ການແຂ່ງຂັນກີລາກ໊ອຟ ການກຸສົນ ເພື່ອລະດົມທຶນສ້າງຕຶກປິ່ນປົວ ແລະບຳບັດຜູ້ຕິດຢາເສບຕິດ ສົມສະຫງ່ານະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 20 ສິງຫາ 2016 ທີ່ສະໜາມກີລາກ໊ອຟລ່ອງແທງ (ຫຼັກ 18 ທ່າເດື່ອ) ໂດຍການເປັນປະທານຂອງທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ສອນໄຊ ສີພັນດອນຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດານັກກີລາມາຈາກຂະແໜງການຕ່າງໆ ແລະ ນັກກີລາສະໜັກຫຼິ້ນ ເຂົ້າຮ່ວມ 170 ກວ່າທ່ານ.
ໃນຕອນເຊົ້າ ຂອງວັນທີ 17 ສິງຫາ 2016 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ຈັດການຖະແຫລງຂ່າວຄວາມພ້ອມໃນດ້ານຕ່າງໆໂດຍມີພາກສ່ວນ ຫ້ອງວ່າການນະຄອນຫຼວງ ວຽງຈັນ, ພະແນກ ສຶກສາທິການ ແລະ ກິລາ, ພະແນກຖະແຫລງຂ່າວ, ວັດທະນາທຳ ແລະ ການທ່ອງທ່ຽວ, ສະໂມສອນລວມສິນລະປິນລາວ ກ່ຽວກັບການກຽມ ຄວາມພ້ອມໃນການຈັດ ງານການແຂ່ງຂັນ ກິລາບານແຕະ ນັດພິເສດ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ພຊສ.ນວ) ຈັດກິດຈະກຳປ່ອຍສັດນ້ຳ-ສັດປ່າ ແລະ ປູກຕົ້ນໄມ້ຄືນສູ່ທຳມະຊາດ ຂຶ້ນວັນທີ 26 ກໍລະກົດ 2016 ທີ່ໜອງປ່າສະຫງວນຫ້ວຍຍາງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນໂຮມ ເຮືອງສະຫວັດ ຫົວໜ້າ ພຊສ.ນວ ມີຮອງຫົວໜ້າພະແນກ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ອຳນາດການປົກຄອງອ້ອມຂ້າງເຂົ້າຮ່ວມ.
ໃນວັນທີ 12 ສິງຫາ 2016 ຫ້ອງວ່າການນະຄອນຫຼວງວຽງຈັນ ຮ່ວມກັບ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ25ປີ( 15 ສິງຫາ 1991 – 15 ສິງຫາ 2016) ແລະ ວັນຍຶດອໍານາດ 23 ສິງຫາ ຄົບຮອບ 41ປີ. ອີກດ້ານໜື່ງກໍ່ເພື່ອສ້າງຄວາມສາມະຄີຮັກແພງລະຫວ່າງ ພະນັກງານລັດຖະກອນ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ກັບ ຫ້ອງວ່າການນະຄອນຫຼວງວຽງຈັນ ສຳລັບການຈັດກິດຈະກຳແມ່ນໄດ້ຈັດການແຂ່ງຂັນບານເຕະ ແບ່ງອອກເປັນສອງປະເພດຄື: ທີມບານເຕະຍິງ ສຳລັບຜົນຂອງການແຂ່ງຂັນທີມສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊະນະ ທີມຫ້ອງວ່າການນະຄອນຫຼວງວຽງຈັນ 4-3, ສ່ວນປະເພດທີມບານເຕະຊາຍ ຜົົນການແຂ່ງຂັນແມ່ນທີມຫ້ອງວ່າການນະຄອນຫຼວງວຽງຈັນ ຊະນະ ທີມສະພາປະຊາຊົນ ນະຄອນຫຼວງວຽງຈັນ ດ້ວຍຄະແນນ 7 – 6.
ວັນທີ 25 ກໍລະກົດ 2016 ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບຜົນການສອບເສັງ ຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ແລະ ມັດທະຍົມສຶກສາຕອນປາຍ ມ7 ສົກຮຽນ 2015-2016 ຂຶ້ນ ທີ່ໂຮງຮຽນ ມສ ວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສີນະຄອນ ທຸມມະລັດ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາເຈົ້າເມືອງ ຮອງເຈົ້າເມືອງ 9 ຕົວເມືອງ ຜູ້ອຳນວຍການ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.