ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ)ຮ່ວມກັບອົງການປົກຄອງ ເມືອງສີໂຄດຕະບອງເປີດຂະບວນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະຊານເມືອງ ຢູ່ ນວ ຕິດພັນກັບການຈັດສັນບັນຫາການຈາລະຈອນແອອັດ ແລະແກ້ໄຂອຸບັດຕິເຫດຕາມຖະໜົນຫຼວງຂຶ້ນ ວັນທີ 22 ທັນວາ 2017 ທີ່ສະໂມສອນເມືອງສີໂຄດຕະບອງ ມີທ່ານ ແກ້ວພິລາວັນ ອາໄພລາດຮອງເຈົ້າຄອງ ນວ ທ່ານ ຄຳແຫງ ວົງສິລິ ຮອງເຈົ້າເມືອງສີໂຄດຕະບອງບັນດາເຈົ້າເມືອງ ຮອງເຈົ້າເມືອງ ຫົວໜ້າ ຮອງຫົວໜ້າພະແນກອົງການທຽບເທົ່າ ຫົວໜ້າກອງບັນຊາການ ປກສ ທະຫານ ນາຍບ້ານ ແລະຜູ້ປຸກເທີບເງີບກວມເອົາເຂດສະຫງວນເຂົ້າຮ່ວມ.
ພິທີເຊັນສັນຍາການຄ້າໂຄງການບຳບັດນ້ຳເປື້ອນ ນະຄອນຫຼວງວຽງຈັນໂດຍການນຳໃຊ້ເງິນກູ້ຢືມຂອງປະເທດຮົງກາລີລະຫວ່າງຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ແລະ ໂຄງການຮົງກາຣີ ວໍເຕີ້ລາວ ຄອນຊໍທຽມ (Hungarian Water Lao Project Consortium)
ອີງຕາມຄວາມຮຽກຮ້ອງຕ້ອງການຂອງລັດຖະບານລາວ ແລະ ລັດຖະບານຈີນ ໄດ້ເລີ່ມລົງມືເຮັດວຽກງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການຊ່ວຍເຫຼືອລ້າ ເພື່ອສິ່ງປຸກສ້າງໂຮງຮຽນ 2 ແຫ່ງ ໃນນະຄອນຫຼວງວຽງຈັນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງອົງການປົກຄອງ ນວ ແລະ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີລາວ ຈຳກັດຜູ້ດຽວ ກ່ຽວກັບໂຄງການນະຄອນຫຼວງວຽງຈັນອັດສະຣິຍະ ຈັດຂຶ້ນວັນທີ 8 ພະຈິກ 2017 ຜ່ານມາທີ່ຫ້ອງວ່າການ ນວ ຮ່ວມລົງນາມລະຫວ່າງທ່ານ ດາວເພັດ ອາລຸນ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນວ ແລະ ທ່ານ ຈາງ ຕົງຢາ ຜູ້ອຳນວຍການໃຫຍ່ບໍລິສັດ ຫົວເຫວີຍ ເຕັກໂນໂລຊີລາວ ຈຳກັດຜູ້ດຽວ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ການສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານ ສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018 ຈັດຂຶ້ນວັນທີ 9 ພະຈິກ 2017 ທີ່ສະຖານີດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ບັນດາຫົວໜ້າ ຮອງຫົວໜ້າພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ຕະຫຼອດຮອດປະຊາຊົນອ້ອມຂ້າງບ້ານດົງໂພສີ ເຂົ້າຮ່ວມ.