ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດພິທີປະກາດສວນພຶກສາສາດ-ຫ້ວຍຍາງ-ດົງໝາກຄາຍ ຂຶ້ນວັນທີ 9 ມິຖຸນາ 2018 ທີ່ເຂດປ່າສະຫງວນຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ທ່ານ ອາຊາງ ລາວລີ ອະດີດຮອງນາຍົກລັດຖະມົນຕີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາລັດຖະມົນຕີ ຮອງລັດຖະມົນຕີ ຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ອົງການຈັດຕັ້ງສາກົນ ອຳນາດການປົກຄອງທ້ອງຖິ່ນ ພະນັກງານ ແລະ ປະຊາຊົນເຂົ້າຮ່ວມ
ໃນພິທີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ຕາມການສະເໜີຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລັດຖະບານຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 585/ຫສນຍ ຄືມອບໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມປັກຫຼັກເຂດແດນລະອຽດ ເພື່ອປ້ອງກັນການຈັບຈອງ ການບຸກລຸກເຂດ B ດັ່ງກ່າວ ແລະ ອະນຸຮັກຮັກສາໃຫ້ກາຍເປັນເຂດສີຂຽວ ດັ່ງນັ້ນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ດຳເນີນການປັກຫຼັກອ້ອມເຂດ B ຈຳນວນ 130 ຫຼັກຮົ້ວ ກວມເນື້ອທີ່ 268 ເຮັກຕາ ພ້ອມທັງສ້າງປ້າຍຖາວອນ ປະກາດເປັນສວນພຶກສາສາດ ເພື່ອສືບຕໍ່ປູກຕົ້ນໄມ້ນາໆຊະນິດ ປະກອບສ່ວນໃນການເພີ່ມອັດຕາປ່າໄມ້ປົກຫຸ້ມ ກໍ່ຄືການປົກປັກຮັກສາ ແລະ ຄຸ້ມຄອງເຂດດັ່ງກ່າວໃຫ້ກາຍເປັນເຂດຂຽວ ເຊິ່ງໃນອະນາຄົດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈະໄດ້ສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອວາງແຜນການນຳໃຊ້ພື້ນທີ່ສີຂຽວນີ້ ໃຫ້ກາຍເປັນເຂດສຶກສານິເວດວິທະຍາ ແລະ ແຫຼ່ງທ່ອງທ່ຽວທຳມະຊາດ ເປັນບ່ອນພັກຜ່ອນສຳລັບພະນັກງານ ກໍ່ຄືປະຊາຊົນທີ່ຢູ່ໃກ້ ແລະ ໄກ ພ້ອມນັ້ນ ໄດ້ສະເໜີມາຍັງອົງການປົກຄອງເມືອງໄຊທານີ ອຳນາດການປົກຄອງບ້ານດົງໝາກຄາຍ ບ້ານໂນນສະຫວ່າງ ແລະ ປະຊາຊົນທັງສອງບ້ານ ຈົ່ງໃຫ້ການຮ່ວມມືໃນການປົກປັກຮັກສາເຂດສີຂຽວ ໃຫ້ກາຍເປັນສວນພຶກສາສາດໃນອະນາຄົດຢ່າງສົມບູນ.
ໃນພິທີ ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ນຳພາຄະນະນຳຂັ້ນຕ່າງໆ ປູກຕົ້ນໄມ້ທາງດ້ານໜ້າສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ປະກອບມີ ໄມ້ແຕ້ ແລະ ໄມ້ດູ່ ຈຳນວນ 16 ຕົ້ນ ເຊິ່ງຢູ່ໃນທ່າມກາງທີ່ທົ່ວປວງຊົນລາວທັງຊາດ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບວັນເດັກນ້ອຍສາກົນ 1 ມິຖຸນາ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ.
ທີ່ມີຂໍ້ມູນ: ໜັງສືພີມວຽງຈັນໃໝ່