ມາດຕາ 05 : ການເປັນເສນາທິນາ,ເປັນຜູ້ປະສານງານ ແລະ ເປັນຜູ້ບໍລິການຮັບໃຊ້ຂັ້ນເທິງຂອງຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ໃຫ້ປະຕິບັດດັ່ງນິ້:

-   ຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ປະຕິບັດບົດບາດ ໜ້າທີ່ ເປັນເສນາທິການ,ເປັນຜູ້ປະສານງານງື່ມ ຕາມຂົງເຂດວຽກງານທີ່ຕົນຕົກລົງຮັບຜິດຊອບ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ,01 ມາດຕາ 03,ຂອງຂໍ້ຕົກລົງສະບັບນີ້,ຕາມການມອບໝາຍ ແລະ ການຊີ້ນຳຂອງຂັ້ນເທິງ.

-ໃນການຄົ້ນຄ້ວາ-ສັງລວມວຽກງານຊ່ວຍຂັ້ນເທິງນັ້ນ ຫົວໜ້າ ແລະ ຮອງຫົວໜ້າຫ້ອງການປົກຄອງເມືອງ ມີສິດນຳໃຊ້ກົງຈັກ ແລະ ຜູ້ຊ່ວຍວຽກຂອງຕົນຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 04 ຂອງຂໍ້ຕົກລົງສະບັບນີ້:

ມາດຕາ 06 : ຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ,ຫົວໜ້າໜ່ວຍງານ,ພະນັກງານ-ລັດຖະກອນ ທີ່ຂຶ້ນກັບຫ້ອງວ່າການເມືອງປາກງື່ມ, ນະຄອນຫຼວງວຽງຈັນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ

ມາດຕາ 07: ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

 

ໂຄ່ງຮ່າງການຈັດຕັ້ງ

 

structure

ຄົ້ນຫາ

ປະຕິທິນ

June 2023
S M T W T F S
28 29 30 31 1 2 3
4 5 6 7 8 9 10
11 12 13 14 15 16 17
18 19 20 21 22 23 24
25 26 27 28 29 30 1

ສະຖານທີ່ທ່ອງທ່ຽວ

ພະທາດຫຼວງ
ປະຕູໄຊ
ຫໍພະເແກ້ວ
ວັດຊຽງຄວນ
ວັດສີສະເກດ

ຜູ້ເຂົ້າຢ້ຽມຊົມ

ຈຳນວນຜູ້ເຂົ້າຊົມມື້ນີ 58

ຈຳນວນຜູ້ເຂົ້າຊົມວານນີ້ 46

ຈຳນວນຜູ້ເຂົ້າຊົມອາທິດນີ້ 180

ຈຳນວນຜູ້ເຂົ້າຊົມເດືອນນີ້ 182

ຈຳນວນຜູ້ເຂົ້າຊົມທັງໝົດ 116580

Currently are 13 guests and no members online