
ຕອນບ່າຍ ຂອງວັນທີ 19 ກັນຍາ 2019, ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ ປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ ລວມເປັນ ເງິນ 33,7ລ້ານກ່ວາກີບ ພ້ອມດ້ວຍເງິນສົດ ຈຳນວນ 40 ລ້ານກີບ ລວມເປັນເງິນທັງໝົດ 73.700.000 ກີບ. ຕາງໜ້າອົງການປົກຄອງແຂວງຄຳມ່ວນ ຮັບໂດຍທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະ.
ຕາງໜ້າຄະນະບໍລິຫານງານພັກ, ອົງການປົກຄອງ, ສະພາປະຊາຊົນ ແລະ ປະຊາຊົນຊາວ ນະຄອນຫຼວງວຽງຈັນ, ຂໍສະແດງຄວາມເຫັນອົກເຫັນໃຈ ເປັນຢ່າງຍິ່ງ ມາຍັງອົງຄະນະພັກອົງການປົກຄອງ ແຂວງຄຳມ່ວນ ໂດຍສະເພາະ ຄອບຄົວຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ ແລະ ກໍ່ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງອົງຄະນະພັກ, ອົງການປົກຄອງແຂວງຄຳມ່ວນ ໃນການຮັບມືກັບໄພພິບັດໃນຄັ້ງນີ້ ຈະສາມາດຜ່ານເວລາອັນຫຍຸ້ງຍາກ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນ ຈະໄດ້ຮັບການຟື້ນຟູກັບສູ່ສະພາບປົກກະຕິໂດຍໄວ.