ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈັດໃນວັນທີ 28 ທັນວາ 2017 ຜ່ານມາ ທີ່ພະແນກດັ່ງກ່າວ ໂດຍມີທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານຫົວໜ້າພະແນກ ຮອງພະແນກ ຫົວໜ້າຫ້ອງການ ຂະແໜງການ ແຂກຖືກເຊີນ ແລະ ສະມາຊິກພັກ ພະນັກງານລັດຖະກອນພາຍໃນພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ເຂົ້າຮ່ວມ.
ທ່ານ ເບີລິນ ເພັດຈັນທະຣາດ ໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນໃນປີຜ່ານມາ ໂດຍລວມແລ້ວ ມີຫຼາຍບັນຫາທີ່ທາງພະແນກໄດ້ສູ້ຊົນຈັດຕັ້ງປະຕິບັດ ສາມາດຍາດແຍ່ງຜົນງານມາໄດ້ຫຼາຍດ້ານ ໂດຍສະເພາະວຽກງານວິຊາສະເພາະ ໄດ້ຮັບອະນຸມັດໂຄງການລົງທຶນຂອງລັດ 14 ໂຄງການ ໃນນັ້ນເປັນໂຄງການສືບຕໍ່ 8 ໂຄງການ ໂຄງການສະເໜີໃໝ່ 6 ໂຄງການ ໄດ້ດັດແກ້ໂຮງງານທີ່ມີບັນຫາດ້ານສິ່ງແວດລ້ອມເກີດຂຶ້ນ ຈຳນວນ 7 ໂຮງງານ ອອກໃບອະນຸຍາດດຳເນີນກິດຈະການໃໝ່ 312 ແຫ່ງຕໍ່ອະນຸຍາດດຳເນີນກິດຈະການ 1.032 ໂຮງງານ ພິເສດການສົ່ງເສີມການຜະລິດເປັນສິນຄ້າ ໂດຍສະເພາະ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ສ້າງຕັ້ງກຸ່ມການຜະລິດຢູ່ 2 ເມືອງປາກງື່ມ ແລະ ນາຊາຍທອງ ໄດ້ມອບກາໝາຍສິນຄ້າໂອດ໋ອບ 6 ຫົວໜ່ວຍ ປັດຈຸບັນ ທົ່ວນະຄອນຫຼວງມີຫົວໜ່ວຍໂອດ໋ອບ ທັງໝົດ 40 ຫົວໜ່ວຍ ມີ 5 ກຸ່ມການຜະລິດ 35 ວິສາຫະກິດ 179 ຜະລິດຕະພັນ ກວມເອົາ 35 ບ້ານ 9 ເມືອງ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 14,29% ເມືອງທີ່ໄດ້ຮັບກາໝາຍໂອດ໋ອບຫຼາຍກວ່າໝູ່ແມ່ນເມືອງໄຊເຊດຖາ ມີຈຳນວນ 9 ຫົວໜ່ວຍ.
ສະເພາະທິດທາງແຜນການຈຸດສຸມ 2018 ເພີ່ມທະວີວຽກງານສຶກສາອົບຮົມແນວຄິດ-ການເມືອງໃຫ້ສະມາຊິກພັກ ພະນັກງານ ລັດຖະກອນ ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ປັບປຸງການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະ ຈະສືບຕໍ່ຈັດຕັ້ງໂຄງການສ້າງຕະຫຼາດຈຳໜ່າຍໄມ້ແປຮູບ ແລະ ເຟີນີເຈີ ຢູ່ເຂດນິຄົມອຸດສາຫະກຳ ສືບຕໍ່ຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຈັດສັນຄວາມເປັນລະບຽບ ຕິດສະຫຼາກສິນຄ້າເປັນພາສາລາວ ເຜີຍແຜ່ລະບຽບການຄຸ້ມຄອງ ສົ່ງເສີມໂຮງງານ ແລະ ໂຮງຊ່າງຫັດຖະກຳ ແລະ ໂຮງງານຕ່າງໆໃຫ້ເຂົ້າສູ່ລະບຽບການ ສົ່ງການຜະລິດເປັນສິນຄ້າ ໃຫ້ໄດ້ຕິດກາໝາຍໂອດ໋ອບບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ສືບຕໍ່ເກັບກຳຕົວເລກນຳເຂົ້າ-ອອກສິນຄ້າ ສືບຕໍ່ສ້າງນິຕິກຳລຸ່ມກົດໝາຍວ່າດ້ວຍການຄຸ້ມຄອງບໍລິການ ສົ່ງເສີມການລົງທຶນໃນນິຄົມອຸດສາຫະກຳ ນວ ແລະ ນິຕິກຳ ການສົ່ງເສີມສ້າງເປັນບ້ານຫັດຖະກຳ ແລະ ສືບຕໍ່ຮ່າງກົດໝາຍ ພັດທະນາວິສາຫະກິດຂະໜາດນ້ອຍ ກາງ (SMEs) ຂອງ ນວ ແຕ່ນີ້ຫາ 2020.
ກອງປະຊຸມຄັ້ງນີ້ຍັງໄດ້ມອບໃບຍ້ອງຍໍ ໃຫ້ກັບພະນັກງານດີເດັ່ນໃນການເຄື່ອນໄຫວວຽກງານໃນປີຜ່ານມາ ພ້ອມທັງມອບໃບຢັ້ງຢືນ ກຳມະບານ 2 ດີ 5 ເປັນເຈົ້າໃຫ້ພະນັກງານ ແລະ ພະແນກອຸດສາຫະກຳການຄ້າ ນວ ນຳອີກ.
ຂໍ້ມູນຈາກ: ໜັງສືພີມວຽງຈັນໃໝ່