
ໃນຕອນເຊົ້າວັນທີ 4 ມີນາ 2022 ທີ່ຜ່ານມາ ອົງການປົກຄອງແຂວງຈໍາປາສັກ ນໍາໂດຍທ່ານ ປອ. ວິໄລວົງ ບຸດດາຄຳ, ເຈົ້າແຂວງຈໍາປາສັກ ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ເຂດພັດທະນາ ກວມລວມ ໄຊເຊດຖາ ໂດຍມີ ທ່ານ ສອນປະເສີດ ດາລາວົງ, ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ, ທ່ານ ທະນົງໄຊ ຄຸດໄພທູນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ, ທ່ານ ໂກວ ກວາງຫຼຽງ ຮອງອຳນວຍການ ບໍລິສັດ ຮ່ວມທຶນລາວ-ຈີນ ຈຳກັດ, ທ່ານ ເຝີງ ຫຼິນ ຜູ້ອຳນວຍການ ບໍລິສັດ ບໍລິຫານທຸລະກິດໄຊເຊດຖາ(ລາວ) ຈຳກັດ, ທ່ານ ນາງ ແສງອາລຸນທອນ ບຸບຜາສວັນ ຜູ້ຊ່ວຍອຳນວຍການ ພ້ອມດ້ວຍບັນດາບັນດາຄະນະທີ່ກ່ຽວຂ້ອງເຂົ້າຮ່ວມໃນພິທີຮັບດັ່ງກ່າວ.