ວັນທີ 13 ກໍລະກົດ 2018 ທ່ານ ສິນລະວົງ ຄຸດໄພທູນເຈົ້າຄອງນະຄອນຫຼວງວຽງຈັນພ້ອມການນຳນະຄອນຫຼວງວຽງຈັນໄດ້ເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ການພັດທະນາຢູ່ເຂດເສດຖະກິດສະເພາະບຶງທາດຫຼວງໂດຍການຕ້ອນຮັບຂອງທ່ານ ຄຳລຽນ ພົນເສນາຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຜູ້ຊີ້ນຳວຽກງານເຂດເສດຖະກິດພິເສດ ພ້ອມດ້ວຍຄະນະ ແລະຜູ້ພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ.
ທ່ານ ນາງພັນຈິນດາ ເລັ່ງສະຫວັດ ຮອງຫົວໜ້າຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດທັງເປັນຄະນະສະພາບໍລິຫານເຂດເສດຖະກິດສະເພາະບຶງທາດຫຼວງໄດ້ລາຍງານໃຫ້ຮູ້ວ່າ:ເຂດເສດຖະກິດສະເພາະບຶງທາດຫຼວງສ້າງຕັ້ງຂຶ້ນໃນທ້າຍປີ 2011 ພາຍຫຼັງທີ່ລັດຖະບານລາວໄດ້ເຊັນສັນຍາກັບບໍລິສັດອະສັງຫາລີມະຊັບຫວ້ານເຟີ້ງ ຊຽງໄຮ້ ສປ ຈີນ ດ້ວຍທຶນຈົດທະບຽນ 7 ຕື້ກີບໃນເນື້ອທີ່ສຳປະທານ 365 ເຮັກຕາໂດຍມີຈຸດປະສົງເພື່ອສ້າງເຂດດັ່ງກ່າວໃຫ້ເປັນເມືອງທ່ອງທ່ຽວໜອງນ້ຳທຳມະຊາດແລະ ວັດທະນະທຳເປັນເຂດການຄ້າ-ການບໍລິການຕ່າງໆທີ່ທັນສະໄໝຄົບວົງຈອນຄາດຄະເນມູນຄ່າການລົງທຶນທັງໝົດ 1,6 ຕື້ໂດລາສະຫະລັດເຊິ່ງແຜນການກໍ່ສ້າງໂຄງການແມ່ນມີກຳນົດເວລາ 20 ປີນັບແຕ່ປີທີ່ໄດ້ສຳປະທານເນື້ອທີ່ດິນອີງຕາມສະພາບການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວໄລຍະເວລາການກໍ່ສ້າງເຂດໄດ້ແບ່ງອອກເປັນ 4 ໄລຍະຄື: ໄລຍະທີ 1 ປີ 2012-2017 ໄລຍະທີ 2 ປີ 2018-2022 ໄລຍະທີ 3 ປີ 2023-2027 ແລະ ໄລຍະທີ 4 ປີ 2028-2032 ໃນນີ້ຜ່ານການຈັດຕັ້ງປະຕິບັດແຜນພັດທະນາໄລຍະທີ 1 ເຂດເສດຖະກິດສະເພາະບຶງທາດຫຼວງໄດ້ມີຄວາມຄືບໜ້າໃນຫຼາຍດ້ານເຊັ່ນ:ການຊົດເຊີຍເວນຄືນທີ່ດິນຜົນລະປູກໃຫ້ປະຊາຊົນທີ່ຖືກຜົນກະທົບສຳເລັດ 91% ສຳເລັດການຂຸດໜອງນ້ຳໃຫຍ່ ຄອງລະບາຍນ້ຳ ປັບໜ້າດິນ ແລະ ຖົມດິນສ້າງຖະໜົນຫົນທາງເຊື່ອມຕໍ່ເຂົ້າເຂດ ແລະ ໃນເຂດສ້າງຂົວຂ້າມຄອງນ້ຳພາຍໃນເຂດ ຕຶກອາຄານ ຫ້ອງການຕະຫຼາດ ແລະສິ່ງອຳນວຍຄວາມສະດວກຕ່າງໆໄດ້ສຳເລັດການກໍ່ສ້າງຕຶກຄອນໂດມິນຽມທັງໝົດ 11 ຕຶກ ສູງ 17 ຊັ້ນເປີດຂາຍແລ້ວ 4 ຕຶກປັດຈຸບັນຜູ້ພັດທະນາໄດ້ເອົາໃຈໃສ່ປັບປຸງແຜນແມ່ບົດການພັດທະນາຂອງຕົນໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ຂອງສປປ ລາວເຊິ່ງແຜນແມ່ບົດດັ່ງກ່າວກຳລັງໄດ້ຮັບການຄົ້ນຄວ້າພິຈາລະນາຈາກກົມເຄຫາຜັງເມືອງກະຊວງໂຍທາທິການ ແລະ ຂົນສົ່ງໄປຄຽງຄູ່ກັບການເຮັດບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມທີ່ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມພວມສຸມໃສ່ປັບປຸງລາຍລະອຽດແລະ ສະເໜີຕໍ່ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຮັບຮອງ.
