ຕອນເຊົ້າຂອງວັນທີ 16 ກໍລະກົດ 2016 ນີ້ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມຂະບວນການອານາໄມ ແລະ ລ່ວງຮ່ອງນ້ຳ ບໍລິເວນອ້ອມຮອບກົມມະລຽນພະທາດຫລວງ ເມືອງໄຊເສດຖາ ນວ. ໂອກາດນີ້ ທ່ານໄດ້ຊີ້ນຳບາງບັນຫາໃນການແກ້ໄຂກໍລະນີສະພາບນ້ຳອັ່ງຂັງ ແລະ ນ້ຳໄຫລບໍ່ທັນ ເວລາທີ່ມີຝົນຕົກແຮງຄື:
- ໃຫ້ເມືອງ, ອພບ ແລະ ພະແນກ ຍທຂ: ຈົ່ງເອົາໃຈໃຫຍ່ຮີບຮ້ອນຂະຫຍາຍຮອງລະບາຍນ້ຳອອບຮອບກົມມະລຽນ ແລະ ຈຸດເສື່ອມຕໍ່ເພື່ອລະບາຍນ້ຳ.
- ຕ້ອງລະດົມໃຫ້ຜູ້ສຳປະທານບໍລິເວນເດີນສະຫນາມຫລວງ ແລະ ບໍລິສັດຫ້າງຮ້ານອ້ອມຮອບພະທາດຫລວງ ໃຫ້ມີສ່ວນຮ່ວມປະກອບກຳລັງແຮງ ກຳລັງທຶນໃນການປົກປັກຮັກສາ ສະຖານທີ່ເກົ່າແກ່ທີ່ເປັນມໍລະດົກແຫ່ງຊາດນີ້.
- ຮຽກຮ້ອງມາຍັງປະຊາຊົນ ໂດຍຊະເພາະແມ່ນ ນາຍບ້ານຕ້ອງເປັນເຈົ້າການໃນການນຳພາອານາໄມລວມ ທຸກວັນເສົາແດງ ໃນຊ່ວງລະດູຝົນນີ້ ເພື່ອລຸລ່ວງຮ່ອງນ້ຳບໍ່ໄຫ້ອຸດຕັນ ແລະ ເກັບມ້ຽນຂີ້ເຫຍື້ອບໍ່ໃຫ້ອຸດຕັນແລວທາງນ້ຳໄຫລ.
ທີ່ມາຂໍ້ມູນຈາກ: Vientiane-New-dayວຽງຈັນວັນໃໝ່
ວັນທີ 18 ມິຖຸນາ 2016 ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ ຫ້ອງການ ອພບ ເມືອງໄຊເຊດຖາ ອຳນາດການປົກຄອງບ້ານສະພັງໝໍ້ ແລະ ບ້ານໂພນທັນ ເມືອງໄຊເຊດຖາ ນວ ໄດ້ຈັດກິດຈະກຳສົ່ງເສີມອະນຸຮັກສິ່ງແວດລ້ອມ ຄັ້ງທີ 2 ເພື່ອອະນາໄມຮ່ອງນ້ຳເປື້ອນແຕ່ຈຸດບ້ານໂພນທັນຫາບ້ານຮ່ອງແກຂຶ້ນ ພາຍໃຕ້ໂຄງການປັບປຸງສິ່ງແວດລ້ອມນ້ຳໃນຕົວເມືອງ ໂດຍໄດ້ຮັບການສະໜັບສະໜູນຈາກອົງການໄຈກາ ມີພະນັກງານວິຊາການ ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ 2 ບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 200 ຄົນ.
ວັນທີ 25 ພຶດສະພາ 2016 ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຮ່ວມມືຍີ່ປຸ່ນ ຈັດກອງປະຊຸມຄະນະກຳມະການປະສານງານຮ່ວມ ຄັ້ງທີ 3 ໂຄງການປັບປຸງສິ່ງແວດລ້ອມນ້ຳໃນຕົວເມືອງ ນວ ຂຶ້ນທີ່ໂຮງແຮມວຽງຈັນພລາຊາ ເປັນປະທານຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ ມີທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ພ້ອມດ້ວຍຜູ້ຕາງໜ້າທີ່ມາຈາກກະຊວງໂຍທາທິການ ແລະ ຂົນສົ່ງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອົງການໄຈກ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 24 ພຶດສະພາ 2016 ທີ່ພະແນກສາທາ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າພະແນກສາທາລະນະສຸກ ນວ ໄດ້ກ່າວວ່າ: ພະແນກສາທາລະສຸກ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປາບປາມ ແລະ ສະກັດກັ້ນວົງຈອນການກຳເນີດຂອງຍຸງລາຍ ເຊິ່ງພວກເຮົາໄດ້ປະຕິບັດໂຄງການແຕ່ຕົ້ນປີ 2016 ເປັນຕົ້ນມາ ເນື່ອງໃນໂອກາດວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ 2016 ທີ່ຈະມາເຖິງນີ້ ພະແນກສາທາ ໄດ້ຈັດໂຄງການສັບປະດາວັນປ່ອຍປາຫາງນົກຍຸງ ລະຫວ່າງວັນທີ 3-10 ມິຖຸນາ 2016 ໂດຍໂຄງການປ່ອຍປາຫາງນົກຍຸງ ກໍ່ຄືການແຈກຢາຍປາຫາງນົກຍຸງໃຫ້ກັບພໍ່ແມ່ປະຊາຊົນ ເພື່ອນຳໄປປ່ອຍໃສ່ໂຖນ້ຳ ໂອ່ງນ້ຳ ພາຊະນະທີ່ມີນ້ຳຂັງ ຕະຫຼອດຮອດສະຖານທີ່ທີ່ມີນ້ຳຂັງ ແລະ ບໍ່ສາມາດອະນາໄມໄດ້ ເພື່ອໃຫ້ປາກິນໜອນນ້ຳ ແລະ ເປັນການຕັດວົງຈອນການແຜ່ພັນຂອງຍຸງລາຍ.
ໃນປີ 2016 ນະຄອນຫຼວງວຽງຈັນຈະສຸມໃສ່ປູກຕົ້ນໄມ້ໃນເນື້ອທີ່ 300 ເຮັກຕາ. ໃນນັ້ນ ພາກລັດປູກໃນເຂດດິນລັດຄຸ້ມຄອງ ເປັນຕົ້ນ ສະຖານທີ່ສາທາລະນະ, ຕາມສໍານັກງານອົງການ, ແຄມທາງ ແລະ ອື່ນໆ.