ດັດຊະນິລາຄາການຊົມໃຊ້ ແລະ ອັດຕາເງິນເເຟີ້ ຂອງ ສປປ ລາວ ປະຈຳເດືອນ ມີຖຸນາ ປີ 2019, ເລກທີ 146/ສຖຕ2.2, ວັນທີ 15 ກໍລະກົດ 2019. ດາວໂຫຼດເອກະສານ
ວັນທີ 25 ກໍລະກົດ 2019 ເປັນມື້ທີ 2 ຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ I ຢູ່ຫ້ອງວ່າການ ນວໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານ ສປ ນວ ມີທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ພ້ອມດ້ວຍຮອງປະທານສະພາ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນຕອນບ່າຍຂອງວັນທີ 07 ພຶດສະພາ 2019 ທ່ານ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມ ຂອງເມືອງສີໂຄດຕະບອງ, ຜ່ານການຮັບຟັງການລາຍງານຂອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ທ່ານຮອງເຈົ້າຄອງ ນວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສໍາເລັດການປະຕິບັດວຽກງານໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ບັນດາ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຊຸກຍູ້ການພັດທະນາເສດຖະກິດ ໂດຍຖືເອົາການຄ້າ, ບໍລິການ ແລະ ການຜະລິດກະສິກໍາເປັນສິນຄ້າເປັນກໍາລັງແຮງ ໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບ ດີຂຶ້ນກວ່າເກົ່າ, ພ້ອມທັງເອົາໃຈໃສ່ຊຸກຍູ້ການເກັບລາຍຮັບເຂົ້າງົບ ປະມານໃຫ້ໄດ້ຕາມແຜນການທີ່ຂັ້ນເທິງມອບໝາຍໃຫ້ ແລະ ຕ້ອງໄດ້ມີການປັບປຸງກົນໄກການປະສານງານແຕ່ລະຂັ້ນໃຫ້ສອດຄ່ອງຕາມລະບຽບກົດ ໝາຍໄດ້ວາງໄວ້.
ຂໍ້ມູນ ແລະ ຮູບພາບຈາກ: ໂຕະປະຊາສຳພັນ ການເຄື່ອນໄຫວພົ້ນເດັ່ນ ຂອງການນຳ ນວ.
ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ)ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2018 ແລະ ທິດທາງແຜນງົບປະມານ ປະຈຳປີ 2019 ຂຶ້ນວັນທີ 3 ພຶດສະພາ 2019 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຮ່ວມຂອງ ທ່ານ ອາດສະພັງທອງສີພັນດອນ ຮອງເຈົ້າຄອງ ນວ ແລະ ທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກການເງິນ ນວພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານການພັດທະນາໂຄງການ ຢູ່ເຂດພັດທະນາກວມລວມໄຊເຊດຖາ ແລະ ເຂດເສດຖະກິດສະເພາະ ນະຄອນຫຼວງວຽງຈັນ ວັນທີ 7 ມີນາ 2019 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຄະນະຄຸ້ມຄອງເຂດເສດຖະກິດພິເສດບຶງທາດຫຼວງ ແລະ ບໍລິສັດຜູ້ພັດທະນາໂຄງການ.