ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮ່ວມກັບ ເມືອງຫາດຊາຍຟອງ ແລະ ບໍລິສັດອິນແປງກຣຸບ ຈຳກັດ ເປີດຮ້ານຈຳໜ່າຍສິນຄ້າໜຶ່ງເມືອງໜື່ງຜະລິດຕະພັນ (ODOP) ຂອງ ນວ ແລະ ຮ້ານຈຳໜ່າຍພຶດຜັກອິນຊີ ຂື້ນວັນທີ 23 ສິງຫາ 2017 ທີ່ສວນນ້ຳອິນແປງ ເມືອງຫາດຊາຍຟອງ ມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງ່ຈັນ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕິກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຫົວໜ້າກົມສົ່ງເສີມ ການຄ້າ, ທ່ານເຈົ້າເມືອງຫາດຊາຍຟອງ ບັນດາຫົວໜ້າພະແນກ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.
ນະຄອນຫຼວງວຽງຈັນ ໃນ 6 ເດືອນຕົ້ນປີ 2017 ສາມາດດຶງດູດການລົງທຶນທົ່ວສັງຄົມປະຕິບັດໄດ້ 20.750 ຕື້ກວ່າກີບທຽບໃສ່ແຜນການປີທີ່ວາງໄວ້ (14.900 ຕື້ກີບ) ປະຕິບັດໄດ້ລື່ນແຜນການ 39,26% ເຊິ່ງສາມາດດຶງດູດນັກລົງທຶນໄດ້ທັງພາຍໃນ ແລະ ຕ່າງປະເທດ.
ກອງປະຊຸມສະໄໝສາມັນເທື່ອທີ່ 3 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ 1 ໄຂຂຶ້ນຢ່າງເປັນທາງການ ວັນທີ 27 ມິຖຸນາ 2017 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອານຸພາບຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງມີການນຳນະຄອນຫຼວງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2017 ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ 1 ໃນວັນທີ 27 ມິຖຸນາ 2017 ວ່າ:ຄາດໝາຍລາຍຮັບງົບປະມານທີ່ກະຊວງການເງິນມອບໃຫ້ນະຄອນຫຼວງຈັດຕັ້ງປະຕິບັດເບື້ອງຕົ້ນແມ່ນ 1.100.708 ຕື້ກີບ ຜ່ານການຈັດເກັບລາຍຮັບຕົວຈິງມາຮອດວັນທີ 22 ມິຖຸນາ 2017 ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 390,68 ຕື້ກີບຂອງແຜນການປີ ເທົ່າກັບ 75,50% ຂອງແຜນການ 6 ເດືອນຕົ້ນປີຍັງບໍ່ທັນໄດ້ຕາມແຜນ 6 ເດືອນ 126,74 ຕື້ກີບ.
ງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນລະຫວ່າງວັນທີ 26 ພຶດສະພາ ຫາວັນທີ 1 ມິຖຸນາ 2017 ມີຫົວໜ່ວຍທຸລະກິດເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍສິນຄ້າທັງໝົດ ຈຳນວນ 115 ຫົວໜ່ວຍ ມີ 131 ຫ້ອງ ໃນນີ້ ນະຄອນຫຼວງວຽງຈັນ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໊ອບ) ຈຳນວນ 37 ຫົວໜ່ວຍ ມີ 42 ຫ້ອງທຽບໃສ່ປີຜ່ານມາເພີ່ມຂຶ້ນ 15,63% ສິນຄ້າຄອບຄົວຕົວແບບ 50 ຫົວໜ່ວຍ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 21,96% ໃນນີ້ ປະກອບມີສິນຄ້າຄອບຄົວຕົວແບບທົ່ວໄປ 39 ຫົວໜ່ວຍ ມີຈຳນວນ 37 ຫ້ອງ ແລະ ຫົວໜ່ວຍທຸລະກິດກ້າເບ້ຍໄມ້ ຈຳນວນ 11 ຫົວໜ່ວຍ ຈຳນວນ 22 ຫ້ອງ ສຳລັບຕ່າງແຂວງສິນຄ້າໂອດ໊ອບ ຈຳນວນ 19 ຫົວໜ່ວຍ ມີ 21 ຫ້ອງ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 35,72% ແລະ ສິນຄ້າຄອບຄົວຕົວແບບມີ 9 ຫົວໜ່ວຍ ມີ 9 ຫ້ອງທີ່ມາຈາກແຂວງຫົວພັນ ຊຽງຂວາງ ໄຊຍະບູລີ ບໍລິຄຳໄຊ ສາລະວັນ ຈຳປາສັກ ຫຼວງພະບາງ ວຽງຈັນ ເຊກອງ ຜົ້ງສາລີ ໄຊສົມບູນ ແລະ ແຂວງສະຫວັນນະເຂດ ເຊິ່ງຄາດຄະເນການນຳເຂົ້າສິນຄ້າເຂົ້າຮ່ວມວາງສະແດງທັງໝົດ 1,2 ຕື້ກີບ ແລະ ຄາດຄະເນການຈຳໜ່າຍທັງໝົດປະມານ 500 ລ້ານກີບ.