ຕອນເຊົ້າ ວັນທີ 13 ພຶດສະພາ 2016 ທີ່ສອງຝາກຖະຫນົນ 450 ປີ ແຕ່ໄຟແດງໂຊກນ້ອຍ ຫາ ໄຟແດງນາຄວາຍ ພະແນກກະສິກຳ-ປ່າໄມ້ ນະຄອນຫລວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ເພື່ອປະຕິບັດນະໂຍບາຍສ້າງ ສ ສີຂຽວ ຢູ່ ນວ ທັງເປັນການສ້າງຂະບວນການຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ ທີ 1 ມິຖູນາ ທີ່ຈະເຖິງນີ້..
ພິທີວາງສີລາລຶກເລີ່ມໂຄງການກໍ່ສ້າງ ຄູປ້ອງກັນນ້ຳຖ້ວມຂອງໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ (ຄຖລ) ຈັດຂຶ້ນໃນທ້າຍອາທິດຜ່ານມາ ຢູ່ບ້ານຄວາຍແດງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ດຣ. ອານຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະຊີ້ນຳ ຄຖລ ມີທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ ທ່ານເຈົ້າເມືອງຫາດຊາຍຟອງ ທ່ານນາງ ວັນສີ ສຸວັນນະແສງ ຕາງໜ້າຜູ້ອຳນວຍການບໍລິສັດ ສຸກປະເສີດສຳຫຼວດອອກແບບກໍ່ສ້າງເຄຫາຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ແລະ ບໍລິສັດ ພົງຊັບທະວີກໍ່ສ້າງຂົວທາງເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຫ້ອງການອ້ອມຂ້າງ ອຳນາດການປົກຄອງບ້ານພາຍໃນເມືອງ ແລະ ພາກສ່ວນກ່ຽວຂ້ອງແຂກເຂົ້າຮ່ວມ.
ຕອນບ່າຍວັນທີ 30 ເມສາ 2016 ທ່ານເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະຫ້ອງວ່າການປົກຄອງ ນ.ວ, ອົງການປົກຄອງເມືອງໄຊທານີ ແລະ ພະແນກແຮງງານ ແລະສະຫວັດດີການສັງຄົມ ນ.ວ ໄດ້ລົງກວດກາ ພື້ນທີ່ ໂຮງຮຽນ ບ້ານ ຈະເລີນໄຊເມືອງໄຊທານີທີ່ຖືກຜົນກະທົບຈາກພາຍຸລົມແຮງ ໃນຕອນແລງ ເວລາ 17:00 ຂອງວັນທີ 29 ເມສາ ຜ່ານມາ ເຮັດໃຫ້ອາຄານເສຍ ຫາຍຫມົດ ຫລັງ..!!ສຳລັບມູນຄ່າຄວາມເສຍຫາຍແມ່ນກຳລັງຢູ່ໃນຂັ້ນຕອນການປະເມີນມູນຄ່າ.
ເພື່ອເປັນການຊົດເຊີຍເວນຄືນທີ່ດິນ ແລະ ເຮືອນໃຫ້ແກ່ຄອບຄົວທີ່ຖືກຜົນກະທົບ ຈາກການຈັດຕັ້ງບັດໂຄງການກໍ່ສ້າງຂົວຂ້າມນ້ຳງື່ມ ລະຫວ່າງບ້ານນາບົງ-ທ່າກົກໄຮ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກໍ່ຄືການອຳນວຍຄວາມສະດວກແກ່ການດຳເນີນໂຄງການດັ່ງກ່າວ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.
ເນື່ອງໃນເທດສະການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວປີນີ້ ສະຖານີລົດຂັນສົ່ງໂດຍສານສາຍໃຕ້ ໄດ້ມີແຜນກະກຽມລົດຂົນສົ່ງ ໂດຍສານ ເພື່ອບໍລິການມວນຊົນ ທີ່ຈະເດີນທາງ ຫຼື ກັບໄປສະຫຼອງປີໃໝ່ ທາງພາກໃຕ້ຫຼາຍກວ່າ 80 ຄັນ ໄລຍະແຕ່ວັນທີ 10-16 ເມສາ 2016 ຈາກເດີມ ໃນວັນປົກກະຕິກ່ວາຄັນ ພ້ອມທັງຢືນຢັນຈະ ບໍ່ຂຶ້ນລາຄາຄ່າໂດຍສານ.