ພິທີສະຫຼຸບຜົນສຳເລັດໂຄງການປະຕິສັງຂອນພິພິທະພັນພະທາດຫຼວງວຽງຈັນ ຄັ້ງທີ IV ເປີດງານບຸນນະມັດສະການພະທາດຫຼວງ ແລະ ວາງສະແດງສິນຄ້າ ປະຈຳປີ 2019 ຈັດຂຶ້ນວັນທີ 5 ພະຈິກ 2019 ທີ່ເດີ່ນກົມມະລຽນພະທາດຫຼວງວຽງຈັນ ໂດຍເປັນປະທານຂອງທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນຫົວໜ້າຄະນະຮັບຜິດຊອບລະດັບຊາດເພື່ອປະຕິສັງຂອນພະທາດຫຼວງວຽງຈັນ ຄັ້ງທີ IV ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີພ້ອມດ້ວຍທູຕານຸທູດ ບັນດາລັດຖະມົນຕີ ຄອບຄົວການນຳການນຳຂັ້ນນະຄອນຫຼວງວຽງຈັນ ຫົວໜ່ວຍທຸລະກິດ ແຂກຖືກເຊີນ ແລະຊາວນະຄອນຫຼວງວຽງຈັນ.
ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງປະທານຄະນະກຳມະການຈັດງານໄດ້ລາຍງານຜົນສຳເລັດໃນການຈັດຕັ້ງປະຕິບັດໂຄງການປະຕິສັງຂອນພິພິທະພັນພະທາດຫຼວງວຽງຈັນຄັ້ງທີ IV ໃນໂອກາດເປີດງານບຸນນະມັດ ສະການພະທາດຫຼວງ ແລະວາງສະແດງສິນຄ້າປະຈຳປີ 2019 ວ່າ:ເປັນເວລາຫຼາຍຮ້ອຍປີແລ້ວທີ່ຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທີ່ຢູ່ພາຍໃນ ແລະ ຕ່າງປະເທດໄດ້ລວມກັນຈັດຕັ້ງ ແລະສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງວຽງຈັນຢ່າງສະໝ່ຳສະເໜີດ້ວຍຈິດໃຈສັດທາອັນເຫຼື້ອມໃສທີ່ມີຕໍ່ພຸດທະສາສະໜາ ແລະອົງພະທາດຫຼວງອັນເປັນມິ່ງຂວັນຂອງຊົນຊາວລາວດ້ວຍຈຸດປະສົງອັນແຮງກ້າຄື: ເພື່ອຮັກສາເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງບຸນນະມັດສະການພະທາດຫຼວງທີ່ສືບທອດກັນມາແຕ່ບູຮານນະການໃຫ້ດຳລົງຄົງຢູ່ຄຽງຄູ່ກັບຊາດລາວຕະຫຼອດໄປ ພ້ອມນັ້ນເພື່ອເປັນການສ້າງໂອກາດ ຊຸກຍູ້ສົ່ງເສີມການທ່ອງທ່ຽວສົ່ງເສີມການຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ”ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າໂອດ໋ອບທີ່ໄດ້ກາໝາຍຮັບຮອງລະດັບຊາດແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງໄດ້ມາວາງສະແດງ ຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດເພື່ອໃຫ້ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍຄື ຊາວລາວທົ່ວປະເທດແຂກຕ່າງປະເທດໄດ້ເຫັນ ແລະ ໄດ້ຊົມໃຊ້ສິນຄ້າພ້ອມທັງເປັນການແລກປ່ຽນບົດຮຽນ ແລະປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ ນອກນັ້ນເພື່ອເຮັດໃຫ້ງານບຸນນະມັດສະການພະທາດຫຼວງມີບັນຍາກາດເບີກບານມ່ວນຊື່ນຮັກສາໄວ້ຄວາມສາມັກຄີເປັນປຶກແຜ່ນຍົກສູງຄຸນຄ່າມໍລະດົກມິ່ງເມືອງອັນເປັນສັນຍະລັກຂອງຄວາມສາມັກຄີປອງດອງຄວາມບຸກບືນຫ້າວຫັນໃນການສ້າງບ້ານແປງເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ສຳລັບງານວາງສະແດງສິນຄ້າໄດ້ກຳນົດຢູ່ 2 ສະຖານທີ່ເປັນຫຼັກ ຄື: ເດີ່ນສະໜາມຫຼວງ ເລີ່ມແຕ່ວັນທີ 5-11 ພະຈິກ ແລະ ສູນການຄ້າ ລາວ-ໄອເຕັກ ເລີ່ມແຕ່ ວັນທີ 6-17 ພະຈິກ 2019 ເຊິ່ງພາຍໃນງານປະກອບມີບັນດາຫົວ ໜ່ວຍທຸລະກິດ ສິນຄ້າໂອດ໋ອບສິນຄ້າຄອບຄົວຕົວແບບ ສິນຄ້າຜະລິດຕະພັນພາຍໃນ ແລະການວາງສະແດງສິນຄ້າການທ່ອງທ່ຽວ ລວມທັງອາຫານ ເຄື່ອງດື່ມເຂົ້າຫຼາມ ປີ້ງໄກ່ ເຊິ່ງເປັນວັດທະນະທຳອາຫານພື້ນບ້ານຂອງລາວພິເສດ ໃນງານວາງສະແດງຄັ້ງນີ້ໄດ້ເນັ້ນໃສ່ ຫົວຂໍ້:ການສ້າງນະຄອນຫຼວງວຽງຈັນໃຫ້ເປັນນະຄອນສີຂຽວ ແລະ ຍືນຍົງ ໃນນີ້ໄດ້ຈັດສວນຈຳລອງທີ່ປະກອບມີ ຕົ້ນໄມ້ ດອກໄມ້ ແລະການວາງສະແດງນະວັດຕະກຳໃໝ່ທີ່ຈະເກີດຂຶ້ນຢູ່ ສປປ ລາວ ຄື:ການວາງສະແດງຄວາມຄືບໜ້າ ການກໍ່ສ້າງທາງລົດໄຟຄວາມໄວສູງທີ່ຈະໄດ້ພ້ອມກັນຊົມໃຊ້ໃນປີ 2021 ນອກນີ້ພາຍໃນງານວາງສະແດງຍັງຈັດໃຫ້ມີການສະແດງສິລະປະວັນນະຄະດີທັງອາຊີບແລະ ສະໝັກຫຼິ້ນຈາກຫຼາຍທ້ອງຖິ່ນ ນອກນີ້ຍັງໄດ້ຈັດໃຫ້ມີການແຂ່ງຂັນກີລາຕີມວຍນຳອີກດ້ວຍ.
