ໜຶ່ງຜະລິດຕະພັນ ໜື່ງເມືອງ (ໂອດ໋ອບ)ແມ່ນຜະລິດຕະພັນທີ່ນຳໃຊ້ສີມືແຮງງານ ພູມປັນຍາ ຫົວຄິດປະດິດສ້າງ ແລະຊັບພະຍາກອນພາຍໃນທ້ອງຖິ່ນ ເປັນເອກະລັກຂອງທ້ອງຖິ່ນ (ເມືອງ ບ້ານ) ນັ້ນໆແລະ ອາດເປັນໄດ້ທັງຕົວສິນຄ້າ ສາມາດຈັບບາຍໄດ້ ແລະ ຮູບແບບການບໍລິການ (ວັດທະນະທຳ ສະຖານທີ່ທ່ອງທ່ຽວ ວິຖີຊີວິດ ປະເພນີ ແບບແຜນການດຳລົງຊີວິດ)ມີມູນເຊື້ອ ແລະ ເປັນມໍລະດົກຕົກທອດກັນມາ.
ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງໄດ້ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ແຫ່ງຊາດ ມາຮອດປັດຈຸບັນ ທົ່ວນະຄອນຫຼວງມີບັນດາຫົວໜ່ວຍທຸລະກິດ ແລະ ກຸ່ມການຜະລິດທີ່ໄດ້ຮັບອະນຸຍາດນຳໃຊ້ກາໝາຍຜະລິດຕະພັນສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ແຫ່ງຊາດ ທັງໝົດຈຳນວນ 39 ຫົວໜ່ວຍຄື:ເມືອງຈັນທະບູລີ 7 ຫົວໜ່ວຍ ສີໂຄດຕະບອງ 5 ຫົວໜ່ວຍ ໄຊເຊດຖາ 9 ຫົວໜ່ວຍສີສັດຕະນາກ 5 ຫົວໜ່ວຍ ໄຊທານີ 4 ຫົວໜ່ວຍ ນາຊາຍທອງ 1 ຫົວໜ່ວຍ ຫາດຊາຍຟອງ 4 ຫົວໜ່ວຍ ປາກງື່ມ 3 ຫົວໜ່ວຍ ແລະ ເມືອງສັງທອງ 1 ຫົວໜ່ວຍເຊິ່ງໃນການສົ່ງເສີມນັ້ນໄດ້ເຝິກອົບຮົມໃຫ້ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ປະກອບມີ 4 ໂຄງການ ໂຄງການສົ່ງເສີມການຜະລິດເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງນະຄອນຫຼວງໂຄງການສົ່ງເສີມການແຂ່ງຂັນສ້າງມູນຄ່າເພີ່ມໃຫ້ກັບສີນຄ້າທີ່ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດໂຄງກາພັດທະນາການບໍລິຫານໃຫ້ຜູ້ປະກອບການທຸລະກິດຂະໜາດນ້ອຍ-ກາງ ແລະໂຄງການສົ່ງເສີມ ແລະ ພັດທະນາເຕັກນິກການຜະລິດໃຫ້ແກ່ກຸ່ມການຜະລິດຂະໜາດນ້ອຍ-ກາງ ແລະ ເສດຖະກິດຄອບຄົວພ້ອມທັງໄດ້ສົ່ງເສີມໃນການເຂົ້າຫາຕະຫຼາດໃນງານບຸນປະເພນີ ແລະງານວາງສະແດງຕ່າງໆ.
ຂອບໃຈແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່.
#ວຽງຈັນວັນໃໝ່ຂ່າວສານທັນສະໄໝເພື່ອຊາວວຽງ.