ວັນທີ 21 ພຶດສະພາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຍງຈັນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນໝາຍເລກ 1 ເຂດເສດຖະກິດສະເພາະບຶງທາດຫຼວງ ຫາເສັ້ນທາງເລກທີ 13 ໃຕ້ ໄລຍະທີ 1 ຖືກຕ້ອນຮັບຈາກທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ທາງດ່ວນວຽງຈັນໝາຍເລກ 1 ຈໍາກັດ ຜູ້ດຽວ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າພະແນກການກ່ຽວຂ້ອງ ເຈົ້າເມືອງ ຮອງເຈົ້າເມືອງໄຊເສດຖາ ແລະ ເມືອງໄຊທານີເຂົ້າຮ່ວມ.
ໃນວັນທີ 21/05/2020 ປອ. ອາດສະພັງທອງ ສີພັນດອນ, ຄະນະປະຈໍາພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກງານໂຄສະນາເຜີຍແຜ່ ແລະ ສ້າງຂະບວນການປ້ອງກັນພະຍາດໄຂ້ຍຸງລາຍຕາມບ້ານ, ເຮືອນ, ສໍານັກງານ ຢູ່ເມືອງສີໂຄດຕະບອງ
ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ໄດ້ລົງຕິດຕາມ ແລະຊຸກຍູ້ໂຄງການກໍ່ສ້າງເສັ້ນທາງຕັດໃໝ່ແຕ່ບ້ານດົງນາທອງຫາບ້ານໜອງພະຍາ ເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ (ນວ) ແລະໂຄງການກໍ່ສ້າງເສັ້ນທາງສີເກີດຫາຕານມີໄຊ ວັນທີ 15 ພຶດສະພາ 2020
ວັນທີ 14 ພຶດສະພາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ນາງ ຟານ ຊິນຊຽງ ອຳນວຍການໃຫຍ່ບໍລິສັດ ສີສວນ ອາໂບບ ແອດເວັນເທດ ໂລມອນ ມາຍນິ້ງ (ລາວ) ຈຳກັດຜູ້ດຽວ ໄດ້ມອບເງິນ 20.000 ໂດລາສະຫະລັດ ປະມານ 179 ລ້ານກີບ ໃຫ້ນະຄອນຫຼວງວຽງຈັນ ໂດຍການຮັບຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ເພື່ອປະກອບສ່ວນໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ (COVID-19) ສະພາການຄ້າຈີນຕ່າງດ້າວ ໄດ້ນຳຜ້າປິດປາກ-ດັງ 100.000 ອັນ ແລະ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດ ນຳເອົາເຄື່ອງວີດີໂອປະຊຸມທາງໄກ ເພື່ອນຳໃຊ້ໃນການຕອບໂຕ້ ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ມາມອບໃຫ້ອົງການປົກຄອງ ນວ ເຊິ່ງມອບໂດຍຜູ້ຕາງໜ້າຈາກສອງພາກສ່ວນດັ່ງກ່າວ ແລະ ຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.