ໜຶ່ງຜະລິດຕະພັນ ໜື່ງເມືອງ (ໂອດ໋ອບ)ແມ່ນຜະລິດຕະພັນທີ່ນຳໃຊ້ສີມືແຮງງານ ພູມປັນຍາ ຫົວຄິດປະດິດສ້າງ ແລະຊັບພະຍາກອນພາຍໃນທ້ອງຖິ່ນ ເປັນເອກະລັກຂອງທ້ອງຖິ່ນ (ເມືອງ ບ້ານ) ນັ້ນໆແລະ ອາດເປັນໄດ້ທັງຕົວສິນຄ້າ ສາມາດຈັບບາຍໄດ້ ແລະ ຮູບແບບການບໍລິການ (ວັດທະນະທຳ ສະຖານທີ່ທ່ອງທ່ຽວ ວິຖີຊີວິດ ປະເພນີ ແບບແຜນການດຳລົງຊີວິດ)ມີມູນເຊື້ອ ແລະ ເປັນມໍລະດົກຕົກທອດກັນມາ.
ຂໍເຊີນຊວນບັນດາທ່ານຍິງ, ທ່ານຊາຍ ກໍຄືຊາວນະຄອນຫຼວງວຽງຈັນ
ທຸກຖ້ວນໜ້າ ເພື່ອເຂົ້າຮ່ວມຂະບວນການ "ຊົ່ວໂມງວຽງຈັນສະອາດ"
ໂດຍປະຕິບັດຕາມ ຈົດໝາຍລັດຖະການ ຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທີ່ໄດ້ແຈ້ງເຖິງບັນດາທ່ານໃນຄັ້ງວັນທີ 1 ມິຖຸນາ 2017 ແລະ ຕາມການຖະແຫຼ່ງການຂອງ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ໃນຄັ້ງວັນທີ 2 ມິຖຸນາ 2017 ທີ່ຜ່ານມາ.
ພິທີມອບ-ຮັບຫ້ອງສະໝຸດໂຮງຮຽນ ມສ ສີທອງ ບ້ານເພຍລາດ ເມືອງສັງທອງ ແລະ ຫ້ອງສະໝຸດໂຮງຮຽນ ມສ ພວງໄຊ ບ້ານນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນວັນທີ 27 ມັງກອນ 2017 ທີ່ໂຮງຮຽນ ມສ ສີທອງ ເປັນກຽດກ່າວມອບໂດຍທ່ານນາງ ວາດສະໜາ ຄຸດໄພທູນ ພັນລະຍາເຈົ້າຄອງນະຄອນຫຼວງວຽງຈັນ ແລະ ກ່າວຮັບໂດຍທ່ານ ສຸລິແສງ ສີຫາລາດ ອຳນວຍການໂຮງຮຽນ ມສ ສີທອງ ມີທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງສັງທອງ ພັນລະຍາການນຳນະຄອນຫຼວງ ນັກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການລວງຄອງລະບາຍນ້ຳການຕ້ານແລ້ງ-ຕ້ານຖ້ວມ ຕົວເມືອງນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງປະຕິບັດມາຫຼາຍປີແຕ່ມາຮອດປັດຈຸບັນ ກໍ່ຍັງສືບຕໍ່ໄປເລື້ອຍໆເພື່ອເຮັດໃຫ້ການໄຫຼຂອງນ້ຳສະດວກ ເມື່ອກ່ອນໂຄງການໄດ້ໃຊ້ງົບປະມານຂອງລັດ ແຕ່ປັດຈຸບັນ ລັດບໍ່ມີງົບ ຈຶ່ງໄດ້ຫັນມາຊຸກຍູ້ໃຫ້ຜູ້ປະກອບການມີສ່ວນຮ່ວມນຳໃຊ້ດິນຕະກອນ ທີ່ຈົກອອກໄປຂາຍເພື່ອມາເປັນທຶນ ສ່ວນປະຊາຊົນເຮົາໄດ້ຜົນປະໂຫຍດລວງຄອງລະບາຍ ຜ່ານການຈັດຕັ້ງປະຕິບັດຜ່ານມາເຫັນວ່າ ມີຫຼາຍຄົນກໍ່ມີຄວາມເຂົ້າໃຈ ແລະ ຍັງມີຄົນຈຳນວນໜຶ່ງທີ່ບໍ່ເຂົ້າໃຈ ທີ່ຈົກເອົາດິນຄອງບຶງທາດຫຼວງໄປຂາຍ ຕໍ່ບັນຫາດັ່ງກ່າວ ພາກສ່ວນກ່ຽວຂ້ອງກໍ່ຄືເຈົ້າຂອງໂຄງການ ກໍ່ໄດ້ຊີ້ແຈງຢ່າງລະອຽດ.
ອຳນາດການປົກຄອງບ້ານໂພນສະຫວາດໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດນຳໃຊ້ເສັ້ນທາງ ຈຳນວນ 8 ເສັ້ນຢ່າງເປັນທາງການ ໃນວັນທີ 6 ມັງກອນ 2017 ໃຫ້ກຽດເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງ ທ່ານນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງສີໂຄດຕະບອງ ທ່ານນາງ ມະນີວອນ ວົງສຸລິ ນາຍບ້ານໂພນສະຫວາດໃຕ້ ກ່າວວ່າ: ໂຄງການກໍ່ສ້າງເສັ້ນທາງຈຳນວນ 8 ເສັ້ນ ຢູ່ບ້ານໂພນສະຫວາດໃຕ້ ແມ່ນເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນມິຖຸນາ 2016 ແລະ ສຳເລັດການກໍ່ສ້າງໃນທ້າຍເດືອນກັນຍາຂອງປີດຽວກັນ ລວມມູນຄ່າການກໍ່ສ້າງ 1.538.073.000 ກີບ.