ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ແຕ່ເຂດເສດຖະກິດສະເພາະບຶງທາດຫຼວງ-ດົງໝາກຄາຍ ຈະເລີ່ມຈັດຕັ້ງປະຕິບັດ ໂດຍມີກຳນົດເວລາກໍ່ສ້າງ 30 ເດືອນ (ປີ 2021) ລວມມູນຄ່າການກໍ່ສ້າງ 200 ລ້ານໂດລາສະຫະລັດ ຫຼື ປະມານ 1.716 ຕື້ກີບ ໂດຍມີໄລຍະສຳປະທານ 50 ປີ ແລະ ສາມາດຕໍ່ໄດ້ 20 ປີ.
ໃນຕອນເຊົ້າຂອງວັນທີ 24 ມັງກອນ 2019 ທີ່ຫ້ອງປະຊຸມທັນສະໄໝ ຂອງສຳນັກງານປົກຄອງນະຄອນຫຼວງວຽງຈັນ. ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບທິດທາງການພັດທະນານະຄອນຫຼວງ ວຽງຈັນ ໃນໄລຍະໃໝ່ ຈັດໂດຍ ສະຖາບັນຄົ້ນຄ້ວາການພັດທະນາເສດຖະກິດ-ສັງຄົມ ນະຄອນຫຼວງວຽງຈັນ (ຄສພ). ໂດຍການເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງ ຈັນ, ເຂົ້າຮ່ວມມີບັນດາ ທ່ານຮອງເຈົ້າຄອງ ນວ, ບັນດາຜູ້ແທນສະພາປະຊາຊົນ ນວ, ສະມາຊິກອົງການປົກຄອງ ນວ, ສະມາຊິກຂອງສະຖາບັນຄົ້ນຄ້ວາການພັດທະນາເສດຖະກິດ-ສັງຄົມ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈຸດປະສົງແມ່ນເພື່ອປຶກສາຫາລືຄົ້ນຄ້ວາຍຸດທະສາດ ຄາດໝາຍການພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່ ແຕ່ນີ້ ຮອດປີ 2030.
ພິທີເປີດນຳໃຊ້ໂຮງງານຜະລິດນ້ຳປະປາບ້ານນາລ້ອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ກຳລັງການຜະລິດ 1.500 ແມັດກ້ອນຕໍ່ວັນ ໂດຍທຶນກູ້ຢືມຈາກ ສປ ຈີນ (NORINCO) ຈັດຂຶ້ນວັນທີ 16 ມັງກອນ 2019 ທີ່ບ້ານນາລ້ອງ ມີທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍການໃຫຍ່ລັດວິສາຫະກິດນ້ຳປະປາ ນວ ທ່ານ ແກ່ນ ວໍລະສານ ຮອງເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລິເລີ່ມໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວປະຈຳນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 11 ຕຸລາ 2018 ຢູ່ພະແນກກະສິກຳ ແລະ ປ່າໄມ້ ນວ ໂດຍເປັນປະທານຮ່ວມຂອງທ່ານແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ ທ່ານ ພູທອນ ສິຣິພັນທອງຫົວໜ້າປະສານງານໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວມີທ່ານຮອງເຈົ້າເມືອງ ຮອງຫົວໜ້າພະແນກ ຄະນະຮັບຜິດຊອບໂຄງການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາລີອາຫານສັດເປັນພືດກະສິກຳທີ່ເປັນສິນຄ້າອັນດັບສອງຮອງຈາກເຂົ້າທີ່ປະຊາຊົນນິຍົມກັນປູກຢູ່ເຂດອຸດົມສົມບູນທົ່ງພຽງວຽງຈັນປັດຈຸບັນ ອຳນາດການປົກຄອງນະຄອນຫຼວງວຽງຈັນ (ນວ)ພວມເລັ່ງຊຸກຍູ້ສົ່ງເສີມໃຫ້ປະຊາຊົນກໍ່ຄືຊາວກະສິກອນນຳເອົາສາລີອາຫານສັດ ມາເປັນພືດເສດຖະກິດເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນໂດຍເຂດເມືອງຈຸດສຸມ ນວ ໄດ້ກຳນົດເອົາ 4 ເມືອງຄື: ເມືອງນາຊາຍທອງໄຊທານີ ປາກງື່ມ ແລະ ເມືອງສັງທອງ.