ວັນທີ 14 ມິຖຸນາ 2017 ທີ່ຫ້ອງວ່າການ ນະຄອນຫລວງວຽງຈັນ, ທ່ານແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ວັນຈຶກ ຮອງຫົວໜ້າ ພະແນກກະສິກຳແລະ ພັດທະນາຊົນນະບົດ ນະຄອນໂຮ່ຈິມິງ, ພ້ອມດ້ວຍຄະນະທີ່ເດີນທາງມາເຮັດວຽກຢູ່ ນະຄອນຫລວງວຽງຈັນ ແຕ່ວັນທີ 13-16 ມິຖຸນານີ້.
ໃນຕອນບ່າຍວັນທີ 19 ມັງກອນ 2017 ທີ່ຫ້ອງຮັບແຂກ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ມີການຖະແຫຼງກ່ຽວກັບການຈັດງານພົບປະພາກທຸລະກິດ ລາວ-ຝຣັ່ງ ຄັ້ງທີ 2 ຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ.ລາວ ມີຜູ້ຕາງໜ້າສະຖານທູດຝຣັ່ງ ປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
ເພື່ອປະກອບສ່ວນເຮັດໃຫ້ການເປັນເຈົ້າພາບ ຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ຄັ້ງທີ IV ທີ່ຈະຈັດຂຶ້ນລະຫວ່າງວັນທີ 13-17 ພະຈິກນີ້ ຢູ່ນະຄອນຫຼວງວຽງຈັນ ປະສົບຜົນສຳເລັດຕາມເປົ້າວາງໄວ້ ອຳນາດການປົກຄອງນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອອຳນາດການປົກຄອງນະຄອນຫຼວງວຽງຈັນ ໂດຍມອບລົດຕູ້ 15 ບ່ອນນັ່ງ ຈຳນວນ 11 ຄັນ ມູນຄ່າ 339,757 ໂດລາສະຫະລັດ ຫຼື ປະມານ 2,7 ຕື້ກີບ ເຊິ່ງພິທີມອບ-ຮັບລົດດັ່ງກ່າວ ມີຂຶ້ນວັນທີ 31 ຕຸລາ 2016 ຢູ່ສຳນັກງານປົກຄອງນະຄອນຫຼວງ ກ່າວມອບໂດຍທ່ານ ກ່ວນຮົວປິ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ກ່າວຮັບທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານເຈົ້າຄອງໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງປັກກິ່ງ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ໂດຍສະເພາະແມ່ນ ການປະກອບສ່ວນສຳຄັນ ເຂົ້າໃນວຽກງານເປັນເຈົ້າພາບກອງປະຊຸມທີ່ມີຄວາມສຳຄັນປະສົບຜົນສຳເລັດ ພ້ອມນີ້ທ່ານ ສິນລະວົງ ຍັງໄດ້ອວຍພອນໃຫ້ມິດຕະພາບລະຫວ່າງສອງນະຄອນຫຼວງ ກໍ່ຄືສອງພັກ ສອງລັດ ປະຊາຊົນສອງຊາດ ລາວ-ຈີນ ຈົ່ງແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນຕາມຈິດໃຈ 4 ດີຕະຫຼອດໄປ.
Vientiane New day/ວຽງຈັນວັນໃໝ່
ຕອນແລງຂອງວັນທີ 23 ສິງຫາ 2016 ເວລາ 17:00 ທີ່ສຳນັກງານປົກຄອງນະຄອນຫລວງວຽງຈັນ. ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ຕ້ອນຮັບການເຂົ້າຢ້ຽມຄ່ຳນັບ ຂອງສະຫາຍ ພົຕ. ເລ ດົງ ຟອງ ຫົວຫນ້າກອງບັນຊາ ການຕຳຫລວດ ນະຄອນໂຮ່ຈີມິນ. ໂອກາດນີ້ ທັງສອງຝ່າຍໄດ້ກ່າວຂອບໃຈ ແລະ ສະແດງຄວາມຍິນດີຊົມເຊີຍ ຢ່າງອົບອຸ່ນເຊີ່ງກັນ ແລະ ກັນ. ພ້ອມທັງລາຍງານບາງສະພາບໃນການກະກຽມການ ເປັນເຈົ້າພາບກອງປະຊຸມທີ່ສຳຄັນ ລະດັບສາກົນທີລາວ ເຮົາເປັນເຈົ້າພາບໃນອີກພໍເທົ່າໃດເດືອນຂ້າງຫນ້າ, ເຊີ່ງເນັ້ນຫນັກກໍແມ່ນບັນຫາການປ້ອງກັນຄວາມບໍ່ສະຫງົບໃນສັງຄົມທັງພາຍໃນ ແລະ ຂົງເຂດອ້ອມຮອບ. ທ້າຍສຸດທັງສອງຝ່າຍກໍໄດ້ມີຄຳອວຍພອນ ແລະ ຈະພ້ອມກັນ ສືບຕໍ່ຜັນຂະຫຍາຍແນວທາງ ກໍຄື ການຮັດແຫນ້ນຄວາມສາມັກຄີ ລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບ ພັດທະນາ ແລະ ເບັ່ງບານ.
ໂດຍ: ວຽງຈັນວັນໃຫມ່ ຂ່າວສານທັນສະໄມເພື່ອຊາວວຽງ.