ສຳລັບການປະຕິສັງຂອນພິພິທະພັນພະທາດຫຼວງຄັ້ງທີ IV ບາງໜ້າວຽກໃຫຍ່ພື້ນຖານທີ່ໄດ້ປະຕິບັດຜ່ານມາ ເປັນຕົ້ນແມ່ນ:ການໂອບຄຳຈອມພະທາດທີ່ມີນ້ຳໜັກ 9 ກິໂລ 9 ບາດ 9 ສະຫຼຶງ 9 ຫຸນໂບກຮອຍແຕກແຫງອົງພະທາດ ແລະ ຫໍໄຫວ້ທັງ 4 ເບື້ອງທາສີຄຳອົງພະທາດໃຫຍ່-ທາດນ້ອຍ ພະທາດທຳມະສີຫາຍໂສກ ແລະ ຫໍກວມບູລະນະຫຼັງຄາກົມມະລຽນຄືນໃໝ່ ສ້ອມແປງຊຸ້ມປະຕູໃຫຍ່ທັງ 4 ເບື້ອງ ປັບປຸງພື້ນ ແລະ ລະບຽງ ປັບປຸງຮ່ອງລະບາຍນ້ຳອ້ອມຂ້າງ ແລະປັບປຸງລະບົບໄຟຟ້າໃນກົມມະລຽນ ແລະ ອ້ອມຂ້າງສະໜາມ ພ້ອມນີ້ຍັງໄດ້ສຳເລັດການຫຼໍ່ພະພຸດທະຮູບອົງຄຳ ແຕ້ມສີນ້ຳມັນ ແລະວຽກອື່ນໆ ສ່ວນວຽກທີ່ຍັງຄ້າງຄາ ແລະ ພວມດຳເນີນຢູ່ມີ:ການສ້າງແທ່ນພະໃສ່ພະພຸດທະຮູບພາບແຕ້ມສີນ້ຳມັນປະຫວັດຂອງພະທາດຫຼວງເນື່ອງຈາກວ່າເພື່ອຮັບໃຊ້ວຽກງານດັ່ງກ່າວຍັງງົບປະມານບໍ່ພຽງພໍດັ່ງນັ້ນ ຄະນະກຳມະການພວກເຮົາຈິ່ງຂໍເຊີນຊວນທ່ານຜູ້ໃຈບຸນ ແລະມີສັດທາອັນແຮງກ້າຈົ່ງສືບຕໍ່ໃນການອຸປະຖຳຄ້ຳຊູເພື່ອຊ່ວຍສ້າງກິດຈະກຳດັ່ງກ່າວໄວ້ເປັນທີ່ລະນຶກແລະ ວາງສະແດງໄວ້ໃນກົມມະລຽນ ເຊິ່ງພາບວາດມີ 20 ແຜ່ນ ແຜ່ນລະ 2 ລ້ານກີບ ແທ່ນພະຈຳນວນ 20 ແທ່ນ ແທ່ນລະ 6 ລ້ານກີບຂໍເຊີນຊວນບັນດາທ່ານທີ່ມີໃຈສັດທາທັງຫຼາຍຈົ່ງໃຫ້ການຈັບຈອງເພື່ອສ້າງບຸນກຸສົນໃນຄັ້ງນີ້ຕື່ມອີກ.
ໂອກາດນີ້ ທ່ານ ສິນລະວົງ ຄຸດໄພທູນ ໄດ້ມີຄຳເຫັນວ່າ:ການຈັດງານບຸນພະທາດຫຼວງວຽງຈັນປີນີ້ໄດ້ຖືເອົາງານຄັ້ງນີ້ເປັນງານບຸນແຫ່ງການຈາລຶກສັນລະເສີນສັດທາຄຸນງາມຄວາມດີຂອງທຸກໆທ່ານທີ່ປະກອບສ່ວນບູລະນະອົງພະທາດຫຼວງຫໍພະແກ້ວ ຜູ້ທີ່ອຸທິດປະກອບສ່ວນໃຫ້ຜູ້ຖືກໄພນ້ຳຖ້ວມ ພ້ອມນັ້ນກໍຖືເອົາການສົ່ງເສີມການສ້າງເສດຖະກິດສີຂຽວປະກອບສ່ວນເຂົ້າໃນພາລະກິດລວມຂອງສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ດັ່ງນັ້ນຄະນະກຳມະການໄດ້ຈັດຫຼາຍກິດຈະການເພື່ອວາງສະແດງ ແລະ ຂາຍສິນຄ້າຄາດຫວັງວ່າຈະເປັນປາງບຸນໜຶ່ງທີ່ສ້າງຄວາມປະທັບໃຈ ແລະສ້າງຄວາມຊົງຈຳໃຫ້ແກ່ຜູ້ທ່ຽວຊົມການສະເຫຼີມສະຫຼອງບຸນທາດຫຼວງປີນີ້.