ໂອກາດນີ້ທ່ານເຈົ້າຄອງນະຄອນຫຼວງພ້ອມດ້ວຍຄະນະໄດ້ລົງກາເບິ່ງສະພາບຕົວຈິງຂອງໂຄງການໂດຍສະເພາະການສ້າງທາງເຊື່ອມຕໍ່ຈາກເຂດອອກສູ່ທາງບ້ານໂນນຫວາຍເຊິ່ງຜູ້ພັດທະນາເຂດເປັນຜູ້ອອກງົບປະມານໃນການກໍ່ສ້າງທັງໝົດຄາດວ່າຈະສາມາດເປີດໃຫ້ປະຊາຊົນສາມາດນຳໃຊ້ໃນໄວໆນີ້ແນໃສ່ຫຼຸດຜ່ອນຄວາມແອອັດຂອງການສັນຈອນໃນບໍລິເວນ 4 ແຍກໄຟແດງທາດຫຼວງພ້ອມນັ້ນທ່ານຍັງໄດ້ຕີລາຄາສູງຕໍ່ນັກລົງທຶນທີ່ໄດ້ຕັດສິນໃຈມາລົງທຶນເພື່ອພັດທະນານະຄອນຫຼວງວຽງຈັນພ້ອມທັງຊົມເຊີຍບໍລິສັດທີ່ໄດ້ເອົາໃຈໃສ່ພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງໃຫ້ກາຍເປັນເຂດພັດທະນາສະແດງໃຫ້ເຫັນໄລຍະປີ 2011 ເປັນຕົ້ນມາຮອດປັດຈຸບັນໄດ້ມີການປ່ຽນແປງຫຼາຍຢ່າງເປັນຕົ້ນຕຶກອາຄານຕ່າງໆ ແລະ ການພັດທະນາພື້ນຖານໂຄງລ່າງນອກນັ້ນຍັງໄດ້ເນັ້ນໃຫ້ຮີບຮ້ອນຈ່າຍຄ່າຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈຳນວນໜຶ່ງທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຜັງການລົງທຶນຕ້ອງເປັນຈຸນລະພາກໜຶ່ງຂອງເມືອງວຽງຈັນທີ່ເຊື່ອມໂຍງກັນດ້ານໜ້າດິນນ້ຳ ອາກາດ ແລະ ຄວາມສະຫງົບສຸກເພື່ອເຮັດໃຫ້ຄອງນ້ຳວຽງຈັນເປັນບ່ອນທ່ອງທ່ຽວໄດ້ໃນທຸກໆລະດູການນອກນັ້ນໃຫ້ລະດົມແນວຄວາມຄິດຂອງປະຊາຊົນລາວເຂົ້າໄປອາໄສຢູ່ເຂດດັ່ງກ່າວແລະ ອື່ນໆ.
#ແຫຼ່ງຂ່າວ: ໜັງສືພີມ ວຽງຈັນໃໝ່.