ກອງປະຊຸມທົບທວນ ແລະ ຮ່ວມໃຈເປັນເຈົ້າພາບທີ່ດີ ເພື່ອຄຳນັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ຄັ້ງທີ 4 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ປີ 2016 ຈັດຂຶ້ນໃນວັນທີ 13 ກໍລະກົດ 2016 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ແລະ ເປັນກຽດເຜີຍແຜ່ຄວາມໝາຍຄວາມສຳຄັນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ສປປ ລາວ ເປັນເຈົ້າພາບ ໂດຍທ່ານ ອາລຸນ ແກ້ວກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ມີບັນດາຮອງເຈົ້າຄອງ ເຈົ້າເມືອງ ຫົວໜ້າພະແນກ-ອົງການ ນວ ແລະ ກະຊວງອ້ອມຂ້າງເຂົ້າຮ່ວມ.
ນະຄອນຫຼວງວຽງຈັນ (ນວ) ກຽມຈະກວດກາຢ່າງເຂັ້ມງວດ ກ່ຽວກັບແຮງງານທີ່ເຄື່ອນໄຫວບໍ່ຖືກຕ້ອງໃນ 9 ຕົວເມືອງ ນັບແຕ່ກຳມະກອນແບກຫາບຕາມຖະໜົນຫົນທາງ ຕະຫຼອດຮອດຟາມ ແລະ ບໍລິສັດຕ່າງໆເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຕໍ່ສາຍຕານັກທ່ອງທ່ຽວ.
ໃນຕອນບ່າຍຂອງວັນທີ 7 ກໍລະກົດ 2014 ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາທ່ານ ເຈົ້າເມືອງ ຮອງເຈົ້າເມືອງ, ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາບໍລິເວນທີ່ມີນ້ຳຖ້ວມອັ່ງຂັງໃນຕົວເມືອງ
ວັນທີ 5 ກໍລະກົດ 2016 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ຄະນະຜູ້ແທນຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ນຳໂດຍທ່ານ ຫງວຽນ ວັນຖັງ ຄະນະປະຈຳສູນກາງຊາວໜຸ່ມ ເລຂາຄະນະບໍລິຫານຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 3-7 ກໍລະກົດ 2016.
ຕອນເຊົ້າຂອງວັນທີ 2 ກໍລະກົດ 2016 ທ່ານ ດຣ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາທ່ານຮອງເຈົ້າຄອງ ແລະ ພະແນກການພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາຈຸດຫລໍ່ແຫລມທີາຈະເກີດມີສະພາບນ້ຳອັງຂັງໃນຕົວເມືອງ ແລະ ຖະຫນົນຫົນທາງ.