ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນຈັດກອງປະຊຸມກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານ ປີ 2019 ຂຶ້ນໃນວັນທີ 2 ພະຈິກ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນເຈົ້າຄອງນະຄອນຫຼວງວຽງຈັນ ມີຮອງເຈົ້າຄອງ ພະແນກການພາກສ່ວນກ່ຽວຂ້ອງ.
ທ່ານນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງສີໂຄດຕະບອງໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາວ່າ: ໃນຕົ້ນປີ 2018 ອົງຄະນະພັກປົກຄອງເມືອງໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງນະຄອນຫຼວງວຽງຈັນ ກອງປະຊຸມໃຫຍ່ຄັ້ງທີ VI ຂອງເມືອງສີໂຄດຕະບອງເຮັດໃຫ້ເສດຖະກິດຂອງເມືອງໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງເຊິ່ງສະແດງອອກການເພີ່ມຂຶ້ນຂອງລວມຍອດຜະລິດຕະພັນພາຍໃນຄາດວ່າໝົດປີ 2018 ຈະບັນລຸປະມານ 4.501 ຕື້ກວ່າກີບອັດຕາການຂະຫຍາຍຕົວ 8,44% ເຊິ່ງສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 36,57 ລ້ານກີບຕໍ່ຄົນຕໍ່ປີ.
ສຳລັບການຂະຫຍາຍຕົວແຕ່ລະຫ້ອງການເຫັນໄດ້ວ່າຂະແໜງການກະສິກຳຂະຫຍາຍຕົວ 1,8% ກວມເອົາ 2,2% ຂອງ GDP ອຸດສາຫະກຳ-ກໍ່ສ້າງຂະຫຍາຍຕົວ 6,5% ກວມເອົາ 40,5% ຂອງ GDP ແລະຂະແໜງການຄ້າ-ບໍລິການ ຂະຫຍາຍຕົວໃນລະດັບ 10,2% ກວມເອົາ 57,4% ຂອງ GDP.
ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງກ້າວສູ່ເມືອງເຂັ້ມແຂງທາງດ້ານແຜນການ-ງົບປະມານ ທ່ານ ສິນລະວົງຄຸດໄພທູນ ໄດ້ເນັ້ນໃຫ້ເມືອງສີໂຄດຕະບອງສືບຕໍ່ພັດທະນາເສດຖະກິດໂດຍສຸມໃສ່ສ້າງຄວາມເຂັ້ມແຂງດ້ານແຜນການ-ງົບປະມານເປັນໂຕຊີ້ວັດໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ພ້ອມນັ້ນກໍ່ຕ້ອງເປັນເຈົ້າການເພື່ອເຮັດໃຫ້ວຽກງານແຜນການ-ງົບປະມານມີຄວາມເຂັ້ມແຂງຮອບດ້ານຄຽງຄູ່ກັນນັ້ນກໍ່ຕ້ອງເອົາໃຈໃສ່ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ການເງິນເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວສືບຕໍ່ຂະຫຍາຍຕົວ.