ວັນທີ 1 ມີນາ 2019 ທີ່ຜ່ານມາ ແຂວງວຽງຈັນ ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະ 3 ແຂວງ (ນວ ແຂວງວຽງຈັນ ແລະ ແຂວງໄຊສົມບູນ) ຂຶ້ນ ໂດຍມີທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ, ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ພ້ອມດ້ວຍຮອງເຈົ້າແຂວງ ຮອງເຈົ້າຄອງ ນວ ບັນດາຫ້ອງການ ພະແນກການ ແລະ ຂະແໜງການກ່ຽວ ຂ້ອງເຂົ້າຮ່ວມ.
ໂດຍສືບຕໍ່ຈາກກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 7 ຂອງກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ສະໄໝທີ X ໂດຍສະເພາະການເຜີຍແຜ່ມະຕິວ່າດ້ວຍການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ ຂອງການຄຸ້ມຄອງມະຫາພາກ ແລະ ມະຕິວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມ ແຂງໜັກແໜ້ນ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງ ນວ ແຂວງວຽງຈັນ ແລະ ແຂວງໄຊສົມບູນ.
ຈຸດປະສົງເພື່ອຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການພັດທະນາເສດຖະກິດ-ສັງ ຄົມ ໂດຍສະເພາະບັນດາໜ້າວຽກຈຸດສຸມພັດທະນາທີ່ຈະສຸ່ມໃສ່ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ ແລະ ມີອັນພົ້ນເດັ່ນຂຶ້ນກວ່າເກົ່າ ລວມເຖິງການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືປະກົດການຫຍໍ້ທໍ້ຕ່າງໆທີ່ 3 ແຂວງຈະໄດ້ພ້ອມກັນສຸມທຸກກຳລັງ ເພື່ອແກ້ໄຂຮ່ວມກັນຢ່າງຈິງຈັງ ແລະ ບັນຫາການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ການຊຸກຍູ້-ສົ່ງເສີມ ແລະ ສ້າງສິ່ງອຳນວຍຄວາມສະດວກຮ່ວມກັນດ້ານການຜະລິດເປັນສິນຄ້າ ຕິດພັນການກັບພັດທະນາການທ່ອງທ່ຽວເຊື່ອມຕໍ່ລະຫວ່າງ 3 ແຂວງ ໃຫ້ມີຜົນສຳເລັດອັນໃໝ່ ແຂງແຮງກວ່າເກົ່າ ແລະ ສາມາດສ້າງລາຍຮັບໃຫ້ສູງຂຶ້ນ.
ແຫຼ່ງຂ່າວ: ໜັງສືວຽງຈັນໃໝ່
#ວຽງຈັນວັນໃໝ່ຂ່າວສານທັນສະໄໝເພື່ອຊາວວຽງ.